ຊາຊົນ ຜູ້ບໍລິຫານຄົນນຶ່ງ ຂອງບໍລິສັດຂົນສົ່ງທາງເຮືອຫວຽດ ນາມໄດ້ປະສົບກັບບາດລ້ຽວ ທີ່ບໍ່ຄາດຝັນອີກອັນນຶ່ງ ໂດຍທີ່ ສານອຸທອນໃນນະຄອນຫຼວງຮາໂນ່ຍໄດ້ສອບປາກຄຳພວກ
ຈຳເລີຍ ແທນທີ່ຈະທຳການຕັດສິນລົງໂທດເຂົາເຈົ້າ.
ທ່ານ Duong Chi Dung ອະດີດປະທານບໍລິສັດ Vina lines ຊຶ່ງເປັນບໍລິສັດຂົນສົ່ງທາງເຮືອແຫ່ງຊາດ ຂອງຫວຽດນາມ ໄດ້ ຖືກພົບເຫັນວ່າມີຄວາມຜິດແລະຖືກຕັດສິນໂທດປະຫານຊີວິດ
ໃນທ້າຍປີກາຍຍ້ອນໄດ້ລັກຂະໂມຍເອົາເງິນ 1 ພັນ 600 ລ້ານ
ໂດລາ ແລະຫລົບໜີອອກຈາກປະເທດເພື່ອຫລີກລ່ຽງບໍ່ໃຫ້ຖືກ
ລົງໂທດ. ນອກນັ້ນແລ້ວຍັງມີອີກ 8 ຄົນໄດ້ຖືກພົບເຫັນວ່າມີຄວາມຜິດແລະຖືກຕັດສິນໂທດ
ໃຫ້ຈຳຄຸກແຕ່ 7 ຫາ 22 ປີ.
ທ່ານ Tran Dinh Trien ຊຶ່ງເປັນທະນາຍຄວາມຂອງທ່ານ Dung ກ່າວຕໍ່ວີໂອເອ ພະ ແນກພາສາຫວຽດນາມວ່າທ່ານຂໍຊົມເຊີຍການເຄື່ອນໄຫວເພື່ອສອບປາກຄຳຂອງພວກ ຈຳເລີຍໂດຍເວົ້າວ່າ ຍັງມີອີກຫຼາຍໆເລື່ອງທີ່ຈະຕ້ອງໄດ້ອະທິບາຍໃຫ້ມີຄວາມກະຈ່າງ ແຈ້ງຂຶ້ນ ກ່ຽວກັບຄະດີນີ້.
ທ່ານເວົ້າວ່າ “ພວກເຮົາຈຳເປັນຕ້ອງໄດ້ກວດສອບຢ່າງຈະແຈ້ງເບິ່ງວ່າການກະທຳຜິດ ຂອງທ່ານ Dung ເຮັດໄປດ້ວຍຄວາມຕັ້ງໃຈ ທີ່ຈະລ່ວງລະເມີດກົດລະບຽບຂອງລັດຫຼື ເຮັດໄປດ້ວຍການຂາດຄວາມຮັບຜິດຊອບກັນແທ້ ຊຶ່ງໄດ້ພາໃຫ້ເກີດຜົນທີ່ຕິດຕາມມາ ຢ່າງຮ້າຍແຮງເພື່ອທຳການຕັດສິນລົງໂທດທີ່ຖືກຕ້ອງຕາມກົດໝາຍແຕ່ແນວໃດກໍຕາມ ຍັງບໍ່ມີຫລັກຖານພຽງພໍເທື່ອທີ່ຈະພິສູດວ່າທ່ານ Dung ແລະທ່ານ Phuc ກ່ຽວກັບການ ສໍ້ໂກງເງິນ 1 ພັນ 600 ລ້ານ.”
ທ່ານ Trien ກ່າວວ່າ ການດຳເນີນຄະດີຂອງສານອຸທອນ ຈະດຳເນີນຕໍ່ໄປຕື່ມອີກ ໃນ ອາທິດໜ້າ.