ການສຳຫຼວດທີ່ວ່ານີ້ ແມ່ນດຳເນີນການໂດຍອົງການສະຫະປະຊາຊາດເພື່ອການພັດທະນາທີ່
ເອີ້ນຫຍໍ້ວ່າ UNDP ແລະແນວໂຮມປິຕຸພູມຫວຽດນາມ. ທ່ານ Jairo Acuna-Alfaro ທີ່ປຶກ
ສາດ້ານນະໂຍບາຍ ຂອງ UNDP ກ່າວວ່າ ການຄົ້ນຄວ້າທີ່ວ່ານີ້ມີຂຶ້ນ ໃນເວລາທີ່ເສດຖະກິດ
ຂອງຫວຽດນາມພວມເຕີບໃຫຍ່ຂະຫຍາຍໂຕ ໂດຍທີ່ຜູ້ຄົນໃນຈຳນວນຫຼາຍຂຶ້ນນັບມື້ ພາກັນ
ຮຽກຮ້ອງຕໍ່ລັດຖະບານ ໃຫ້ສະໜອງການບໍລິການທີ່ດີຂຶ້ນຕໍ່ປະຊາຊົນ.
ທ່ານ Acuna-Alfaro ເວົ້າວ່າ “ປະຊາຊົນ ໄດ້ຮັບການສຶກສາດີຂຶ້ນຫຼາຍເທົ່າໃດ ເຂົາເຈົ້າກໍ
ແຮ່ງມີສຸຂະພາບດີຂຶ້ນຫຼາຍເທົ່ານັ້ນ ແລະກໍມີຄວາມຄາດຫວັງຫລາຍຂຶ້ນກ່ຽວກັບເລື່ອງຄຸນ
ນະພາບ ເຊັ່ນການສຶກສາທີ່ດີຂຶ້ນ ການສາທະລະນະສຸກທີ່ດີຂຶ້ນແລະຄາດຫວັງໃຫ້ເຈົ້າໜ້າ
ທີ່ລັດຖະບານ ມີຄວາມສາມາດເພີ່ມຂຶ້ນ ໃນການເຮັດວຽກດ້ານການປົກຄອງ ໃນກຳນົດເວ
ລາທີ່ເໝາະສົມ.”
ຫຼາຍໆຄົນໃນບັນດາຜູ້ທີ່ຢູ່ໃນແຖວໜ້າຂອງການປ່ຽນແປງດັ່ງກ່າວແມ່ນພວກພໍ່ໄຮ່ພໍ່ນາທີ່ສູນ ເສຍດິນດອນຂອງພວກເຂົາເຈົ້າໃຫ້ແກ່ໂຄງການພັດທະນາຕ່າງໆ.
ໃນສັບປະດາແລ້ວນີ້ ພວກພໍ່ໄຮ່ຊາວນາຈຳນວນຫຼາຍຮ້ອຍຄົນ ໃນແຂວງ Hung Yen ໄດ້ທຳ
ການປະທ້ວງຕໍ່ຕ້ານແຜນການທີ່ຈະດຸດແປງດິນເພື່ອສ້າງເມືອງໃໝ່ດາວທຽມ. ທ່ານນາງ Le
Hien Duc ນັກເຄື່ອນໄຫວຕໍ່ຕ້ານການສໍ້ລາດບັງຫຼວງຊຶ່ງເຄີຍເປັນອະດີດພະນັກງານຂອງມື້
ລາງທ່ານໂຮ່ຈິມິນ ປະທານຄົນທຳອິດຂອງປະເທດ ກໍໄດ້ໄປຮ່ວມໃນການໂຮມຊຸມນຸມຄັ້ງນີ້.
ທ່ານນາງ Le Hien Duc ເວົ້າວ່ານາງໄດ້ເຫັນຕຳຫຼວດປະມານ 1,000 ຄົນໃຊ້ລະເບີດນໍ້າຕາ
ຂັບໄລ່ ພວກຊາວໄຮ່ຊາວນາ 3,000 ຄົນ. ອີງຕາມລາຍງານຂອງສື່ມວນຊົນທາງການຫວຽດ
ນາມແລ້ວມີຜູ້ຖືກຈັບ 20 ຄົນ
ເຫດຮ້າຍທີ່ວ່ານີ້ມີຂຶ້ນພຽງບໍ່ເທົ່າໃດເດືອນ ຫຼັງຈາກພໍ່ນາຄົນນຶ່ງທີ່ແຂວງໄຮຟອງ ໄດ້ໃຊ້ປືນ
ແລະລະເບີດຝັງດິນ ຕໍ່ສູ້ພວກເຈົ້າໜ້າທີ່ໆພະຍາຍາມຂັບໄລ່ລາວອອກຈາກທີ່ດິນຂອງລາວ
ນັ້ນ. ທ່ານ Acuna-Alfaro ກ່າວວ່າບັນຫາຂັດແຍ້ງເລື່ອງດິນ ເປັນບັນຫາທີ່ມີຄວາມວິຕົກ
ກັງວົນເປັນພິເສດ.
ທ່ານ Acuna-Alfaro ເວົ້າວ່າ “ຂ້າພະເຈົ້າຄິດວ່າ ນີ້ແມ່ນສິ່ງທີ່ກຳລັງເກີດຂຶ້ນ ກ່ຽວກັບ
ເລື່ອງດິນ. ບັນຫາທັງໝົດທີ່ພວກເຮົາໄດ້ພົບເຫັນໃນໄລຍະສອງສາມ ເດືອນທຳອິດຂອງ
ປີນີ້ ຄືປະຊາຊົນພາກັນເລີ່ມສະແດງອອກຊຶ່ງຄວາມຄິດຄວາມເຫັນຂອງພວກເຂົາເຈົ້າແລະ
ຮ້ອງທຸກຕໍ່ລັດຖະບານວ່າ ບາງທີການຕົກລົງກ່ຽວກັບເລື່ອງດິນທັງໝົດ ແມ່ນບໍ່ເປັນຜົນ
ດີຕໍ່ພວກເຂົາເຈົ້າ.”
ບັນຫາການນຳໃຊ້ທີ່ດິນ ແມ່ນສ່ວນສຳຄັນອັນນຶ່ງ ຂອງດັດຊະນີຊີ້ບອກປະສິດທິພາບໃນການ
ປົກຄອງແຂວງແລະການບໍລິຫານສາທາລະນະຊົນທີ່ເລີ້ມຂຶ້ນໃນວັນພະຫັດແລ້ວ. ໃນຈຳນວນ
ປະຊາຊົນ 13,500 ຄົນ ທີ່ຖືກສຳພາດໃນການສຳຫຼວດຄັ້ງນີ້ ມີແຕ່ 9% ທໍ່ນັ້ນຂອງປະຊາຊົນ
ທີ່ຖືກລັດຖະບານຢຶດເອົາດິນ ກ່າວວ່າ ເຂົາເຈົ້າໄດ້ຮັບເງິນຊົດເຊີຍ ໃກ້ຄຽງກັບລາຄາຕະຫຼາດ.
2 ໃນ 5 ຂອງພວກທີ່ຖືກສຳພາດເວົ້າວ່າ ມັນເປັນສິ່ງຈຳເປັນ ທີ່ຈະຕ້ອງໄດ້ຈ້າງຜູ້ໃດຜູ້ນຶ່ງເຮັດ
ໃບຢັ້ງຢືນໃນການນຳໃຊ້ທີ່ດິນໃຫ້.
ທ່ານ Acuna-Alfaro ກ່າວວ່າ ຜົນຂອງການສຳຫຼວດນີ້ ແມ່ນສຳຄັນຫຼາຍ ຍ້ອນວ່າຄວາມ
ພະຍາຍາມ ໃນການຕໍ່ຕ້ານການສໍ້ລາດບັງຫຼວງຢູ່ຫວຽດນາມ ຕາມປົກກະຕິແລ້ວ ແມ່ນຜູ້
ດໍາເນີນຄວາມພະຍາຍາມ ກໍຄືເຈົ້າໜ້າທີ່ ເປັນຜູ້ຊັ່ງຊາຕີລາຄາເອົາເອງວ່າ ຕົນເອງເຮັດໄດ້ດີ
ຫລືບໍ່ ຊຶ່ງໝາຍຄວາມວ່າ ຜູ້ທີ່ໄດ້ຮັບເຄາະ ບໍ່ຄ່ອຍມີໂອກາດໄດ້ອອກຄວາມຄິດຄວາມເຫັນ
ກ່ຽວກັບເລື່ອງນີ້.
ທ່ານ Acuna-Alfaro ເວົ້າວ່າ “ພວກເຮົາກຳລັງໂຍນຫຼຽນສ່ຽງແລະໃຫ້ຂໍ້ມູນທີ່ ແຕກຕ່າງ
ໄປ ຊຶ່ງອາດມີຄວາມເປັນຈິງຫຼາຍຂຶ້ນ ແລະຕາງໜ້າຫຼາຍຂຶ້ນໃຫ້ແກ່ປະຊາຊົນກໍຄືພວກທີ່ໃຊ້
ບໍລິການເຫຼົ່ານັ້ນແລະເປັນຂໍ້ມູນທີ່ຈຳເປັນຕ້ອງໄດ້ນໍາເອົາມາພິຈາລະນາເວລາມີການສົນທະ
ນາຫາລື ເພື່ອປັບປຸງໃຫ້ດີຂຶ້ນ ໃນດ້ານນິຕິບັນຍັດ ແລະການຈັດຕັ້ງປະຕິບັດໃນພາກໂຕຈິງ
ພວກຍຸດທະສາດຕ່າງໆໃນທຸກລະດັບຂອງແຂວງ.”
ນຶ່ງສ່ວນສາມ ຂອງພວກທີ່ຖືກ
ສຳພາດເວົ້າວ່າການໃຫ້ເງິນສິນ
ບົນແມ່ນຈຳເປັນ ກ່ອນທີ່ຈະໄດ້
ຮັບ ການປິ່ນປົວພະຍາບານ
ແລະສອງໃນຫ້າເວົ້າວ່າ ການ
ໃຫ້ເງິນສິນບົນ ແມ່ນມີຄວາມ
ຈຳເປັນຢູ່ຕາມໂຮງຮຽນຕ່າງໆ.
ຢູ່ໃນປະເທດ ບ່ອນທີ່ເງິນເດືອນ
ໂດຍສະເລ່ຍມີພຽງ 150 ໂດລາ
ເທົ່ານັ້ນພວກທີ່ຖືກສຳພາດເວົ້າ
ວ່າ ເງິນທີ່ເຂົາເຈົ້າຕ້ອງໄດ້ໃຊ້
ເພື່ອຊື້ຈ້າງຈອຍອອຍໃນແຕ່ລະ
ປີນັ້ນແມ່ນເປັນຈຳນວນຫຼວງຫຼາຍ ຊຶ່ງໂດຍສະເລ່ຍແລ້ວແມ່ນປະມານ 125 ໂດລາສໍາລັບຈ່າຍ
ໃຫ້ພະນັກງານແພດໝໍ ແລະ 58 ໂດລາ ສໍາລັບພວກນາຍຄູແລະໂຮງຮຽນຕ່າງໆ.
ທ່ານ Dang Ngoc Dinh ຜູ້ອຳນວຍການສູນກາງສຶກສາດ້ານການພັດທະນາຄວາມສະໜັບ
ສະໜຸນສໍາລັບປະຊາຄົມຂອງຫວຽດນາມກ່າວວ່າ ໂຕເລກແມ່ນສູງຫຼາຍ ແຕ່ບໍ່ເປັນທີ່ແປກໃຈ
ເລີຍ.
ທ່ານ Dang Ngoc Dinh ເວົ້າວ່າ “ການສໍ້ລາດບັງຫຼວງກໍຄືກັນກັບການຈະລາຈອນຕິດຂັດ
ທຸກໆຄົນຮູ້ຈັກດີວ່າ ມັນເປັນບັນຫາ ແຕ່ມັນກໍບໍ່ສາມາດທີ່ຈະແກ້ໄຂໃນໄລຍະຂ້າມຄືນໄດ້.”
ຈຸດໝາຍຂອງການສຳຫຼວດໃນຄັ້ງນີ້ບໍ່ແມ່ນຄວາມຮູ້ສຶກໝົດຫວັງກ່ຽວກັບການໄດ້ຮັບຄະແນນ
ຕໍ່າ ແຕ່ເພື່ອເຮັດສິ່ງໃດສິ່ງນຶ່ງ ກ່ຽວກັບເລື່ອງນີ້. ຍ້ອນເຫດຜົນດັ່ງກ່າວ ທ່ານ Dang Ngoc
Dinh ເວົ້າວ່າ ການໄດ້ຮັບຄະແນນຕໍ່າບໍ່ຈຳເປັນທີ່ຈະຖືວ່າເປັນເລື່ອງທີ່ບໍ່ດີ.
ທ່ານ Dang Ngoc Dinh ກ່າວວ່າ "ສິ່ງສຳຄັນກໍຄື ພວກເຈົ້າໜ້າທີ່ ຕ້ອງສົມທຽບຄະແນນ
ທີ່ເຂົາເຈົ້າໄດ້ຮັບແລະຖອດຖອນບົດຮຽນຈາກກັນແລະກັນ ເພື່ອວ່າເຂົາເຈົ້າຈະສາມາດແກ້ໄຂ
ໃຫ້ດີຂຶ້ນ."
ທ່ານ Acuna-Alfaro ກ່າວວ່າ ເວລານີ້ແມ່ນຂຶ້ນຢູ່ກັບພວກເຈົ້າໜ້າທີ່ແຂວງວ່າຈະດຳເນີນ
ການແບບໃດ ແລະປາບປາມ ການໃຫ້ເງິນສິນບົນ. ຈາກຫາງສຽງຂອງປະຊາຊົນ 13,000
ກວ່າຄົນນັ້ນ ມັນເປັນຫຼັກຖານທີ່ຍາກຈະບໍ່ເອົາໃຈໃສ່.