ສະພາກາແດງຫວຽດນາມໄດ້ເປີດສາກທໍາການປຸກລະດົມສິດສອນໃຫ້ປະຊາຊົນຮູ້ຈັກ
ໃນການຕໍ່ສູ້ກັບການແຜ່ລະບາດຂອງໂຣກ ມື ຕີນແລະ ປາກເປື່ອຍ ໃນຫວຽດນາມ.
ອົງການດັ່ງກ່າວໄດ້ອອກຄໍາຮຽກຮ້ອງສຸກເສິນໄປຍັງນາໆຊາດ ໃນວັນອັງຄານວານນີ້
ຂໍເງິນບໍລິຈາກ ຈໍານວນເກືອບ 1 ລ້ານໂດລາ ເພື່ອຊ່ອຍນໍາມາໃຊ້ຈ່າຍໃນການປຸກລະ
ດົມ ທີ່ແນເປົ້າໝາຍໃສ່ປະຊາຊົນຈໍານວນຫຼາຍກວ່າ 750 ພັນຄົນ ໃນ 13 ແຂວງ.
ສະພາກາແດງກ່າວວ່າ ລາຍງານແຈ້ງວ່າ ມີປະຊາຊົນຫຼາຍກວ່າ 15 ພັນຄົນແລ້ວ ທີ່
ເປັນພະຍາດ ມື ຕີນແລະປາກເປື່ອຍໃນຫວຽດນາມ ມາຮອດປັດຈຸບັນໃນປີນີ້ ຊຶ່ງແມ່ນ
7 ເທົ່າສູງກວ່າໃນຊ່ວງເວລາດຽວກັນໃນປີ 2011 ແລະ ສາຍພັນທີ່ຮ້າຍແຮງຂອງພະ
ຍາດນີ້ ໄດ້ເຮັດໃຫ້ເດັກນ້ອຍເສຍຊີວິດໄປແລ້ວ 11 ຄົນ. ທ່ານ Bhupinder Tomar
ຫົວໜ້າສະພາກາແດງຫວຽດນາມບອກກັບວີໂອເອວ່າ ວີທີປ້ອງກັນທີ່ປະຕິບັດກັນມາ
ຫຼາຍທີ່ສຸດ ແມ່ນຈະລົດຜ່ອນການລະບາດຂອງໂຣກນີ້.
ສຽງທ່ານໂຕມາຣ໌....
ທ່ານ Tomar ກ່າວວ່າ “ການປຸກລະດົມແມ່ນງ່າຍຫຼາຍ ເພາະວ່າພະຍາດນີ້ກໍເປັນພະ
ຍາດທີ່ງ່າຍໆ. ມັນເປັນໂຣກລະບາດທີ່ບໍ່ມີຢາປິ່ນປົວໃຫ້ເຊົາໄດ້ ແຕ່ເປັນພະຍາດທີ່ປ້ອງ
ກັນໄດ້ ຄືພຽງແຕ່ໃຫ້ລ້າງມືເລື້ອຍໆ ແລະປັບປຸງເລື້ອງອະນາໄມທົ່ວໄປໃຫ້ດີຂຶ້ນໃນໝູ່
ປະຊາຊົນທົ່ວໄປ. ດັ່ງນັ້ນ ການປຸກລະດົມນີ້ສ່ວນໃຫຍ່ແມ່ນແນເປົ້າໝາຍໃສ່ພວກດູແລ
ເດັກແລະໃນໂຮງຮຽນແຫ່ງຕ່າງໆ ແລະບ່ອນທີ່ພວກເດັກນ້ອຍມັກໄປຫລິ້ນ ຢູ່ນອກເຮືອນ
ຂອງເຂົາເຈົ້າ ແລະໃນຕອນກາງເວັນ ເວລາທີ່ເຂົາເຈົ້າໄປຢູ່ນໍາພວກທີ່ດູແລເບິ່ງແຍງເຂົາ
ເຈົ້າແທນພໍ່ແມ່ນັ້ນ.”
ສະພາກາແດງກ່າວວ່າ ຕົນຈະລະດົມພວກອາສາສະມັກ 2700 ຄົນເພື່ອທໍາການຢ້ຽມ
ຢາມບ້ານເຮືອນແລະສູນລ້ຽງເດັກແຫ່ງຕ່າງໆ ແຕ່ລະບ່ອນໄປ ແລະຕົນວາງແຜນຈັດ
ກອງປະຊຸມໃຫ້ຂ່າວຂໍ້ມູນແກ່ປະຊາຄົມ ແຫ່ງຕ່າງໆນໍາ. ທ່ານ Tomar ກ່າວວ່າ ລັດຖະ
ບານຫວຽດນາມເອງກໍໄດ້ທໍາຄວາມພະຍາຍາມຕິດຕໍ່ພົວພັນກັບປະຊາຊົນຢ່າງແຂງຂັນ
ໂດຍສົ່ງຄໍາເຕືອນໄປຍັງພວກເຈົ້າໜ້າທີ່ລະດັບຕໍ່າສຸດໃນວົງການລັດຖະບານ ຮວມທັງ
ໃນປະຊາຄົມແລະແຂວງ ເພື່ອເພີ່ມທະວີການເອົາມາດຕະການປ້ອງກັນຂຶ້ນ.