ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ການປາບປາມ ພວກຄັດຄ້ານ ດ້ານການເມືອງ ຂອງຫວຽດນາມ ຖືເປັນການດີ ສຳລັບທຸລະກິດ


ທະນາຍຄວາມຜູ້ທີ່ໄດ້ຮັບການເຝິກອົບຮົມ ຢູ່ທີ່ສະຫະລັດ ແລະ ເປັນຜູ້ຄັດຄ້ານລັດຖະບານທີ່ມີຊື່ສຽງ ທ່ານ Le Quoc Quan, ຂວາ, ຟັງຜູ້ພິພາກສາ ໃນລະຫວ່າງການດຳເນີນຄະດີ ຢູ່ໃນນະຄອນ ຮາໂນ່ຍ ຂອງຫວຽດນາມ.
ທະນາຍຄວາມຜູ້ທີ່ໄດ້ຮັບການເຝິກອົບຮົມ ຢູ່ທີ່ສະຫະລັດ ແລະ ເປັນຜູ້ຄັດຄ້ານລັດຖະບານທີ່ມີຊື່ສຽງ ທ່ານ Le Quoc Quan, ຂວາ, ຟັງຜູ້ພິພາກສາ ໃນລະຫວ່າງການດຳເນີນຄະດີ ຢູ່ໃນນະຄອນ ຮາໂນ່ຍ ຂອງຫວຽດນາມ.

ບັນດານັກວິເຄາະດ້ານເສດຖະກິດ ກ່າວວ່າ ພວກນັກລົງທຶນຊາວຕ່າງປະເທດ
ຫຼາຍຄົນ ແມ່ນມອງເຫັນຜົນດີ ຂອງການປາບປາມ ພວກຄັດຄ້ານ​ລັດຖະບານ
ຢູ່ໃນຫວຽດນາມ ​ໂດຍເຮັດໃຫ້ເກີດຄວາມສະບາຍໃຈ ສຳລັບຄວາມຄາດຫວັງ
ຂອງສະຖຽນລະພາບດ້ານທຸລະກິດ ໃນຂະນະທີ່ລັດຖະບານຂອງປະເທດ ທີ່ມີ
ພັກດຽວ ກຳລັງຈະກ້າວເຂົ້າສູ່ກອງປະຊຸມເສດຖະກິດ ສຸດຍອດ ໃນທ້າຍປີນີ້.

ຊາວອາເມຣິກັນ ເຊື້ອສາຍຫວຽດນາມ ປະທ້ວງຢູ່ນອກທຳນຽບຂາວ ກ່ອນໜ້າປະທານາທິບໍດີ ສະຫະລັດ ທ່ານດໍໂນລ ທຣຳ ຈະພົບປະກັບ ນາຍົກລັດຖະມົນຕີ ຂອງຫວຽດນາມ ທ່ານ Nguyen Xuan Phuc ທີ່ທຳນຽບຂາວ ໃນນະຄອນຫຼວງວໍຊິງຕັນ.
ຊາວອາເມຣິກັນ ເຊື້ອສາຍຫວຽດນາມ ປະທ້ວງຢູ່ນອກທຳນຽບຂາວ ກ່ອນໜ້າປະທານາທິບໍດີ ສະຫະລັດ ທ່ານດໍໂນລ ທຣຳ ຈະພົບປະກັບ ນາຍົກລັດຖະມົນຕີ ຂອງຫວຽດນາມ ທ່ານ Nguyen Xuan Phuc ທີ່ທຳນຽບຂາວ ໃນນະຄອນຫຼວງວໍຊິງຕັນ.

ພວກເຈົ້າໜ້າທີ່ນອກເຄື່ອງແບບ ໄດ້ທຸບຕີ ພວກນັກຕໍ່ສູ້ເພື່ອສິດທິມະນຸດ ແລະ ພວກ
ນັກຂຽນຂ່າວລົງສື່ສັງຄົມ ຫຼື bloggers ຢູ່ໃນ​ເຫດການ 36 ຄັ້ງ ລະຫວ່າງ ເດືອນ
ມັງກອນ ປີ 2015 ແລະ ເດືອນເມສາ ປີ 2017 ສ່ວນຫຼາຍ ໄດ້ສົ່ງຜົນເຮັດໃຫ້ພວກ
ເຂົາເຈົ້າ ໄດ້ຮັບບາດເຈັບສາຫັດ ດັ່ງທີ່ ກຸ່ມປົກ​ປ້ອງສິດທິມະນຸດ Human Right
Watch ຢູ່ທີ່ນະຄອນ New York ໄດ້ກ່າວໃນວັນອາທິດຜ່ານມາ. ກຸ່ມນີ້ ໄດ້ກ່າວ
ອີກວ່າ ບາງຄົນ ໄດ້ເຂົ້າຮ່ວມການເດີນຂະບວນປະທ້ວງ ເພື່ອປົກປ້ອງສິ່ງແວດລອມ
ຫຼື ໄດ້ຊຸກຍູ້ເພື່ອໃຫ້ມີສິດທິມະນຸດ.

ບັນດານັກວິເຄາະຢູ່ໃນຫວຽດນາມ ກ່າວວ່າ ພວກນັກລົງທຶນຕ່າງປະເທດ ແລະ ພວກ
ນັກທຸລະກິດອື່ນໆ ຢູ່ໃນຫວຽດນາມ ຈະບໍ່​ເອົາຫົວຊາ ຕໍ່ການປາບປາມ ຫຼື ຮັບເອົາວ່າ
ມັນເປັນຮ່ອງຮອຍທີ່ລັດຖະບານ ກຳລັງຕັດໄພຂົ່ມຂູ່ຕໍ່ການສົ່ງເສີມ ການພັດທະນາ
ເສດຖະກິດຂອງຕົນ ໃຫ້ຂະຫຍາຍໂຕໄວຂຶ້ນ ທີ່ກາງຕໍ່ການລົງ ທຶນໂດຍກົງຂະໜາດ
ໃຫຍ່ ຈາກຕ່າງປະເທດ.

ຊາຍຄົນນຶ່ງກຳລັງຈອດປະຕູເຫລັກ ຢູ່ຮ້ານຂອງລາວ ໃນນະຄອນຮາໂນ່ຍ ປະເທດຫວຽດນາມ.
ຊາຍຄົນນຶ່ງກຳລັງຈອດປະຕູເຫລັກ ຢູ່ຮ້ານຂອງລາວ ໃນນະຄອນຮາໂນ່ຍ ປະເທດຫວຽດນາມ.

ທ່ານ Adam McCarthy ຫົວໜ້ານັກເສດຖະສາດ ຢູ່ທີ່ ອົງການ Mekong
Economics ໃນນະຄອນຫຼວງ ຮາໂນ່ຍ ໄດ້ກ່າວວ່າ “ໃນປັດຈຸບັນນີ້ ມັນເກືອບຖື
ໄດ້ວ່າ ພັກການເມືອງດຽວ ຈະຍັງ​ດຳ​ເນີນຕໍ່ໄປຢ່າງບໍ່ມີກຳນົດ ແລະ ຖ້າທ່ານຢາກ
ຈະຕຳນິມັນແທ້ໆຢ່າງເປີດເຜີຍ ເຈົ້າກຳລັງຖາມຫາບັນຫາ. ພວກນັກທຸລະກິດມັກ
ສະຖຽນລະພາບແບບນັ້ນ. ທ່ານອາດຈະບໍ່ເຫັນດີນຳ ໃນດ້ານຈັນຍາບັນ ສິນທຳ
ຫຼື ພື້ນຖານຕ່າງໆຂອງປະຊາທິປະໄຕ ແຕ່ໃນພື້ນຖານຂອງທຸລະກິດແລ້ວ ມັນກໍ
ແມ່ນສະພາບ​ທີ່ທຸ່ນທຽງຂອງທຸລະກິດ.”

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG