ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ການຕັດສິນໂທດ ຜູ້ຂຽນຂ່າວ ບລັອກເກີ້ຂອງ ຫວຽດນາມ ສະແດງໃຫ້ເຫັນວ່າ ລັດຖະບານ ເບື່ອໜ່າຍ ກັບຄຳວິຈານ


ນັກຂຽນຂ່າວບລັອກເກີ ນາງ ຫງວຽນ ງັອກ ຍູ່ ໄວນ໌, ຊ້າຍ, ຢືນ
ຟັງການດຳເນີນຄະດີໃນແຂວງ ແຄ່ງ ຮົວ, ຫວຽດນາມ .29 ມິຖຸນາ, 2017.
ນັກຂຽນຂ່າວບລັອກເກີ ນາງ ຫງວຽນ ງັອກ ຍູ່ ໄວນ໌, ຊ້າຍ, ຢືນ ຟັງການດຳເນີນຄະດີໃນແຂວງ ແຄ່ງ ຮົວ, ຫວຽດນາມ .29 ມິຖຸນາ, 2017.

ການຕັດສິນໂທດຜູ້ຂຽນຂ່າວບລັອກເກີ້ຂັງຄຸກ 10 ປີ ຂອງ ຫວຽດນາມ ຜູ້ທີ່ໄດ້ຂັດແຍ້ງ
ກັບການຕອບໂຕ້ຂອງລັດຖະບານ ເລື່ອງສານເຄມີພິດ ໄດ້ເຂົ້າຮ່ວມກັບການຟ້ອງຮ້ອງ
ຊຸດນຶ່ງ ທີ່ໄດ້ຊີ້ໃຫ້ເຫັນການເພີ່ມຂຶ້ນ ກ່ຽວກັບ ການຂາດຄວາມອົດທົນຕໍ່ທາງການ
ດ້ວຍການກ່າວວິຈານທາງອອນໄລນ໌ ເລື່ອງການສໍ້ລາດບັງຫຼວງ ແລະ ການຂາດ
ຄວາມສາມາດ.

ສານອຸທອນ ຫວຽດນາມ ໃນວັນພະຫັດທີ່ຜ່ານມາ ໄດ້ດຳເນີນການຕັດສິນໂທດ
ບລັອກເກີ ຄົນນຶ່ງ ຄື ນາງ ຫງວຽນ ງັອກ ຍູ່ ໄວນ໌ ຜູ້ທີ່ໄດ້ຂຽນພາຍໃຕ້ຊື່ “Mother
Mushroom.” ນາງ ໄວນ໌ ໄດ້ຂຽນຂໍ້ຄວາມໃນ ເຟສບຸກ 18 ຄັ້ງ ທີ່ປະກອບ ມີການໂຄ
ສະນາຊວນເຊື່ອ ຕໍ່ຕ້ານລັດຖະບານ, ເຊິ່ງສານຊັ້ນຕົ້ນ ໄດ້ຄົ້ນພົບໃນລະຫວ່າງການພິ
ຈາລະນາຄະດີໃນເດືອນມິຖຸນາທີ່ຜ່ານມາ.

ທ່ານ ຈຸ່ງ ຫງວຽນ ອະທິການບໍດີ ພາກວິຊາພົວພັນການຕ່າງປະເທດ, ສາຍວິທະຍາ
ສາດສັງຄົມ ແລະ ມະນຸດສະທຳ ທີ່ມະຫາວິທະຍາໄລ ໂຮ ຈິ ມິ່ນ ກ່າວວ່າ “ການຕັດສິນ
ໂທດ ຈະເຮັດໃຫ້ພວກ ບລັອກເກີຄົນອື່ນໆຢ້ານ. ຂ້າພະເຈົ້າຄິດວ່າ ລັດຖະບານຢາກ
ເຮັດໃຫ້ພວກບລັອກເກີ ຢ້ານ. ຖ້າເຂົາເຈົ້າສືບຕໍ່ຂຽນຂໍ້ຄວາມຕໍ່ຕ້ານລັດຖະ ບານ, ເຂົາ
ເຈົ້າກໍຈະມີບັນຫາຕາມມາ.”

ບັນດາຜູ້ຊ່ຽວຊານກ່າວວ່າ ຂະບວນການໄດ້ຈັບກຸມຢ່າງສະໝໍ່າສະເໝີນັບຕັ້ງແຕ່ຢ່າງ
ໜ້ອຍປີ 2016 ເປັນຕົ້ນມາ ໄດ້ສະແດງໃຫ້ເຫັນຄວາມລະອຽດອ່ອນຂອງລັດຖະບານ
ຕໍ່ການຮັບຮູ້ຂອງສາທາລະນະຊົນ ກ່ຽວກັບ ການສໍ້ລາດບັງຫຼວງ ແລະ ການຂາດຄວາມ
ສາມາດຂອງລັດຖະບານ. ແຕ່ບາງຄົນກ່າວວ່າ ການວິຈານທາງອິນເຕີແນັດ ໃນທີ່ສຸດ
ອາດຈະເຮັດໃຫ້ບັນດາເຈົ້າໜ້າທີ່ ໃນລັດຖະບານ ເຮັດວຽກຢ່າງໂປ່ງໄສຂຶ້ນ.

ຫວຽດນາມ ບໍ່ມີການກວດກາ ອິນເຕີແນັດ ເຄັ່ງຄັດເທົ່າກັບຈີນ, ເຖິງແມ່ນວ່າປະເທດ
ດັ່ງກ່າວ ຈະມີພັກການເມືອງດຽວກໍຕາມ, ເຊິ່ງແມ່ນ ການປົກຄອງຂອງພັກຄອມມູນິສ.
ບໍ່ຄື ຈີນ, ປະເທດທີ່ຕັ້ງຢູ່ເອເຊຍຕາເວັນອອກສຽງໃຕ້ນີ້ ບໍ່ມີການກັ່ນກອງທາງອິນເຕີ
ແນັດ ຫຼື ກີດກັ້ນເຄືອຂ່າຍສື່ສັງຄົມຕ່າງປະເທດເຊັ່ນ ເຟສບຸກ ນັ້ນ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG