ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຫວຽດນາມຕັດສິນໂທດ ຜູ້ຄັດຄ້ານລັດຖະບານ


ຕໍາຫລວດ ນໍາໂຕນາຍ Pham Minh Hoang ຄົນຝຣັ່ງ
ເຊື້ອສາຍຫວຽດນາມ ທີ່ເປັນອາຈາກສອນວິຊາເລກ ອອກຈາກສານໃນນະຄອນໂຮຈິມິນ ຫວຽດນາມ ຫລັງຈາກຖືກສານຕັດສິນລົງໂທດຈໍາຄຸກ 3 ປີ
ວັນທີ 10 ສິງຫາ 2011
ຕໍາຫລວດ ນໍາໂຕນາຍ Pham Minh Hoang ຄົນຝຣັ່ງ ເຊື້ອສາຍຫວຽດນາມ ທີ່ເປັນອາຈາກສອນວິຊາເລກ ອອກຈາກສານໃນນະຄອນໂຮຈິມິນ ຫວຽດນາມ ຫລັງຈາກຖືກສານຕັດສິນລົງໂທດຈໍາຄຸກ 3 ປີ ວັນທີ 10 ສິງຫາ 2011

ສານ​ແຫ່ງ​ນຶ່ງ​ໄດ້​ຕັດສິນໂທດຈໍາ​ຄຸກ ​ນັກ​ເຄື່ອນ​ໄຫວຝຣັ່ງເຊື້ອສາຍຫວຽດນາມຄົນ​ນຶ່ງ 3 ປີ​
ໃນ​ວັນ​ພຸດ​ມື້​ນີ້​ ໃນ​ຂໍ້​ຫາ​ປຸກ​ປັ່ນ​ເພື່ອ​ໂຄ່ນ​ລົ້ມ​ລັດຖະບານ.

ນາຍ Pham Minh Hoang ຖືກ​ຕັດສິນ​ຫລັງຈາກ​ດໍາ​ເນີນ​ຄະດີ​ໃນ​ສານ​ເປັນ​ເວລາ​ເຄິ່ງມື້
ວ່າ ມີ​ຄວາມ​ຜິດ​ໃນ​ຖານ​ໄດ້ທໍາ​ການ​ເຄື່ອນ​ໄຫວ​ຕ່າງໆ​ທີ່​ມີ​ວັດຖຸ​ປະສົງ​ເພື່ອ​ໂຄ່ນ​ລົ້ມ​ອໍາ
ນາດປົກຄອງຂອງ​ປະຊາຊົນ​. ທາງ​ການ​ຫວຽດນາມ​ກ່າວ​ວ່າ ນາຍ​ຟາ​ມ​ໄດ້​ຂຽນ​ບົດ​ຄວາມ
ຕໍ່ຕ້ານລັດຖະບານຫລາຍ​ສະບັບ ລົງ​ໃນອິນ​ເຕີ​ແນັດ​ແລະ​ວ່າ ຜູ້​ກ່ຽວ​ມີ​ສາຍ​ພົວພັນ​ກັບ​ກຸ່ມ
Viet Tan ຊຶ່ງ​ເປັນ​ກຸ່ມ​ນິຍົມ​ປະຊາທິປະ​ໄຕ ​ທີ່ຖືກ​ເກືອດ​ຫ້າມ​ຢູ່​ໃນ​ຫວຽດນາມ​ນັ້ນ.

ພັນ​ລະ​ຍາ​ຂອງ​ນາຍ​ຟາ​ມມິນ​ຫວງ ກ່າວ​ວ່າ ນາງ​ເຊື່ອ​ວ່າ​ສາມີ​ຂອງ​ນາງ ຖືກ​ຈັບ​ກຸມ​ຍ້ອນ
​ການຄັດຄ້ານ​ຂອງ​ລາວ​ ຕໍ່​ບໍ່​ແຮ່ອະລຸ​ມິ​ນຽມ ​ທີ່​ດໍາ​ເນີນການ​ໂດຍ​ຄົນ​ຈີນ​ແຫ່ງ​ນຶ່ງໃນ​ເຂດ
​ພູ​ພຽງ​ພາກກາງ​ຫວຽດນາມ​ ຊຶ່ງ​ພວກ​ນັກ​ເຄື່ອນ​ໄຫວ​ກ່າວ​ວ່າ ​ໄດ້​ເຮັດ​ໃຫ້​ສິ່ງ​ແວດ​ລ້ອມ
​ເຊື່ອມ​ໂຊມ​ລົງ​ໃນເຂດ​ນັ້ນ.

ນາຍ​ຫວງທີ່​ເກີດ​ຢູ່​ຫວຽດນາມ ​ເປັນອາຈານ​ສອນ​ວິຊາ​ເລກ ທີ່ໄດ້ໄປອາໄສ​ຢູ່​ໃນ​ປະ​ເທດ​
ຝຣັ່ງເປັນເວລາຫລາຍ​ປີ​ ແລະຖື​ສັນຊາດ​ຝຣັ່ງ.

ຜູ້ກ່ຽວຈະ​ໄດ້​ຖືກລຸດໂທດ​ລົງ 1 ປີ ຍ້ອນ​ວ່າໄດ້​ຖືກ​ກັກ​ຂັງ​ມາ​ແລ້ວ 1 ປີ​ ໃນ​ຂະນະ​ທີ່​ລໍຖ້າ​
ການດໍາ​ເນີນ​ຄະດີ​ນັ້ນ ​ແຕ່​ລາວ​ປະ​ເຊີນ​ກັບ​ການ​ຖືກ​ກັກບໍລິ​ເວນ​ໃຫ້ຢູ່​ໃນ​ບ້ານ​ເຮືອນ​ຕື່ມ
​ອີກ 3 ປີ​ ຫລັງ​ຈາກ​ຮັບ​ໃຊ້​ໂທດ​ຈໍາ​ຄຸກເຕັມ 3 ປີ​ແລ້ວ.

XS
SM
MD
LG