ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຫວຽດນາມຕິດຕັ້ງກັງຫັນນໍ້າ ອັນທໍາອິດ ໃສ່ເຂື່ອນໄຟຟ້າ ເຊີນ ລາ


ສຸສານມື້ລາງປະທານ Ho Chi Minh ທີ່ນະຄອນຫລວງຮາໂນ່ຍ ຂອງຫວຽດນາມ
ສຸສານມື້ລາງປະທານ Ho Chi Minh ທີ່ນະຄອນຫລວງຮາໂນ່ຍ ຂອງຫວຽດນາມ

ກັງຫັນນໍ້າເຄື່ອງທໍາອິດໃນ​ຈໍານວນ 6 ​ເຄື່ອງ ໄດ້ຖືກນໍາໄປ
ຕິດຕັ້ງທີ່ໂຄງການເຂື່ອນໄຟຟ້າໃຫຍ່ແຫ່ງນຶ່ງ ໃນພາກຕາ
ເວັນຕົກສຽງເໜືອຂອງຫວຽດນາມ​ແລ້ວ ຊຶ່ງ​ຈະຊ່ວຍບັນ
ເທົາຜ່ອນ​ເບົາການຂາດເຂີນກະແສໄຟຟ້າຢ່າງ​ຊໍ້າ​ເຮື້ອໃນ
ປະເທດດັ່ງກ່າວທີ່ກໍາລັງເຕີບ​ໃຫຍ່ຂະຫຍາຍ​ໂຕຢ່າງໄວນັ້ນ.

ເມື່ອສ້າງສໍາເລັດໃນທ້າຍປີ 2012 ໂຄງການເຂື່ອນໄຟຟ້າ
Son La ກໍຈະເປັນ ເຂື່ອນທີ່ໃຫຍ່ທີ່ສຸດໃນຂົງເຂດ​ເອ​ເຊຍ
ຕາເວັນອອກສຽງໃຕ້ ທີ່ຈະສາມາດຜະລິດ ກະແສໄຟຟ້າໄດ້ 2,400 ເມກາວັດ ຈາກພະລັງນໍ້າໃນອ່າງນໍ້າທີ່ກວ້າງໃຫຍ່ ກວມ​ເອົາສາມແຂວງຂອງຫວຽດນາມນັ້ນ.

ເຈົ້າໜ້າທີ່ຫວຽດນາມກ່າວວ່າ ກັງຫັນໜ່ວຍທໍາອິດໄດ້ຖືກຕິດຕັ້ງເຂົ້າໃສ່ໃນລະບົບ​ສາຍ​ສົ່ງ
ໄຟຟ້າແຫ່ງຊາດເມື່ອວັນສຸກຜ່ານມານີ້ ຊຶ່ງໄວກ່ອນກໍານົດສອງປີ. ກັງຫັນອີກສອງໜ່ວຍ ຄົງຈະເລີ່ມທໍາງານໄດ້ໃນທ້າຍປີໜ້າ ແລະທັງໝົດ 6 ເຄື່ອງນັ້ນ ແມ່ນຈະຕິດຕັ້ງສໍາເລັດໃນ
ທ້າຍປີ 2012 ຊຶ່ງຈະ​ແມ່ນສໍາເລັດກ່ອນກໍານົດສາມປີ ຂອງແຜນການກໍ່ສ້າງ ທີ່ເລີ່ມຕົ້ນຂຶ້ນ ເມື່ອປີ 2005.

ໂຄງການ​ເຂື່ອນໄຟຟ້າ Son La ນີ້ ຍັງຜົນໃຫ້ປະຊາຊົນປະມານນຶ່ງແສນຄົນ ຕ້ອງຖືກຍົກ
ຍ້າຍຈາກຖິ່ນຢູ່ອາໃສເດີມ ສ່ວນໃຫຍ່ແມ່ນຊົນກຸ່ມນ້ອຍ. ຄາດວ່າໂຄງການດັ່ງກ່າວນີ້ຈະຊ່ວຍ
ບັນເທົາຄວາມຂາດແຄນກະແສໄຟຟ້າ ​ໃຫ້ແກ່ຫວຽດນາມ ທີ່​ມີ​ຄວາມຕ້ອງການ​ໄຟຟ້າຢ່າງ​
ໃຫຍ່ ​ເພື່ອ​ປ້ອນ​ຖານອຸດສາຫະກໍາ ທີ່​ກໍາລັງເຕີບໂຕຢ່າງໄວນັ້ນ.

XS
SM
MD
LG