ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໐໒ ພຶດສະພາ ໒໐໒໔

ນັກຊ່ຽວຊານກ່າວວ່າ ມີການສໍ້ລາດບັງຫລວງ ຢ່າງແຜ່ຫລາຍ ຢູ່ຫວຽດນາມ.


ແຜນທີ່ຫວຽດນາມ
ແຜນທີ່ຫວຽດນາມ

ນັກ​ຊ່ຽວຊານ​ນາໆ​ຊາດ​ກຸ່ມ​ນຶ່ງ​ກ່າວ​ວ່າ ການ​ສໍ້​ລາດ​ບັງ​ຫລວງ​ຢ່າງ​ແຜ່​ຫລາຍ​ໃນ​ການຈັດ
ສັນ​ທີ່​ດິນ​ ກໍາລັງເປັນ​ໄພ​ທີ່ຈະ​ທໍາລາຍສະຖຽນ​ລະ​ ພາບ​ຂອງສັງຄົມ​ໃນ​ຫວຽດນາມ.

ພວກ​ນັກ​ຊ່ຽວຊານ​ກຸ່ມ​ນຶ່ງ​ຈາກ Sweden, ​ເດັນ​ມາກ ​ແລະ​ຫວຽດນາມແຈ້ງ​ຜົນ​ການພົບ
ເຫັນຈາກ​ການ​ສຶກສາ​ຄົ້ນຄວ້າ​ຂອງ​ເຂົາ​ເຈົ້າ​ໃຫ້​ຊາບ​ໃນ​ວັນ​ພະຫັດ​ມື້​ນີ້​ ອີງ​ຕາມ​ການ​ສໍາ​
ຫລວດ​ປະຊາຊົນ​ຈໍານວນ​ຫລາຍ​ກວ່າ 4700 ຄົນ​ໃນ 5 ແຂວງ​ຂອງ​ຫວຽດນາມ. ບັນດາ​
ນັກ​ຊ່ຽວຊານ​ກຸ່ມ​ນີ້ ກ່າວ​ວ່າ ການ​ສໍ້​ລາດ​ບັງ​ຫລວງ​ ໄດ້ສ້າງ​ສະພາບ​ແວດ​ລ້ອມ​ທີ່​ເຮັດ​ໃຫ້
ຄົນ​ຮັ່ງມີ​ນັບ​ມື້​ນັບ​ຮັ່ງມີ​ຂຶ້ນ​ ແລະ​ພວກ​ຄົນ​ທຸກ​ຍາກ​ນັບ​ມື້​ນັບ​ທຸກ​ລົງ.

ໃນການ​ສຶກສາດັ່ງກ່າວ ຊຶ່ງ​ໄດ້​ຮັບ​ການ​ຫນຸນ​ຫລັງ​ຈາກ​ທະນາຄານ​ໂລກ ນັ້ນ 85 ​ເປີ​ເຊັນ
ຂອງ​ພວກ​ທີ່​ຖືກ​ສໍາພາດ​ ​ກ່າວ​ວ່າ ​ເຂົາ​ເຈົ້າ​ເຊື່ອ​ວ່າ​ມີ​ການ​ສໍ້​ລາດ​ບັງ​ຫລວງໃນ​ເລື້ອງ​ທີ່​ກ່ຽວ​
ກັບການຈັດ​ສັນ​ທີ່​ດິນ. ປະມານ 1 ​ໃນ ​3 ຄົນ​ໃດເວົ້າ​ວ່າ ການເອົາຂອງຂັວນ​ໃຫ້ ​ແລະ
ການໃຫ້​ສິນ​ບົນ ​ແມ່ນ​ເປັນ​ສ່ວນ​ນຶ່ງ​ຂອງ​ຊີວິດ​ປະ​ຈໍາ​ວັນ​ໃນ​ປະ​ເທດ.

ບັນຫາ​ການ​ໃຊ້​ທີ່​ດິນ​ແມ່ນ​ເປັນ​ເລື່ອງ​ຫລໍ່​ແຫລມ ​ໂດຍ​ສະ​ເພາະ​ໃນ​ຫວຽດນາມ ບ່ອນ​ທີ່​ພົນ
ລະ​ເມືອງ​ໃນ​ຈໍານວນ​ເກືອບ 70 ​ເປີ​ເຊັນ​ຍັງພາກັນ​ອາ​ໄສ​ຢູ່​ໃນ​ເຂດ​ຊົນນະບົດ​.

XS
SM
MD
LG