ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ຫວຽດນາມຈະພິມເຜີຍແຜ່ ລາຍໄດ້ຂອງລັດວິສາຫະກິດ ເພື່ອປັບປຸງປະສິດທິພາບ


ພະນັກງານທະນາຄານຄົນນຶ່ງ ນັບເງິນດົງ ຢູ່ສໍານັກງານໃຫຍ່ຂອງທະນາຄານ Vietcombank ທີ່ນະຄອນຫລວງຮາໂນ່ຍ, ວັນທີ 6 ເມສາ 2012.
ພະນັກງານທະນາຄານຄົນນຶ່ງ ນັບເງິນດົງ ຢູ່ສໍານັກງານໃຫຍ່ຂອງທະນາຄານ Vietcombank ທີ່ນະຄອນຫລວງຮາໂນ່ຍ, ວັນທີ 6 ເມສາ 2012.

ບັນດາບໍລິສັດ​ລັດ​ວິສາ​ຫະກິດຂອງຫວຽດນາມ ​ທີ່​ມີ​​ການ​ບໍລິຫານງານ​ຢ່າງ​ຜິດພາດ​ ບວກກັບ ໜີ້​ສິນຈໍານວນ​ຫລວງຫລາຍ​ນັ້ນ ​ແມ່ນເປັນ​ຕົວ​ທໍາລາຍເສ​ດຖະກິດ​ຂອງ​ປະ​ເທດ. ແຕ່​ດັ່ງ​ທີ່ Marianne Brown ລາຍ​ງານ​ມາຈາກ​ຮາ​ໂນ​ຍ ​ກໍ​ແມ່ນ​ວ່າ ການ​​ເຄື່ອນ​ໄຫວ​ບັ້ນ​ນຶ່ງ​ເພື່ອບັງຄັບ​ໃຫ້​ມີ​ການພິມ​ເຜີຍ​ແຜ່ລາຍ​ໄດ້ຂອງ​ພວກບໍລິສັດ​​ເຫລົ່ານັ້ນ ກໍາລັງ​ໄດ້​ຮັບການ​ຊົມ​ເຊີຍ​ວ່າ​ເປັນ ບາດກ້າວ​ຂັ້ນ​ປະຕິວັດ​ໄປ​ສູ່​ການປະຕິ​ຮູບ. ທອງ​ປານ ມີ​​ເລຶ່ອງນີ້​ມາສະ​ເໜີ​ທ່ານ​.

​ເວລາ​ຕໍາຫຼວດ​ຫວຽດນາມ​ອອກໝາຍ​ຈັບ​ ອະດີດ​ປະທານ​ບໍລິສັດຈັດສົ່ງແລະບໍລິຫານ​
ທ່າ​ເຮືອ​ທີ່​ລັດ​ເປັນ​ເຈົ້າຂອງ​ນັ້ນ ບັນດາ​ນັກ​ສັງ​ເກດ​ການ​ຫຼາ​ຍຄົນ​ບໍ່​ແປກ​ໃຈຫຍັງເລີຍ.

​ໃນ​ປະ​ເທດ​ທີ່​ຕົກ​ຢູ່ໃນ​ສະພາວະ​ເງິນ​ເຟີ້ສູງ ​ແລະ​ລາຄາ​ເຂົ້າປາ​ອາຫານ​ສູງ​ ຢູ່​ຕະຫລອດ
​ມາ​ນັ້ນ ຄົນ​ສ່ວນ​ຫຼາຍພາກັນ​ຖິ້ມ​ໂທດ​ບັນຫາ​ເສດຖະກິດ ​ໃສ່ພວກລັດ​ວິ​ສາ​ຫະກິດ​ທີ່​ມີ
​ໜີ້​ສິນ​ຖ້ວມ​ລົ້ນ ທີ່ຜົນ​ຜະລິດ​ປະກອບ​ເປັນ 40 ​ເປີ​ເຊັນ​ຂອງຜົນ​ຜະລິດ​ເສດຖະກິດທັງ​
ໝົດ​ຂອງ​ປະ​ເທດ.

ນາຍົກ​ລັດຖະມົນຕີ​ໄດ້​ໃຫ້​ຄໍາ​ໝັ້ນ​ສັນຍາ​ມາ​ດົນ​ນານ​ແລ້ວວ່າ​ ຈະປະຕິ​ຮູ​ບບັນດາບໍລິສັດ
ລັດ​ວິ​ສາ​ຫະກິດທີ່​ຟຸມ​ເຟືອຍສິ້ນ​ເປືອງ​ຫລາຍ​ນັ້ນ ​ແຕ່ວ່າ​ແຜນການ​ໃໝ່ອັນນຶ່ງ​ ທີ່​ຈະບັງ
ຄັບ​ໃຫ້​ມີ​ການ​ພິມ​ເຜີຍ​ແຜ່​ເງິນ​ລາຍ​ໄດ້​ປະ​ຈໍາປີ​ນັ້ນ ອາດຈະ​ເປັນ​ໂຕ​ເລ່ງ​ໃຫ້​ມີ​ການ​ປ່ຽນ
​ແປງ​ ທີ່​ລໍຖ້າ​ກັນມາ​ດົນ​ນານ​ແລ້ວ.

ທ່ານ​ຮາ​ຍ​ໂຣ ອາ​ກູ​ຍາ-ອາລຟາ​ໂຣ ທີ່​ປຶກສາ​ດ້ານ​ນະ​ໂຍບາຍຂອງອົງການສະຫະ​ປະຊາ
​ຊາດ​ເພື່ອການ​ພັດທະນາ ຫລື UNDP ມີ​ຄວາມ​ຮູ້ສຶກ​ໃນ​ແງ່​ດີ.

ທ່ານ ອາ​ກູ​ຍາ-ອາລຟາ​ໂຣ ກ່າ​ວວ່າ ຂ່າວ​ນອງ​ນັນ​ເລຶ່ອງການ​ສໍ້​ລາດ​ບັງຫຼວງ​ທີ່ໃຫຍ່ໆ​
ທັງ​ໝົດ​ທີ່​ພວກ​ເຮົາ​ໄດ້​ຍິນ ​ໃນ​
​ໄລຍະສອງ​ປີຜ່ານມາ​ນັ້ນ ​ແມ່ນ​ມາ​ຈາກ​ບໍລິສັດ​ລັດວິ​ສາ​
ຫະກິດ​
ທັງ​ນັ້ນ. ​ຂ້າພະ​ເຈົ້າຄິດ​ວ່າ​ ​ແຜນການ​ໃໝ່​ນີ້ ​ເປັນ​ສັນຍານທີ່ສໍາຄັນແລະ​​ເປັນຮູບ​
ປະ​ທໍາ
ທີ່​ສຸດ​ຈາກ​ລັດຖະບານ ​ທີ່ບອກ​ວ່າ​ພວກ​ເຂົາ​ເຈົ້າຕ້ອງ​ການ​ຢາກ​ຈະ​ແກ້​ໄຂບັນຫາ​
ເຫຼົ່ານີ້​
​ແທ້ໆ.”

ລາຍ​ລະອຽດ​ຂອງກົດ​ລະບຽບໃໝ່ນີ້ ​ຍັງ​ຢູ່​ໃນ​ຂັ້ນ​ປຶກສາ​ຫາ​ລືກັນ​ຢູ່. ບັນດາ​ນັກ​ເສດຖະ
ສາດ​ກ່າວ​ວ່າ ບໍລິສັດ​ຕ່າງໆ​ຈະ​ຕ້ອງ​ພິມ​ເຜີຍ​ແຜ່​ລາຍ​ໄດ້ຂອງ​ຕົນ ​ແລະ​ປ່ຽນ​ແປງ​ວິທີ​
ການ​ວ່າ​ຈ້າງ​ຫົວໜ້າ​ບໍລິຫານ​ ນັ້ນ​ນໍາ.

ນັກ​ເສດຖະສາດ Le Dang Doanh ກ່າວ​ວ່າ ບັນດາ​ນາຍ​ໃຫຍ່ໆ​ທັງຫຼາຍ​ທີ່ຖືກ​ແຕ່ງ​ຕັ້ງ​
ໂດຍ​ລັດຖະບານ​ນັ້ນ​ ບໍ່​ໄດ້​ຖືກຈ້າງ​ຍ້ອນ​ວ່າ​ມີຄຸນນະ​ວຸດ​ທິຫລື​ຄວາມ​ສາມາດ. ພວກ​ເຂົາ
ເຈົ້າບໍ່​ໄດ້​ມຸ້ງ​ໝັ້ນ​ທີ່​ຈະ​ສ້າງ​ກໍາ​ໄລ ຫຼື​ປັບປຸງ​ປະລິມານ​ການ​ຜະລິດ. ສະ​ນັ້ນ ຈຶ່ງ​ມີ​ສິ່ງ​ຈູງ​ໃຈ
​ໜ້ອຍ​ຫລາຍ ທີ່ຈະພາໃຫ້ພວກ​ເຂົາ​ເຈົ້າ​ຍົກ​ລະດັບຜົນງານ​ ໃຫ້ດີ​ຂຶ້ນ. ທ່ານ Doanh
​ເວົ້າ​ວ່າ:

ການຈະລາຈອນ ໃນຫວຽດນາມ, ວັນທີ 30 ພຶດສະພາ 2012.
ການຈະລາຈອນ ໃນຫວຽດນາມ, ວັນທີ 30 ພຶດສະພາ 2012.

ຕາບ​ໃດ​ທີ່​ຍັງ​ບໍ່​ມີ​ກໍາລັງທີ່​ເປັນ​
ອິດສະຫຼະ ຫຼື​ການກວດ​ສອບ​
ບັນຊີ ຫຼື ການ​ຄວບ​ຄຸມ​ທີ່​ເປັນ
ອິດສະຫຼະ​ບໍ່​ຂຶ້ນກັບ​ຝ່າຍ​ນຶ່ງ​
ຝ່າຍ​ໃດ​ແລ້ວ ມັນ​ກໍ​ຈະ​ເປັນ
ຫີບ​ມືດ​ບໍ່​ຫຼາຍ​ກໍ​ໜ້ອຍ ຄື​
ພວກ​ເຂົາ​ເຈົ້າ​
ພາກັນ​ແຕ່ງ​ຂໍ້​
ມູນ
ຂຶ້ນ​ເອງ ​ຂຽນ​ປື້ມບັນຊີ
ຂອງ​ຕົນ​ເອົາ​ເອງ​
ແລະ​ມັນ
​ກໍ​ເລີຍ​ບໍ່​
ມີ​ຫຍັງຊັດ​ເຈນ​.

ບັນດາ​ນັກ​ສັງ​ເກດ​ການ​ກ່າວ​ວ່າ ບັນຫາ​ບາງ​ປະການ​ນັ້ນເກີດ​ຂຶ້ນ ​ເວລາ​ບໍລິສັດ​ຕ່າງໆ​ຂະຫຍາຍ
​ກິດຈະ​ການ​ ອອກ​ໄປ​ທໍາທຸລະ​
ກິດ​ໃໝ່ ​ທີ່ຕົນ​ບໍ່​ຄຸ້ນ​ເຄີຍ ຫຼື​ບໍ່​ມີ​ປະສົບປະ​ການ.

​ເຊັ່ນບໍລິສັດ​ສ້າງ​ກໍ່າ​ປັ່ນ Vinashin ທີ່​ໄດ້​ທຸ່ມ​ເທ​ເງິນ​ເຂົ້າ​ໃສ່ທຸລະກິດ​ທີ່​ແຕກ​ຕ່າງ​ກັນ​ຢ່າງ​
ຫລວງຫຼາຍ ​ເຊັ່ນ​ການທ່ອງທ່ຽວ​ແລະ​ໂຮງງານ​ຜະລິດ​ເຫຼົ້າ​ເບຍ. ຈົນ​ກະທັ່ງ​ຫວ່າງບໍ່​ດົນ
ມາ​ນີ້ ບໍລິສັດ​ນໍ້າມັນ Petrovietnam ກໍ​ເຄີຍ​ຫັນ​ໄປທໍາ​ທຸລະ​ກິດ​ຂາຍ​ຊັບ​ສິນ​ທີ່​ດິນ ​ແລະ​
ເມື່ອ​ໝໍ່ໆ​ມາ​ນີ້​ ປະ​ທານ​ບໍລິສັດ​ໄຟຟ້າ​ຫວຽດນາມ ຫຼື Vietnam Electricity ກໍ​ຖືກໄລ່​ອອກ​
ໃນ​ຂໍ້​ຫາ​ເອົາ​ເງິນ​ໄປ​ລົງທຶນ​ໃສ່​ເຄືອ​ຂ່າຍ​ໂທລະສັບ​ມື​ຖື.

ທ່ານ ອາ​ກູ​ຍາ-ອາລຟາ​ໂຣ ກ່າວ​ວ່າ ບັນຫາ​ຕ່າງໆ​ທາງ​ດ້ານ​ຜົນງານ ​ແລະ​ອິດ​ທິພົນ​ຂອງ​
ເສ້ນ​ສາຍທາງ​ການ​ເມືອງນັ້ນ ສາມາດ​ແກ້​ໄຂ​ໄດ້ໂດຍ​ຜ່ານ​ການສັ່ງ​ຊາຕີ​ລາຄາ​ ໂດຍ​ຜູ້​ກວດ
​ສອບ​ອິດສະຫຼະ.

ທ່ານ ອາ​ກູ​ຍາ-ອາລຟາ​ໂຣ ກ່າວ​ວ່າ: “ຖ້າ​ຫາກ​ມີ​ການເປີດ​ເຜີຍຜົນການກວດ​ສອບ
​ບັນຊີແລ້ວ ​ເຮົາກໍ​ຈະໄດ້​
ຮູ້​ຂໍ້​ມູນ​ ກ່ຽວ​ກັບວ່າ​ ມີໃຜ​​ແດ່​ເຂົ້າ​ມາ​ເຮັດ​ທຸລະ​ກິດ​ກັບ​ພວກ
​ບໍລິສັດລັດ​ວິ​ສາ​ຫະກິດ​​ເຫລົ່ານັ້ນ ​ແລະ​ມີ​ການ​ຕົກລົງ​ຊຶ້ຂາຍກັນ​​ແບບ​ໃດ​ແດ່. ດັ່ງ​ນັ້ນ​
ມັນ​ກໍ​ຄົງ​ຈະຊ່ວຍ​ແກ້​ໄຂ​ບັນຫາ​ເຫຼົ່າ​ນີ້​ໄດ້ ​ແລະ​ພວກ​ເຮົາ​ກໍ​
ຈະສາມາດ​ບົ່ງ​ບອກ​ໄດ້​ວ່າ
ກໍາລັງ​ທໍາ ​ທຸລະ​ກິດ​ກັບ​ໃຜ.

ການ​ເຄື່ອນ​ໄຫວທີ່ປະກາດ​ອອກ​ມາຂອງ​ລັດຖະບານ​ ທີ່​ຮຽກຮ້ອງໃຫ້​ມີ​ຄວາມ​ຮັບຜິດຊອບ​ຫຼາຍຂຶ້ນຈາກ​ບໍລິສັດ​ລັດ​ວິ​ສາ​ຫະກິດ​ທັງຫລາຍນັ້ນ ແມ່ນຕິດຕາມຫລັງ​ຈາກການ​ດໍາ​ເນີນ​ຄະດີ​ ​ອະດີດ​ປະທານ​ລັດ​ວິ​ສາ​ຫະກິດ Vinashin ຄືທ່ານ Phan Than Binh ​ທີ່ຖືກ​ສານ​ຕັດສິນ​ຈໍາ​ຄຸກ 20 ປີ ໃນ​ຂໍ້​ຫາບໍ່​ເອົາ​ຫົວຊາ​ຕໍ່ກົດ​ລະບຽບ​ຕ່າງໆ​ກ່ຽວ​ກັບ​ການ​ລົງທຶນ ທີ່​ໄດ້​ສ້າງ​ຄວາມ​ເສຍ​ຫາຍ ຫຼາຍ​ສິບ​ລ້ານ​ໂດ​ລາ ​ໃຫ້​ແກ່​ລັດນັ້ນ.

ທ່ານ Jeff Browne ທີ່​ໃຫ້​ຄໍາ​ປຶກສາແກ່ບໍລິສັດ​ຕ່າງໆຂອງ​ອາ​ເມຣິກັນ ທີ່ປະສົງ​ຢາກ​ຈະ​ທໍາ​ທຸລະ​ກິດ​ໃນ​ຫວຽດນາມ ກ່າວ​ວ່າ

“ຫວຽດນາມ​ໄດ້ສົ່ງ​ສານ ໄປ​ຍັງ​ບັນດາ​ຫົວໜ້າ​ບໍລິຫານ​ລັດວິ​ສາຫະກິດອື່ນໆຂອງ​ຕົນ.
ເຫັນ​ໄດ້​ຢ່າງ​ຊັດ​ເຈນ​ວ່າ ການ​ດໍາ​ເນີນ​ຄະດີ​ແບບ​ນີ້ຂອງ​ລັດຖະ
ບານ ຄື​ບໍລິສັດ Vinashin ​
ເມື່ອ​ປີຜ່ານມາ​ ​ແລະ​ບໍລິສັດ Vinalines ​ໃນ​ປີ​ນີ້ ​ແມ່ນ​ກໍາລັງ​ສົ່ງ​ຄໍາ​ເຕືອນ​ໄປ​ຍັງໝົດ​ທຸກ​
ຄົນ​ທີ່​ທໍາ​ງານ​ໃຫ້ລັດຖະບານ ທີ່​ກໍາກັບ​ດູ​ແລ​ບໍລິສັດ​ຕ່າງໆ.

ທ່ານ Browne ກ່າວ​ອີກ​ວ່າ ນອກ​ນີ້​ແລ້ວ ການ​ຈັບ​ກຸມ​ພວກ​ຫົວໜ້າ​ລັດ​ວິ​ສາ​ຫະກິດ​ເຫລົ່າ​ນັ້ນ ​ຍັງ​ໄດ້​ຊ່ວຍເລັ່ງລັດ​ການ​ເຄື່ອນ​ໄຫວ​ໄປ​ສູ່​ການຂາຍບໍລິສັດ​ເຫຼົ່ານີ້ ຈໍານວນ​ນຶ່ງ ອອກ​ໃຫ້​ເອກະ​ຊົນ ​ເພື່ອອໍາ​ນວຍ​ໃຫ້​ທັງ​ພວກ​ລົງ​ທຶນ​ຈາກ​ພາຍ​ໃນແລະ​ຕ່າງປະ​ເທດ ​ສາມາດ​ມີ​ສ່ວນ​ແບ່ງ​ໃນ​ການ​ເປັນ​ເຈົ້າຂອງເສດຖະກິດ​ຂອງ​ຫວຽດນາມນັ້ນ ຮ່ວມ​ກັນ.

ທ່ານ Browne ກ່າວ​ຕື່ມ​ວ່າ ລັດຖະບານແລະ​ພັກ ​ຕ້ອງການ​ຈະ​ເຂົ້າ​ໄປ​ແຂ່ງຂັນໃນ​ເວທີ​ໂລກ ​ແລະ​ຢາກຈະ​ເລີນ​ເຕີບ​ໂຕ​ຂຶ້ນເປັນ​ປະ​ເທດ​ທີ່​ມີ​ເສດຖະກິດ ທີ່​ເຂັ້ມ​ແຂງ ​ຄື​ກັນ​ກັບເກົາຫຼີ​ໃຕ້ ​ແລະ​ແມ່ນ​ແຕ່​ຍີ່ປຸ່ນ​ນັ້ນ​ນໍາ.

XS
SM
MD
LG