ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ຫວຽດນາມ ຕັດສິນຈໍາຄຸກ ຜູ້ຂຽນຄວາມເຫັນ ລົງທາງອິນເຕີແນັທ 3 ຄົນ


Nguyễn Văn Hải ນຶ່ງໃນສາມຄົນ ທີ່ຖືກຕັດສິນຈໍາຄຸກ ຍ້ອນລົງພິມບົດຂຽນທາງອິນເຕີແນັທ ກ່ຽວກັບເລື່ອງສິດທິມະນຸດ ແລະອື່ນໆ ໃນຫວຽດນາມ.
Nguyễn Văn Hải ນຶ່ງໃນສາມຄົນ ທີ່ຖືກຕັດສິນຈໍາຄຸກ ຍ້ອນລົງພິມບົດຂຽນທາງອິນເຕີແນັທ ກ່ຽວກັບເລື່ອງສິດທິມະນຸດ ແລະອື່ນໆ ໃນຫວຽດນາມ.
ຫວຽດນາມໄດ້​ຕັດສິນ​ຈໍາ​ຄຸກ ​ຜູ້​ຂຽນຂ່າວ​ຫລືຄວາມເຫັນ​ລົງ​ທາງ
ອິນ​ເຕີ​ແນັທ ຫລື ​bloggers 3 ຄົນ​ ໃນ​ຖານ​ເຜີຍ​ແຜ່ “​ການໂຄສະ
ນາ​ຊວນເຊື່​ອຕໍ່ຕ້ານ​ລັດຖະບານ” ​ໂດຍ​ການລົງ​ພິມ​ທາງອິນ​ເຕີ
ແນັທ ບົດ​ຂຽນ​ທີ່​ເຂົາ​ເຈົ້າຂຽນ​ກ່ຽວ​ກັບການ​ລະ​ເມີດສິດທິ​ມະນຸດ
ການສໍ້ລາດ​ບັງຫລວງແລະ​ນະ​ໂຍບາຍ​ການ​ຕ່າງປະ​ເທດ.

ພວກ​ຈໍາ​ເລີຍ ຊຶ່ງມີ ຜູ້​ຊາຍ​ສອງ​ຄົນ ​ແລະຜູ້ຍິງ​ນຶ່ງ​ຄົນ ​ໄດ້​ຖືກ​ຕັດ
ສິນ​ໂທດ ​ໃນ​ວັນ​ຈັນມື້​ນີ້ ທີ່​ນະຄອນໂຮ​ຈີ​ມິນ ຫລັງ​ຈາ​ກ​ການດໍາ​
ເນີນ​ຄະດີທີ່​ໃຊ້​ເວລາພຽງບໍ່​ເທົ່າ​ໃດ​ຊົ່ວ​ໂມງ.

ໃນ​ຄໍາ​ປາ​ໄສຂອງ​ທ່ານ​ຄັ້ງ​ນຶ່ງ​ເມື່ອ​ຕົ້ນ​ປີ​ນີ້ ປະທາ​ນນາ​ທິບໍດີ
ສະຫະລັດ ທ່ານ ບາຣັກ ​ໂອ​ບາ​ມາ ​ໄດ້​ກ່າວ​ເຖິງຜູ້​ຂຽນ​ blog
ຄົນ​ນຶ່ງ​ໃນ​ນັ້ນ ຄື ນາຍ Nguyen Van Hai ທີ່​ໄດ້​ຮັບ​ໂທດ
ຈໍາ​ຄຸກ 12 ປີ.

ນາງ Pa Thong Tan ອ​ະດີດ​ເຈົ້າ​ໜ້າທີ່​ຕໍາ​ຫລວດ ຜູ້​ທີ່​ແມ່​ຂອງ​ລາວ​ຈູດ​ໄຟເຜົາ​ຕົວ​ເອງ ​ເພື່ອ​ປະ​ທ້ວງ​ການ​ຈັບລູກ​ ສາວ​ຂອງ​ລາວ ​ໄດ້​ຖືກ​ຕິດ​ຄຸກ 10 ປີ ສ່ວນນາຍ Phan Thanh Hai ​ຖືກ ໂທດຂັງ​ຄຸກ 4 ປີ.

ສະຫະລັດ​ໄດ້ອອກ​ມາ ​ຕິຕຽນ​ນການ​ລົງ​ໂທດດັ່ງກ່າວ ໂດຍ​ທັນທີ.

ບັນດາກຸ່​ມສິດທິ​ມະນຸດສາກົນກໍ​ໄດ້​ປະນາມ​ການດໍາ​ເນີນ​ຄະດີ​ດັ່ງກ່າວ ​ແລະ​ຮຽກຮ້ອງ​ໃຫ້​ປ່ອຍ​ໂຕ​ພວກຖືກ​ຕັດສິນ​ໂທດ.
XS
SM
MD
LG