ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໐໘ ມິຖຸນາ ໒໐໒໓

ຫວຽດນາມຕັດສິນລົງໂທດ ອະດີດເຈົ້າໜ້າທີ່ຂົນສົ່ງ


ທ່ານ Huynh Ngoc Sy ອະດີດຫົວໜ້າກົມທາງຫລວງຫວຽດນາມ ກໍາລັງຖືກຕໍາຫລວດພາໂຕໄປຍັງສານ ທີ່ນະຄອນໂຮຈິມິນ, ວັນທີ 24 ກັນຍາ 2010

ສານ​ຫວຽດນາມ​ແຫ່ງ​ນຶ່ງ​ໄດ້​ຕັດສິນ​ລົງ​ໂທດ​ອະດີດ​ເຈົ້າ​ໜ້າ​ທີ່​ຂັ້ນ​ອາວຸ​ໂສ​ກະຊວງ​ຂົນ​ສົ່ງ​ຄົນ​ນຶ່ງໃນ​ວັນ​ຈັນ​ມື້​ນີ້ ​ໃຫ້​ຈໍາ​ຄຸກ​ຕະຫລອດ​ຊີວິດ​ ໃນຖານໄດ້ຮັບ​ສິນ​ບົນ​ ກ່ຽວ​ກັບ​ວຽກ​ກໍ່ສ້າງ​ຖະໜົນ​ທີ່​ໄດ້​ຮັບ​ທຶນ​ກໍ່ສ້າງ​ຈາກ​ຍີ່ປຸ່ນ.

ຂ່າວ​ນອງ​ນັນ​ທີ່​ວ່າ​ນີ້​ໄດ້​ກະ​ຕຸ້ນ​ໃຫ້​ຍີ່ປຸ່ນ ຊຶ່ງ​ເປັນ​ປະ​ເທດ​ທີ່​ ໃຫ້ການ​ຊ່ອຍເຫລືອ​ລາຍ​ໃຫຍ່​ທີ່​ສຸດ​ຂອງ​ຫວຽດນາມ ຕັດ​ການ​ຊ່ອຍ​ເຫລືອ​ຂອງ​ຕົນ​ເປັນ​ເວລາ​ຫລາຍ​ເດືອນ ​ເວລາ​ຂ່າວ​ນອງ​ນັນ​ດັ່ງກ່າວ​ຖືກເປີດ​ເຜີຍ​ອອກ​ມາ​ ​ໃນ​ປີ 2008 ນັ້ນ.

ສານດັ່ງກ່າວໃນນະຄອນໂຮຈິມິນ ຕັດສິນວ່າທ່ານ Huynh
Ngoc Sy ມີຄວາມຜິດແທ້ ລຸນຫລັງການດໍາເນີນຄະດີ ທີ່
ເລີ້ມຂຶ້ນໃນວັນສຸກຜ່ານມານີ້ ຊຶ່ງທ່ານສາມາດປະເຊີນກັບ
ການລົງໂທດປະຫານຊີວິດໄດ້.

ທ່ານ Sy ຖືກຕັດສິນວ່າມີຄວາມຜິດ ໃນຂໍ້ຫາຮັບສິນບົນເປັນເງິນຈໍານວນ 262 ພັນໂດລາ ຈາກບໍລິສັດ Pacific Consultants International ຂອງຍີ່ປຸ່ນ ທີ່ທາງ​ການ​ຫວຽດນາມ ໄດ້ວ່າຈ້າງໃຫ້ເປັນທີ່ປຶກສາ ໃນການກໍ່ສ້າງຖະໜົນຫລວງສາຍນຶ່ງ ທີ່ເຊື່ອມໂຍງກໍ້າຕາເວັນ ອອກຫາກໍ້າຕາເວັນຕົກ ຂອງນະຄອນໂຮຈິມິນ.

ພວກຫົວໜ້າບໍລິຫານບໍລິສັດ PCI ຍີ່ປຸນ 4 ຄົນ ​ໄດ້​ຍອມຮັບຜິດຕໍ່ສານແຫ່ງນຶ່ງໃນກຸງ ໂຕກຽວໃນປີແລ້ວນີ້ ວ່າໄດ້ຈ່າຍ​ເງິນສິນບົນຈໍານວນ 820 ພັນໂດລາ ໃຫ້ທ່ານ Sy.

ຍີ່ປຸ່ນໄດ້ງົດໃຫ້ເງິນຊ່ອຍເຫລືອແບບກູ້ຢືມແກ່ຫວຽດນາມ ຍ້ອນຂ່າວນອງນັນດັ່ງກ່າວ ແຕ່ໄດ້ ຮື້ຟື້ນການ​ຊ່ວ​ຍເຫລືອ​ຫວຽດນາມຄືນໃນປີ 2009.

XS
SM
MD
LG