ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທະນາຍຄວາມກ່າວວ່າ: ສານຫວຽດນາມ ໄດ້​ຕັດ​ສິນຈໍາຄຸກ ນັກເຄື່ອນໄຫວດ້ານສະພາບອາກາດ ໃນຂໍ້ຫາຫຼີກລ່ຽງພາສີ


ແຟ້ມຮູບ-ກຸ່ມຜູ້ປະທ້ວງ ພາກັນປະທ້ວງໃນລະຫວ່າງການຕໍ່ສູ້ສໍາລັບການປ່ຽນແປງທາງສະພາບອາກາດ ຢູ່ດ້ານໜ້າວິຫານ St. Joseph Cathedral ໃນນະຄອນຫຼວງຮາໂນ່ຍ, ຫວຽດນາມ, ວັນທີ 27 ກັນຍາ 2019.
ແຟ້ມຮູບ-ກຸ່ມຜູ້ປະທ້ວງ ພາກັນປະທ້ວງໃນລະຫວ່າງການຕໍ່ສູ້ສໍາລັບການປ່ຽນແປງທາງສະພາບອາກາດ ຢູ່ດ້ານໜ້າວິຫານ St. Joseph Cathedral ໃນນະຄອນຫຼວງຮາໂນ່ຍ, ຫວຽດນາມ, ວັນທີ 27 ກັນຍາ 2019.

ສານຫວຽດນາມ, ໃນວັນພະຫັດມື້ນີ້ ໄດ້ຕັດສິນຈໍາຄຸກນັກເຄື່ອນໄຫວດ້ານສະ ພາບອາກາດຊັ້ນນໍາຄົນນຶ່ງ ໃນຂໍ້ຫາຫຼີກລ່ຽງພາສີ, ເຊິ່ງເປັນນັກປົກ​ປ້ອງສິ່ງ ແວດລ້ອມຄົນຫຼ້າສຸດ ທີ່ຖືກກັກຂັງໂດຍລັດຖະບານຄອມມູນີສ, ອີງຕາມລາຍງານຂອງອົງການຂ່າວ AFP.

ສານໃນນະຄອນໂຮ່ຈິມິນ ໄດ້ຕັດສິນລົງໂທດຈໍາຄຸກ ທ່ານນາງຫວງ ທີ ມິນ ຮົງ (Hoang Thi Minh Hong) ເປັນເວລາ 3 ປີ ໃນຂໍ້ຫາຫລົບຫຼີກພາສີຈໍານວນ 275,000 ໂດລາ ທີ່ພົວພັນກັບກຸ່ມ CHANGE ທີ່ໂຄສະນາດ້ານສິ່ງແວດລ້ອມຂອງທ່ານນາງ, ທະນາຍຄວາມຂອງທ່ານນາງກ່າວຕໍ່ອົງການຂ່າວ AFP.

ນັກເຄື່ອນໄຫວດ້ານສິ່ງແວດລ້ອມ ອາຍຸ 50 ປີ, ຢ່າງໜ້ອຍແມ່ນນັກ​ປຸກ​ລະ​ດົມສີຂຽວຄົນທີ 5 ທີ່ຖືກຈໍາຄຸກໃນຂໍ້ຫາຫຼີກລ່ຽງພາສີ ໃນໄລຍະສອງປີຜ່ານມາ, ໃນຂະນະທີ່ເຈົ້າໜ້າທີ່ລັດຖະບານຂອງຫວຽດນາມດໍາເນີນບາດກ້າວເພື່ອປາບປາມບັນດານັກເຄື່ອນໄຫວ.

ສາມີຂອງທ່ານນາງ ທ່ານຫວງ ວິນ ນາມ (Hoang Vinh Nam) ກ່າວຕໍ່ອົງການຂ່າວ AFP ວ່າ ທ່ານ “ມີຄວາມຜິດຫວັງ” ຕໍ່ຄໍາຕັດສິນດັ່ງກ່າວ.

ທ່ານກ່າວວ່າ “ການຕັດສິນຕໍ່ນາງຮົງໃນມື້ນີ້ ແມ່ນໜັກເກິນໄປ.”

“ຂ້າພະເຈົ້າຄິດວ່າ ມັນບໍ່ຍຸຕິທໍາຕໍ່ນາງຮົງ. ທະນາຍຄວາມຂອງຈໍາເລີຍເຮັດໜ້າທີ່ສຸດຄວາມສາມາດຂອງລາວແລ້ວ ແຕ່ການໂຕ້ແຍ້ງຂອງລາວ ບໍ່ໄດ້ຮັບການພິຈາລະນາຢ່າງຖືກຕ້ອງ.”

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG