ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

Conson ເອົາຊີວິດນຶ່ງຄົນ ຢູ່ຫວຽດນາມ


ທີ່​ຫວຽດນາມ ເຈົ້າໜ້າ​ທີ່ກ່າວ​ວ່າ​ພາຍຸ​ເຂດ​ຮ້ອນ Conson ​ໄດ້​ເຮັດໃຫ້ ນຶ່ງ​ຄົນ​ເສຍ​ຊີວິດ​ໃນ​ວັນ​ອາທິດ​ມື້​ນີ້ ຊຶ່ງ​ເປັນ​ການ​ເພິ່ມຈຳນວນ​ຄົນ​ຕາຍ ຍ້ອນ​ພາຍຸ​ຮ້າຍລູກ​ນີ້​ໃນ​ທົ່ວເອ​ເຊຍ ຂຶ້ນ​ເປັນຫລາຍກ່ວາ 70 ຄົນ​. ເຈົ້າໜ້​າທີ່​ຫວຽດນາມ​ເວົ້າອີກ​ວ່າ ມີ​ສິບ​ກ່ວາ​ຄົນ ຊຶ່ງ​ຈຳນວນ​ນຶ່ງ​ແມ່ນ​ຊາວ​ປະມົງ ​ຫາຍ​ສາບ​ສູນ​ໄປ​ນັບ​ແຕ່ພາຍຸ Conson ພັດ​ເຂົ້າຝັ່ງທາງ​ພາກ​ເໜືອ​ຂອງຫວຽດນາມ​ໃນຄືນວັນ​ເສົາ.

ທະຫານ​ຫວຽດນາມ​ໄດ້​ອອກ​ໄປ​ຊ່ວຍ​ຍົກຍ້າຍ​ປະຊາຊົນ​ຫລາຍ​ພັນ​ຄົນ ອອກຈາກແຂວງຕ່າງໆ​ທີ່​ຕັ້ງຢູ່​ແຄມ​ຝັ່ງ​ທະ​ເລນັ້ນ ກ່ອນ​ພາຍຸ​ຈະ​ມາເຖິງ. ຍັງ​ບໍ່​ເປັນ​ທີ່​ແຈ້ງ​ຂາວເທື່ອວ່າ ພາຍຸ Conson ​ໄດ້​ສ້າງ​ຄວາມ​ເສຍ​ຫາຍ​ໃຫ້​ແກ່​ຊັບ​ສິນ ໜ້ອຍ​ຫລາຍສໍ່າ​ໃດ ​ໃນ​ເຂດ​ທີ່​ຖືກ​ກະທົບ​ນັ້ນ.

ພາຍຸ​ລູກ​ນີ້​ໄດ້​ສ້າງ​ຄວາມ​ເສຍ​ຫາຍ​ໜັກ ຢູ່​ໃນ​ປະ​ເທດ​ຈີນ​ແລະ​ຟີ​ລິບ​ປີນ​ມາ​ແລ້ວ ຊຶ່ງຕອນນັ້ນ Conson ຍັງ​ເປັນ​ພາຍຸ​ໃຕ້​ຝຸ່ນຢູ່ ກ່ອນ​ຈະະ​ຫລຸດ​ລະດັບ​ລົງມາ​ເປັນ​ພາຍຸ​ເຂດ​ຮ້ອນ​ທຳ​ມະ​ດາ ​ແລ້ວ​ພັດ​ຂ້າມ​ອ່າວ​ຕົງແກ໋ງເຂົ້າສູ່​ຫວຽດນາມ. ອາທິດ​ແລ້ວ​ນີ້ ​ໃຕ້​ຝຸ່ນ Conson ​ເອົາ​ຊີວິດ​ຄົນ​ໄປ ຢ່າງ​ນ້ອຍ 68 ຄົນ​ທີ່​ຟີ​ລິບ​ປີນ ບ່ອນ​ທີ່​ເຈົ້າໜ້າ​ທີ່​ເວົ້າວ່າ ມີສອງ​ຄົນ​ຫາຍ​ສາບ​ສູນ. ຢູ່​ທີ່​ຈີນນັ້ນ ມີ​ສອງ​ຄົນ​ເສ​ຍຊີວິດ​ຍ້ອນ​ໃຕ້​ຝຸ່ນລູກ​ນີ້.

XS
SM
MD
LG