ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ຫວຽດນາມ ຍັງຄອງ ອັນດັບ ຜູ້ລົງທຶນ ລາຍໃຫຍ່ສຸດ ໃນລາວ


ສະໜາມໄມ້ຂອງບໍລິສັດຫວຽດນາມແຫ່ງນຶ່ງ ໃນແຂວງອັດຕະປື
ສະໜາມໄມ້ຂອງບໍລິສັດຫວຽດນາມແຫ່ງນຶ່ງ ໃນແຂວງອັດຕະປື
ການລົງທຶນໂດຍກົງ ຂອງຫວຽດນາມໃນລາວ ມີມູນຄ່າສະສົມເຖິງ 5,600 ລ້ານ ໂດລາ
ແລ້ວໃນປັດຈຸບັນນີ້ ແລະຍັງຄອງອັນດັບ 1 ຂອງການເປັນຜູ້ລົງທຶນຫຼາຍທີ່ສຸດໃນ
440 ໂຄງການໃນທົ່ວປະເທດລາວຕໍ່ໄປ.


ສະມາຄົມນັກລົງທຶນ ຂອງຫວຽດນາມຢູ່ໃນລາວ ໄດ້ສະເໜີລາຍງານຕໍ່ການ
ສໍາມະນາໃນດ້ານເສດຖະກິດມະຫາພາກລະຫວ່າງລາວກັບຫວຽດນາມ ທີ່ໄດ້
ຈັດຂຶ້ນເມື່ອບໍ່ນານມານີ້ ຢູ່ນະຄອນວຽງຈັນ ວ່າການລົງທຶນໂດຍກົງຂອງບັນດາບໍລິສັດ ຈາກຫວຽດນາມໃນລາວມີມູນຄ່າສະສົມເຖິງ 5,600 ລ້ານໂດລ່າແລ້ວ ໃນປັດຈຸ ບັນນີ້
ໂດຍເປັນການລົງທຶນໃນ 440 ໂຄງການ ນັບຕັ້ງແຕ່ແມີ 1989 ເປັນຕົ້ນ ມາ ແລະກໍຍັງ
ຖືຄອງເປັນອັນດັບທີ 1 ທີ່ມີມູນຄ່າການລົງທຶນສູງທີ່ສຸດໃນລາວຕໍ່ໄປ.

ຍິ່ງໄປກວ່ານັ້ນ ຖ້າຫາກທຽບກັບທ້າຍປີ 2012 ທີ່ບັນດາລັດວິສາຫະກິດ ແລະບໍລິສັດ
ເອກກະຊົນຫວຽດນາມ ມີການລົງທຶນໃນລາວ 429 ໂຄງການ ແລະຄິດເປັນມູນຄ່າລົງ
ທຶນສະສົມກວ່າ 4,900 ລ້ານໂດລ່ານັ້ນ ກໍຈະເຫັນໄດ້ວ່າໃນລະຍະ 7 ເດືອນທີ່ຜ່ານມາ
ຂອງປີ 2013 ນີ້ ເຖິງແມ່ນວ່າການລົງທຶນຂອງບັນດາວິສາຫະກິດຫວຽດນາມໃນລາວ
ຈະເພີ່ມຂຶ້ນພຽງແຕ່ 11 ໂຄງການເທົ່ານັ້ນກໍຕາມ ຫາກແຕ່ ກໍຄິດເປັນມູນຄ່າການລົງທຶນ
ທີ່ເພີ່ມຂຶ້ນຫຼາຍກວ່າ 700 ລ້ານໂດລ່າ ຈຶ່ງຖືເປັນໂຄງການລົງທຶນຂະໜາດໃຫຍ່ນັ້ນເອງ.

ພ້ອມກັນນັ້ນ ທາງການຫວຽດນາມຍັງໄດ້ຢືນຢັນຕໍ່ກອງປະຊຸມພາກ
ທຸລະກິດ-ຫວຽດນາມດັ່ງກ່າວນີ້ ດ້ວຍວ່າຈະເພີ່ມມູນຄ່າການລົງທຶນໃນລາວຂຶ້ນ
ເປັນ 2 ເທົ່າ ພາຍໃນປີ 2015 ແລະກໍມີຄວາມເປັນໄປໄດ້ສູງທີ່ຈະເກີດຂຶ້ນໄດ້ຢ່າງເປັນ
ຮູບປະທໍາ ເພາະໄດ້ຮັບການສະໜັບສະໜຸນ ແລະສົ່ງເສີມຈາກທາງການລາວເປັນ
ຢ່າງດີ ດັ່ງທີ່ທ່ານ ສົມດີ ດວງດີ ລັດຖະມົນຕີວ່າການກະຊວງແຜນການແລະການລົງທຶນ ໄດ້ຢືນຢັນວ່າ:

ການລົງທຶນຂອງບໍລິສັດຫວຽດນາມສ້າງໂຮງແຮມ Hoang Anh Hotel ຢູ່ໃນລາວ
ການລົງທຶນຂອງບໍລິສັດຫວຽດນາມສ້າງໂຮງແຮມ Hoang Anh Hotel ຢູ່ໃນລາວ

ເພື່ອຕອບສະໜອງການສົ່ງເສີມການລົງທຶນໃນສະ
ພາບແວດລ້ອມເສດຖະກິດ-ສັງຄົມອັນໃໝ່ນີ້ ສອງ
ປະເທດພວກເຮົາກໍາລັງດໍາເນີນການທົບທວນສັນຍາ
ຮ່ວມກັນ ພ້ອມດຽວກັນນັ້ນ ສອງຝ່າຍກໍໄດ້ເອົາໃຈ
ໃສ່ກໍານົດທິດອະອຽດ ແລະສ້າງ ເງື່ອນໄຂອໍານວຍ
ຄວາມສະດວກໃຫ້ແກ່ບັນດາຫົວໜ່ວຍທຸລະກິດຂອງ
ທຸກພາກສ່ວນ ເສດຖະກິດຂອງແຕ່ລະຝ່າຍໃຫ້ເຂົ້າ
ໄປລົງທຶນໃນປະເທດຂອງ ກັນແລະກັນ.”


ກ່ອນໜ້ານີ້ ກົມສົ່ງເສີມການລົງທຶນ ກະຊວງແຜນການແລະການລົງທຶນລາຍງານວ່າ
ການລົງທຶນໂດຍກົງຂອງຕ່າງປະເທດໃນລາວ ມີມູນຄ່າສະສົມເກີນກວ່າ
22,000 ລ້ານໂດລາ ໃນຊ່ວງປີ 1988 ເຖິງປີ 2012 ທີ່ຜ່ານມາ ໂດຍເປັນການ
ລົງທຶນຈກ 54 ປະເທດທີ່ມີການລົງທຶນທັງໝົດໃນ 4,493 ໂຄງການ.

ສໍາລັບພາກທຸລະກິດ ທີ່ມີມູນຄ່າການລົງທຶນສະສົມຫຼາຍທີ່ສຸດນັ້ນ ກໍຄືພາກອຸດ
ສາຫະກໍາຂຸດຄົ້ນແຮ່ທາດ ທີ່ມີມູນຄ່າການລົງທຶນສະສົມຫຼາຍກວ່າ 5,700 ລ້ານ
ໂດລາ ຕິດຕາມດ້ວຍພາກພະລັງງານ ທີ່ມີມູນຄ່າການລົງທຶນສະສົມເກີນກວ່າ
5,100 ລ້ານໂດລາ ສ່ວນໃນພາກກະສິກໍາກໍມີການລົງທຶນສະສົມເກີນກວ່າ
2,700 ລ້ານໂດລາ ແລະພາກບໍລິການທີ່ມີມູນຄ່າການລົງທຶນສະສົມ ຫຼາຍກວ່າ
2,100 ລ້ານໂດລ່າ.

ພາຍໃຕ້ສະພາບການດັ່ງກ່າວທາງການລາວກໍເຊື່ອວ່າການລົງທຶນໂດຍກົງຂອງ
ຕ່າງ\ປະເທດໃນລາວຈະມີມູນຄ່າເພີ່ມຂຶ້ນເປັນຫຼາຍກວ່າ 25,000 ລ້ານໂດລາ
ພາຍໃນປີ 2015 ຢ່າງແນ່ນອນ ທັງນີ້ເນື່ອງຈາກລັດຖະບານລາວໄດ້ວາງ
ຄາດໝາຍທີ່ຈະດຶງດູດເອົາການລົງທຶນຈາກຕ່າງປະເທດໃຫ້ໄດ້ໃນມູນຄ່າບໍ່ໜ້ອຍ
ກວ່າ 1,700 ລ້ານໂດລາຕໍ່ປີ ໃນຊ່ວງປີ 2011-2015 ໂດຍໃນປີ 2012 ກໍສາມາດດຶງດູດການລົງທຶນໄດ້ຫຼາຍກວ່າ2,500 ລ້ານໂດລ່າ ແລະໃນ 6 ເດືອນ
ທໍາອິດຂອງ ປີ 2013 ນີ້ ກໍດຶງການລົງທຶນຕ່າງປະເທດໄດ້ແລ້ວ 976 ລ້ານໂດລາ.

ສ່ວນອັນດັບທີ 2 ກໍແມ່ນການລົງທຶນຈາກໄທ ຕິດຕາມດ້ວຍ ຈີນ ເກົາຫຼີໃຕ້ ຝະຣັ່ງ ຕາມ
ລໍາດັບ ສ່ວນສະຫະລັດອາເມຣິການັ້ນ ຢູ່ອັນດັບທີ 9 ດ້ວຍມູນຄ່າ ລົງທຶນສະສົມກວ່າ 150 ລ້ານໂດລາ.
XS
SM
MD
LG