ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ແຜນການ ທີ່ຈະນຳເຂົ້າ ລົດໄຟຈາກຈີນ ຖືກຕິຕຽນ ຢູ່ ຫວຽດນາມ


ລາງລົດໄຟ ຫວຽດນາມ ທີ່ ຮາໂນ່ຍ ໄດ້ຮັບທຶນມາຈາກຈີນ.
ລາງລົດໄຟ ຫວຽດນາມ ທີ່ ຮາໂນ່ຍ ໄດ້ຮັບທຶນມາຈາກຈີນ.

ແຜນການຂອງ​ຫວຽດນາມທີ່​ຈະ​ຊື້ລົດໄຟ​ຈີນ 13 ຄັນ ​ໄດ້​ຖືກ
ໂຈມຕີ ທ່າມ​ກາງ​ຄວາມຮູ້ສຶກທີ່ຟົດ​ເດືອດຕໍ່ຕ້ານ​ຈີນ ຢູ່​ໃນປະ​
ເທດ​ເອ​ເຊຍ​ຕາ​ເວັນ​ອອກສຽງໃຕ້ດັ່ງກ່າວ.

ການ​ປະກາດ​ຫວ່າງ​ມໍ່ໆ​ມາ​ນີ້​ ທີ່​ຈະ​ນຳ​ເຂົ້າ​ລົດ​ໄຟ​ ​ມູນ​ຄ່າຫຼາຍ
​ກວ່າ 60 ລ້ານ​ໂດ​ລາ ສຳຫລັບ​ໂຄ​ງການ​ລົດໄຟຄວາມໄວສູງ
ແຫ່ງທຳອິດຢູ່​ນະຄອນ​ຮາ​ໂນ່ຍໄດ້​ກໍ່ໃຫ້ເກີດການໂຈມຕີຂອງ
ປະຊາຊົນ ທາງ​ອິນ​ເຕີ​ແນັດ ຊຶ່ງ​ຫລາຍ​ຄົນ​ຕິ​ຕຽນ​ຢ່າງ​ແຮງ​ ຕໍ່
​ການ​ຕັດສິນ​ໃຈດັ່ງກ່າວຢູ່​ໜ້າບົດຄວາມເຫັນທາງອິນເຕີແນັດ
ແລະ​ຢູ່​ໃນ​ສື່​ສັງຄົມ.

ທ່ານ Nguyen Quang A ອະດີດ​ຫົວໜ້າສະ​ຖາ​ບັນ​ການສຶກສາດ້ານພັດທະນາ​ກ່າວ​ວ່າ
ການ​ຄັດ​ຄ້ານນີ້​ເປັນ​ທີ່​ເຂົ້າ​ໃຈ ​ເພາະວ່າມີ​ຄວາມ​ເປັນ​ຫ່ວງ​ດ້ານ​ຄຸນ​ ນະພາ​ບ ​ກ່ຽວກັບຜະ
​ລິດ​ຕະພັນ​ຂອງ​ຈີນ.

ທ່ານ Nguyen Quang ກ່າວ​ວ່າ “ຕະຫລາດ​ຫວຽດນາມ​ ​ເຕັມ​ໄປດ້ວຍ​ສິນຄ້າ​ຈີນ ທີ່​ມີ​ຄຸນ
​ນະພາ​ບຕໍ່າ. ​ເພາະສະ​ນັ້ນ ​ເຂົາ​ເຈົ້າ​ຈຶ່ງມີ​ຄວາມ​ສົງ​ໄສ​ ກ່ຽວກັບລົດ​ໄຟ ທີ່ເຮັດ​ຢູ່ໃນປະ​ເທດ​
ຈີນ.”

ໃນອາທິດ​ແລ້ວ​ນີ້ ລັດຖະມົນຕີ​ຂົນ​ສົ່ງ ທ່ານ Dinh La Thang ກ່າວ​ວ່າ ຫວຽດນາມບໍ່​ສາ
ມາດ​ເຮັດ​ການຕັດສິນໃຈທີ່ແຕກ​ຕ່າງ​ໄປຈາກນີ້ ​ເພາະວ່າ ສັນ ຍາການກູ້​ຢືມ​ເງິນທັງ​ໝົດ
ກຳນົດ​ໃຫ້ ຮ່າ​ໂນ້ຍ ຕ້ອງ​ໄດ້​ຈ້າງ​ບໍລິສັດສັນຍາຈ້າງ ຂອງຈີນ ​ແລະ​ຕ້ອງ​ໄດ້​ຊື້​ອຸບປະກອນ
​ລາງ​ລົດ​ໄຟ​ຈາກປະ​ເທດ​ເພື່ອນ​ບ້ານ​ທາງ​ພາກ​ເໜືອ​ຂອງ​ຕົນ.

ທະນາຍຄວາມ​ທີ່​ຄັດຄ້ານລັດຖະບານ ທ່ານ Le Cong Dinh ກ່າວ​ວ່າ ທ່ານ​ສົງ​ໄສວ່າ
ທ່ານ Thang ບໍ່​ໄດ້​ເປີດເຜີຍເລື້ອງລາວຕ່າງໆ​ທັງ​ໝົດ ໃນອັນທີ່​ຢູ່​ເບື້ອງຫລັງການ​ຕັດສິນ
​ໃຈທີ່​ແທ້​ຈິງຂອງຫວຽດນາມ.

ສ່ວນທ່ານ Nguyen Quang A ​ແລະ​ບັນດາ​ຜູ້​ສັງ​ເກດ​ການ​ຄົນ​ອຶ່ນໆ ​ໄດ້​ກ່າວ​ວ່າ ຈີນ
ກຳລັງພະຍາຍາມທີ່ຈະໃຊ້ອິດທິພົນຂອງ​ຕົນ ​ແລະ​ໃຊ້​ຄວາມ​ກົດ​ດັນຕໍ່ ຫວຽດນາມ ຜ່ານ
​ການ​ຊ່ວຍ​ເຫລືອ​ດ້ານ​ການ​ເງິນ.

​ໂຄງການ​ດັ່ງກ່າວ ທີ່​ໄດ້​ຮັບ​ສິດ​ກູ້ຢືມ​ເງິນ​ພິ​ເສດ​ຈາກລັດຖະບານ​ຈີນ ​ໄດ້​ປະ​ເຊີນ​ໜ້າ​ກັບ​
ການ​ຊັກຊ້າຄັ້ງແລ້ວຄັ້ງອີກ ​ເຮັດ​ໃຫ້​ຫວຽດນາມຕ້ອງ​ໄດ້​ຈ່າຍເງິນ​ປະ​ມານ 300 ລ້ານ​ໂດ
​ລາ.

XS
SM
MD
LG