ການສໍາຫລວດປະຈໍາປີ ໂດຍບໍລິສັດໃຫ້ຄໍາປຶກສາກ່ຽວກັບຄວາມສ່ຽງດ້ານການເມືອງແລະເສດຖະກິດ ຫລື PERC ທີ່ຮ່ອງກົງ ຊີ້ບອກວ່າ ຢູ່ໃນຂົງເຂດເອເຊຍນັ້ນ ມີພຽງແຕ່ປະເທດ ກໍາປູເຈຍ ອິນໂດເນເຊຍ ຟິລິບປິນ ແລະອິນເດຍເທົ່ານັ້ນ ທີ່ມີການສໍ້ລາດບັງຫລວງຫລາຍກວ່າຫວຽດນາມ.
ໃນຕາຕະລາງວັດແທກ ຈາກ 0 ຫາ 10 ຂອງລະດັບການໂຍະຍານ ຜ່ອນຜັນໃຫ້ແກ່ການສໍ້ລາດບັງຫລວງ ຊຶ່ງ 10 ໝາຍເຖິງການສໍ້ລາດບັງຫລວງໃນລະດັບສູງທີ່ສຸດນັ້ນ ຫວຽດ ນາມແມ່ນຢູ່ໃນລະດັບ 8.3 ຕາມຜົນການສໍາຫລວດໃນປີນີ້ ຂອງບໍລິສັດ PERC.
ອົງການຄວາມໂປ່ງໃສສາກົນ ຫລື Transparency International ຊຶ່ງເປັນອົງການ
ຕໍ່ຕ້ານການສໍ້ລາດບັງຫລວງ ໄດ້ຈັດຫວຽດນາມຢູ່ໃນອັນດັບທີ່ 116 ໃນຈໍານວນ 178
ປະເທດໃນດັດຊະນີການສໍ້ລາດບັງຫລວງປະຈໍາປີຂອງອົງການ.
ທ່ານນາງ ຟາມທີໂລນ(Pham Thi Loan) ສະມາຊິກສະພາແຫ່ງຊາດຫວຽດນາມ ບອກວີໂອເອວ່າ ບໍ່ແມ່ນວ່າປະຊາຊົນບໍ່ເອົາຫົວຊາກັບການສໍ້ລາດບັງຫລວງ ແຕ່ມັນເປັນບັນຫາທີ່ສຸດວິໄສຂອງພວກເຂົາເຈົ້າ.
// ສຽງພາສາຫວຽດນາມ //
ທ່ານນາງ ຟາມທີໂລນ ກ່າວວ່າ ພວກປະຊາຊົນບໍ່ໄດ້ອະນຸໂລມຜ່ອນຜັນໃຫ້ແກ່ການສໍ້ລາດ
ບັງຫລວງ ແຕ່ພວກເຂົາເຈົ້າກໍເຮັດຫຍັງບໍ່ໄດ້ຫລາຍ. ພວກເຂົາເຈົ້າບໍ່ຮູ້ວ່າຈະປ້ອງກັນແນວ
ໃດ. ການສໍ້ລາດບັງຫລວງນັ້ນມີຢູ່ໃນທຸກລະດັບຢ່າງແຜ່ຫລາຍ ແລ້ວພວກເຂົາເຈົ້າຈະຢຸດມັນ
ໄດ້ຢ່າງໃດ? ທ່ານນາງກ່າວຕໍ່ໄປວ່າ ບັນຫານີ້ລໍາບາກຍາກເຂັນຫລາຍທີ່ສຸດ ດັ່ງນັ້ນ ພວກ
ປະຊາຊົນກໍເລີຍພາກັນຮູ້ສຶກວ່າ ພວກເຂົາເຈົ້າບໍ່ສາມາດຈະຈັດການກັບມັນໄດ້.
ນັກເຄື່ອນໄຫວຊາວຫວຽດນາມສູງອາຍຸ ເລ ກຽນ ດຶກ(Le Kien Duc) ທີ່ໃຜໆກໍພາກັນ
ເອີ້ນວ່າ ແມ່ຕູ້ຕໍ່ຕ້ານການສໍ້ລາດບັງຫລວງ ກໍມີຄວາມເຫັນດັ່ງດຽວກັນກັບສະມາຊິກສະພາ ຟາມທີໂລນ.
ແມ່ຕູ້ດຶກ ກ່າວວ່າ ເປັນທີ່ແລເຫັນໄດ້ຢ່າງແຈ່ມແຈ້ງວ່າ ພວກປະຊາຊົນແມ່ນເປັນຫ່ວງສຸດ
ຂີດໃນເລຶ່ອງນີ້ ແຕ່ພວກເຂົາເຈົ້າບໍ່ໄດ້ຮັບການສຶກສາສູງ ກໍເລີຍບໍ່ຮູ້ວິທີການໃນທາງກົດ
ໝາຍທີ່ຈະປາບປາມການສໍ້ລາດບັງຫລວງນັ້ນຢ່າງຖືກຕ້ອງໄດ້ແນວໃດ. ແມ່ຕູ້ດຶກກ່າວຕໍ່ໄປ
ວ່າ ພວກປະ ຊາຊົນໄດ້ຍື່ນໜັງສືຮ້ອງທຸກ ໄປຍັງນາຍົກລັດຖະມົນຕີແລະໄປຍັງພວກເຈົ້າ
ໜ້າທີ່ອາວຸໂສອື່ນໆ ເພາະເຂົາເຈົ້າບໍ່ຮູ້ວ່າ ພວກເຈົ້າໜ້າທີ່ທີ່ເຂົາເຈົ້າຮ້ອງຮຽນໄປນັ້ນ ບໍ່ໄດ້
ຮັບຜິດຊອບເລຶ່ອງນີ້ໂດຍກົງ. ພວກປະຊາຊົນພາກັນແຕ່ງຄໍາຮ້ອງຮຽນ ຮ້ອງທຸກກ່ຽວກັບ
ການສໍ້ລາດບັງຫລວງ ແຕ່ກໍບໍ່ຮູ້ວິທີທີ່ຈະເຮັດໃຫ້ຖືກຕ້ອງ ຫລືບໍ່ຮູ້ແມ່ນແຕ່ວ່າ ຈະເຊັນຊື່
ຂອງຕົນລົງແບບໃດ ແລະບໍ່ຮູ້ວ່າ ຈະສົ່ງໄປໃສ ຫາໃຜ ດັ່ງນີ້ເປັນຕົ້ນ.
ແມ່ຕູ້ດຶກ ນັກເຄື່ອນໄຫວ ອາຍຸ 81 ປີ ທີ່ໄດ້ຮັບກຽດຈາກອົງການຄວາມໂປ່ງໃສສາກົນ ໃນ
ປີ 2007 ຍ້ອນການເຄື່ອນໄຫວຕໍ່ຕ້ານການສໍ້ລາດບັງຫລວງຂອງລາວນັ້ນ ເອີ້ນການກິນສິນ
ບົນຢູ່ໃນຫວຽດນາມວ່າ “ເລວຮ້າຍເຫລືອທີ່ສຸດ.”
// ສຽງພາສາຫວຽດນາມ //
ແມ່ຕູ້ດຶກເວົ້າວ່າ ລາວໄດ້ຮັບຄໍາຮ້ອງທຸກມາຈາກ 50 ເຂດແຂວງ ຂອງທັງໝົດ 58 ແຂວງ
ຂອງຫວຽດນາມ. ແລະການສໍ້ລາດບັງຫລວງນັ້ນ ບໍ່ໄດ້ມີແຕ່ຢູ່ໃນພາກສ່ວນຄຸ້ມຄອງທີ່ດິນ
ແລະອະສັງຫາລິມະຊັບເທົ່ານັ້ນ ແຕ່ຍັງມີຢູ່ໃນວົງການການສຶກສາ ແລະພາກສ່ວນອື່ນໆນໍາ ອີກເຊັ່ນກັນ.
ອິງຕາມການສໍາຫລວດຄັ້ງລ່າສຸດຂອງບໍລິສັດ
PERC ພວກຜູ້ບໍລິຫານທຸລະກິດຈາກຕ່າງ
ປະເທດຢູ່ໃນຫວຽດນາມ ຈໍານວນເກືອບ
2000 ຄົນ ຄິດວ່າ ການສໍ້ລາດບັງຫລວງ
ແມ່ນມີຢ່າງແຜ່ຫລາຍຢູ່ໃນປະຊາຄົມຕ່າງໆ ໃນທົ່ວຫວຽດນາມທັງໝົດ.
ໃນເລື່ອງການບໍ່ເອົາຈິງເອົາຈັງໃນການປາບ
ປາມການສໍ້ລາດບັງຫລວງນັ້ນ ລັດຖະບານ
ຫວຽດນາມ ແມ່ນໄດ້ຄະແນນ 7.50 ຈາກ ຄະແນນສູງສຸດ ຄື 10 ນັ້ນ.
ສະມາຊິກສະພາ ຟາມທີໂລນ ກ່າວວ່າ
ຫວຽດນາມກໍາລັງທົດລອງໃຊ້ຫລາຍໆມາດຕະການທີ່ແຕກຕ່າງກັນເພື່ອປາບການ
ສໍ້ລາດບັງຫລວງ ແຕ່ທ່ານນາງກ່າວວ່າ ມັນຍາກທີ່ຈະສ້າງຄວາມສົມດຸນທີ່ຖືກຕ້ອງເໝາະສົມ ໃນການປາບປາມນັ້ນໄດ້.
ລາຍງານຂອງ ບໍລິສັດ PERC ເວົ້າວ່າ ມີຫລາຍໆປັດໃຈທີ່ເປັນອົງປະກອບໃນການປາບ
ປາມການສໍ້ລາດລັງຫລວງໃນຫວຽດນາມ ໂຮມທັງຄວາມເປັນຈິງທີ່ວ່າ ພາກລັດນັ້ນ ໃຫຍ່
ຫລວງກວ່າພາກເອກະຊົນຫລາຍ ໃນຂະນະທີ່ເງິນເດືອນຂອງລັດຖະກອນລະດັບປານກາງ
ຍັງຕໍ່າຫລາຍຢູ່. ລາຍງານເວົ້າວ່າ ວົງການຕໍາຫລວດ ພາສີແລະພະແນກອອກໃບອະນຸຍາດ
ຕ່າງໆ ແລະຕະຫລາດຫຸ້ນ ແມ່ນຖືວ່າເປັນພາກສ່ວນທີ່ມີການສໍ້ລາດບັງຫລວງຫລາຍທີ່ສຸດ.
ໃນຫວຽດນາມ ປະຊາຊົນມັກຈະເອົາເງິນສົດຍັດໃຫ້ເຈົ້າໜ້າທີ່ຕໍາຫລວດ ເວລາໃດພວກເຂົາ
ເຈົ້າຖືກຕໍາຫລວດຢຸດຍ້ອນເຮັດຜິດກົດຈະລາຈອນ ຊຶ່ງທ່ານນາງໂລນກ່າວວ່າ ມັນເປັນການ
ເອື້ອອໍານວຍໃຫ້ແກ່ການສໍ້ລາດບັງຫລວງ ແຕ່ທ່ານນາງກໍກ່າວວ່າ ຫລາຍໆຄົນຍອມຈ່າຍ
ເງິນໃຫ້ຕໍາຫລວດໂລດ ກໍເພື່ອແກ້ບັນຫາໃຫ້ແລ້ວໄປຢ່າງວ່ອງໄວ.
// ສຽງພາສາຫວຽດນາມ //
ສະມາຊິກສະພາໂລນເວົ້າວ່າ ພວກເຂົາເຈົ້າຈ່າຍເງິນໃຫ້ຕໍາຫລວດ ກໍເພາະວ່າມັນງ່າຍກ່ວາ ທີ່ຈະໄປຈ່າຍຄ່າປັບໄໝຢູ່ໂຮງການ ຊຶ່ງພົວພັນກັບລະບຽບການເຈ້ຍສໍຕ່າງໆ ທີ່ພາໃຫ້ເສຍເວລາ ແລະກໍຕ້ອງໃຊ້ຄວາມພະຍາຍາມ. ແຕ່ແມ່ຕູ້ດຶກກັບມີຄວາມເຫັນແຕາກຕ່າງໄປ.
// ສຽງພາສາຫວຽດນາມ //
ແມ່ຕູ້ດຶກເວົ້າວ່າ ປະຊາຊົນຜູ້ໄດ້ຮັບການສຶກສານັ້ນ ຈະເຂົ້າໃຈດີໃນຕົວບົດກົດໝາຍ ແຕ່
ພວກຊາວນາຊາວສວນ ພວກກໍາມະກອນ ແລະພວກອື່ນໆຈະບໍ່ເຂົ້າໃຈ ແລະບໍ່ເຂົ້າໃຈວ່າ
ການໃຫ້ເງິນສົດແກ່ເຈົ້າໜ້າທີ່ຕໍາຫລວດນັ້ນ ເປັນການສ້າງເງື່ອນໄຂທີ່ເອື້ອອໍານວຍໃຫ້ແກ່
ການສໍ້ລາດບັງຫລວງ ຊຶ່ງແມ່ຕູ້ດຶກກ່າວວ່າ ຄວນຈະຖິ້ມໂທດໃສ່ນະໂຍບາຍແລະກົນໄກທັງ
ຫລາຍຂອງລັດ ທີ່ປ່ອຍໃຫ້ພວກເຈົ້າໜ້າທີ່ຕໍາຫລວດຮັບເງິນສິນບົນໄດ້.
ລາຍງານຂອງບໍລິສັດ PERC
ເນັ້ນຍໍ້າເຖິງກໍລະນີຂອງອະດີດ
ຜູ້ວ່າການທະນາຄານກາງ
ທ່ານ ເລ ດຶກ ຖຸຍ(Le Duc
Thuy) ທີ່ຖືກກ່າວຫາວ່າ ໄດ້
ຮັບສິນບົນຈາກບໍລິສັດນຶ່ງຂອງ
ອອສເຕຣເລຍ ເພື່ອແລກປ່ຽນ
ກັບການໃຫ້ສັນຍາຮັບເໝົາພິມ
ເງິນທີ່ໄດ້ກໍາໄລງາມ. ສື່ມວນຊົນ
ຫວຽດນາມລາຍງານວ່າ ທ່ານ
ຖຸຍ ໄດ້ລາອອກກິນເບັ້ຍບໍາ
ນານໃນເດືອນນີ້ຈາກຕໍາແໜ່ງ
ປະທານຄະນະກໍາມະການຕິດ ຕາມເບິ່ງດ້ານການເງິນ.
ທ່ານ ບອບ ບຣອດຟຸຕ (Bob
Broadfoot) ຜູ້ອໍານວຍການບໍ
ລິຫານບໍລິສັດ PERC ກ່າວວ່າ
ເຫດການດັ່ງກ່າວນີ້ສະແດງໃຫ້
ເຫັນວ່າ ການສໍ້ລາດບັງຫລວງ
ໃນຫວຽດນາມແມ່ນໄດ້ລຸກລາມໄປເຖິງຈຸດທີ່ວ່າ ລັດຖະບານຈະຕ້ອງກວາດລ້າງພວກກໍລະນີ
ທີ່ເດັ່ນໆດັງໆນັ້ນໃຫ້ໄດ້. ທ່ານບຣອດຟຸຕເວົ້າວ່າ:
“I do not think it is so much a system...ຂ້າພະເຈົ້າບໍ່ຄິດວ່າ ມັນຈະເປັນ
ການກວາດລ້າງ ການສໍ້ລາດບັງຫລວງຢ່າງເປັນລະບົບ ຫລາຍໄປກວ່າການ
ສະແດງຕົວຢ່າງຂອງຄະດີໃນລະດັບສູງໆ ໃຫ້ເຫັນ ເນຶ່ອງຈາກວ່າລັດຖະບານ
ບໍ່ຕ້ອງການໃຫ້ຖືກມອງເຫັນວ່າ ມີການສໍ້ລາດບັງຫລວງ. ລັດຖະບານຫວຽດນາມ
ແມ່ນລະບອບພັກການເມືອງດຽວ ແລະຈໍາເປັນຕ້ອງໄດ້ສະແດງເຫດຜົນສະໜັບ
ສະໜູນຄວາມຊອບທໍາໃນການກໍາອໍານາດຂອງຕົນ ແລະເພື່ອທີ່ຈະກະທໍາເຊ່ນ
ນັ້ນໄດ້ ກໍຕ້ອງໄດ້ເຮັດໃຫ້ປະຊາຊົນເຫັນວ່າ ລັດຖະບານທໍາການປາບປາມການ ສໍ້ລາດບັງຫລວງ.”
ຜົນການສໍາຫລວດຂອງບໍລິສັດ PERC ເມື່ອປີຜ່ານມານັ້ນ ພົບວ່າຫວຽດນາມຢູ່ໃນອັນດັບ
ສາມ ລອງຈາກອິນໂດເນເຊຍແລະກໍາປູເຈຍ ໃນຖານະເປັນປະເທດທີ່ມີການສໍ້ລາດບັງຫລວງ
ຫລາຍທີ່ສຸດໃນຂົງເຂດເອເຊຍ ຊຶ່ງສະແດງວ່າອັນດັບຂອງປີນີ້ແມ່ນດີຂື້ນຈາກປີກາຍ.