ທະນາຄານກາງຂອງຫວຽດນາມກ່າວວ່າ ຕົນໄດ້ຫຼຸດຄ່າ
ເງິນຕາຂອງຕົນ ຄືເງິນດົງລົງ ຂະນະທີ່ຫວຽດນາມພະຍາ
ຍາມຫາທາງຄວບຄຸມການຂາດດຸນການຄ້າ ແລະອັດຕາ ເງິນເຟີ້ທີ່ພວມຖີບໂຕສູງຂຶ້ນ.
ທະນາຄານກາງຂອງຫວຽດນາມປະກາດໃນວັນສຸກມື້ນີ້ວ່າ
ບັດນີ້ ນຶ່ງໂດລາສະຫະລັດແລກໄດ້ 20,693 ຫວຽດນາມ ດົງ ສົມທຽບໃສ່ 18,932 ດົງ ໃນເມື່ອກ່ອນ.
ນອກນັ້ນແລ້ວ ຖະແຫຼງການຍັງເວົ້າວ່າ ທະນາຄານກາງ
ຍັງໄດ້ເຮັດໃຫ້ອັດຕາການລອຍໂຕຂອງເງິນດົງ ຫຼຸດລົງ ຈາກ 3% ໃນເມື່ອກ່ອນ ມາເປັນ 1%.
ການຫຼຸດຄ່າເງິນດົງໃນມື້ນີ້ ແມ່ນເທື່ອທີ 4 ພາຍໃນໄລຍະເວລາ 15 ເດືອນ.