ຫວຽດນາມເປັນປະເທດນຶ່ງຢູ່ໃນຈໍານວນ 23 ປະເທດທີ່ຂີ້ຮ້າຍທີ່ສຸດໃນບັດຄະແນນວ່າ
ດ້ວຍການປາບປາມອາຊະກໍາທໍາລາຍສັດປ່າ ທີ່ພົວພັນກັບພວກສັດປ່າສໍາຄັນສາມຊະນິດ
ຄືເສືອ ແຮດ ຊ້າງ ຕາມລາຍງານສະບັບນຶ່ງທີ່ພິມອອກເຜີຍແຜ່ເມື່ອສອງອາທິດຜ່ານມາ
ໂດຍກຸ່ມກອງທຶນສັດແລະພືດປ່າ World Wildlife Fund ຫຼື WWF ຊຶ່ງເປັນກຸ່ມສະຫງວນ
ສັດ ແລະພືດປ່າ ທີ່ມີສໍານັກງານຢູ່ປະເທດ Switzerland ນັ້ນ.
ລາຍງານດັ່ງກ່າວໄດ້ຈັດລໍາດັບຂອງບັນດາປະເທດ ໃນຂົງເຂດອາຟຣິກາ ແລະເອເຊຍ ທີ່
ປະເຊີນກັບການລັກລອບລ່າແລະຂ້າສັດປ່າ ແລະຄ້າຊີ້ນສ່ວນຂອງສັດປ່າ ຈໍາພວກ ເສືອ
ແຮດ ແລະຊ້າງ ໃນລະດັບສູງ. ລາຍງານນີ້ໃຫ້ຄະແນນ ກ່ຽວກັບວິທີທີ່ປະເທດເຫຼົ່ານີ້ປະຕິ
ບັດງານ ໃນການປາບປາມການລັກລອບຄ້າສັດປ່າຊະນິດດັ່ງກ່າວ ໃນດ້ານທີ່ກ່ຽວພັນກັບ
ສົນທິສັນຍາວ່າດ້ວຍການຄ້າສາກົນຈໍາພວກສັດປ່າແລະພືດປ່າພັນຕ່າງໆ ທີ່ໃກ້ຈະສູນພັນ
ທີ່ມີຊື່ຫຍໍ້ວ່າ CITES ນັ້ນ.
ສົນທິສັນຍາດັ່ງກ່າວ ທີ່ມີພາຄີ 175 ປະເທດນັ້ນ ອະນຸຍາດໃຫ້ຄ້າຂາຍສັດປ່າໄດ້ ຖ້າຫາກ
ວ່າ ມັນບໍ່ຂົ່ມຂູ່ຫຼືສໍ່ສະແດງວ່າ ຈະເຮັດໃຫ້ພວກສັດປ່າຊະນິດເຫຼົ່ານັ້ນ ສູນພັນໄປ.
ຫວຽດນາມໄດ້ຮັບຄະແນນທີ່ຈັດວ່າ ຂີ້ຮ້າຍທີ່ສຸດ ທີ່ບໍ່ສາມາດປົກປ້ອງສັດປ່າ ຈໍາພວກເສືອ
ແລະແຮດ ໄດ້.
Colman O-Criodain ນັກວິໄຈນະໂຍບາຍການຄ້າສັດແລະພືດປ່າລະ ຫວ່າງຊາດຂອງກຸ່ມ
ສະຫງວນສັດແລະພືດປ່າ WWF ກ່າວວ່າ ຫວຽດນາມຖືກລະບຸວ່າ ເປັນປາຍທາງອັນດັບນຶ່ງ
ສໍາລັບນໍແຮດ ຈາກອາຟຣິກາໃຕ້ ຈົນໄດ້ກະຕຸ້ນໃຫ້ເກີດວິກິດການລັກລອບລ່າແລະຂ້າໂຕແຮດ
ຢູ່ໃນ ປະເທດດັ່ງກ່າວ.
ທ່ານ ໂອ ຄຣິໂອເດນ ກ່າວວ່າ: “ຂ້າພະເຈົ້າຄິດວ່າ ມັນຍຸຕິທໍາແລ້ວທີ່ຈະເວົ້າວ່າ
ຄວາມລົ້ມແຫຼວຂອງຫວຽດນາມ ໃນການພິທັກປົກປ້ອງແຮດນັ້ນ ນັບວ່າເປັນ
ບັນຫາທີ່ຮຸນແຮງຫຼາຍທີ່ສຸດ ສໍາລັບການສະຫງວນຄຸ້ມຄອງແຮດ ຢູ່ໃນໂລກໃນ
ປັດຈຸບັນນີ້ ແລະກໍາລັງເປັນຕົວຂັບດັນການລັກລອບລ່າແຮດຢູ່ໃນອາຟຣິກາໃຕ້.”
ຫວຽດນາມບໍ່ໄດ້ຍິນດີກັບ
ລາຍງານນີ້ປານໃດ. ເຈົ້າ
ໜ້າທີ່ຄຸ້ມຄອງສົນທິສັນຍາ
CITES ຂອງຫວຽດນາມ
ກ່າວວ່າລາຍງານຂອງກຸ່ມ
ສະຫງວນ WWF ນັ້ນ ລໍາ
ອຽງ.
ທ່ານ Do Quang Tung ຜູ້
ອໍານວຍການຫ້ອງການຄຸ້ມ
ຄອງສົນທິສັນຍາ CITES
ຂອງຫວຽດນາມກ່າວວ່າ ບັດຄະແນນດ້ານການຄຸ້ມຄອງສັດ ແລະພືດປ່ານັ້ນ ເປັນການ
ວິຈານເກີນໄປ.
ທ່ານ ຕຸງ ກ່າວວ່າ: “ພວກເຂົາເຈົ້າບໍ່ໃຫ້ຄວາມສົນໃຈ ຕໍ່ຄວາມພະຍາຍາມຂອງ
ພາກສ່ວນບັງຄັບກົດໝາຍ. ເທົ່າເຖິງປັດຈຸບັນນີ້ ພວກເຮົາໄດ້ພິມເຜີຍແຜ່ຂ່າວ
ກ່ຽວກັບການຄ້າຂາຍສັດປ່າທີ່ຜິດກົດໝາຍໄປຍັງຫວຽດນາມຫຼາຍໆຄັ້ງ ແຕ່
ລາຍງານບໍ່ໃຫ້ການຮັບຮູ້ໃນເລຶ່ອງນີ້ ມີແຕ່ຕໍາໜິ ຕິຕຽນຫວຽດນາມຢ່າງດຽວ”
ທ່ານຕຸງກ່າວຕໍ່ໄປວ່າ ຫວຽດ
ນາມຍຶດໄດ້ງາຊ້າງ ໜັກປະ
ມານ 18 ຕັນ ແລະກໍກໍາລັງ
ປະຕິບັດງານປາບປາມການ
ຄ້ານໍແຮດກັນຢູ່ໃນປັດຈຸບັນ.
ການລັກລອບລ່າ ແລະຂ້າແຮດ
ແມ່ນໄດ້ຖີບຂຶ້ນສູ່ຈຸດວິກິດການ
ໃນບໍ່ເທົ່າໃດປີຜ່ານມານີ້. ທີ່
ຫວຽດນາມນັ້ນ ຄົນມັກນິຍົມ
ໃຊ້ນໍແຮດເປັນຢາພື້ນບ້ານເພື່ອປິ່ນປົວສາລະພັດໂຣກ ນັບຕັ້ງແຕ່ອາການເມົາຄ້າງ ໄປຈົນເຖິງ
ໂຣກມະເຮັງ ເຖິງແມ່ນກໍຍັງບໍ່ມີຫຼັກຖານຢືນຢັນທາງດ້ານວິທະຍາສາດກໍຕາມ. ອິງຕາມກຸ່ມ
ສະຫງວນ WWF ເມື່ອປີຜ່ານມາ ທີ່ເຂດອາຟຣິກາໃຕ້ນັ້ນ ພົບວ່າ ແຮດໄດ້ຖືກລ່າ ແລະຂ້າ
ເອົານໍ ຈໍານວນ 448 ໂຕ ຊຶ່ງນັບວ່າຫຼາຍເປັນປະວັດການ.
ນັບຕັ້ງແຕ່ປີ 2008 ເປັນຕົ້ນມາ ຊາວຫວຽດນາມໃນຈໍານວນຫຼາຍເປັນປະວັດການ ໄດ້ພາກັນ
ຍື່ນຄໍາຮ້ອງຂໍໃບອະນຸຍາດລ່າແຮດໄດ້ຢູ່ໃນອາຟຣິກາໃຕ້ ບ່ອນທີ່ມີການອອກໃບອະນຸຍາດໃຫ້
ຕາບໃດທີ່ສັດເຫຼົ່ານັ້ນບໍ່ໄດ້ຖືກນໍາໄປໃຊ້ ເພື່ອການຄ້າ. ແຕ່ໃນເດືອນເມສາຜ່ານມານີ້ ລັດຖະ
ບານອາຟຣິກາໃຕ້ໄດ້ຕັດສິນໃຈ ບໍ່ອອກໃບອະນຸຍາດໃຫ້ຊາວຫວຽດນາມອີກຕໍ່ໄປ ຍ້ອນບໍ່ມີ
ຄວາມໝັ້ນໃຈວ່າ ພວກທີ່ມີໃບອະນຸຍາດທັງຫຼາຍຈະປະຕິບັດຕາມກົດເກນແທ້ຫຼືບໍ່.
ແຮດຊະວາ ຊຶ່ງເປັນແຮດພັນພື້ນເມືອງຂອງຫວຽດນາມຖືກປະກາດວ່າ ໄດ້ສູນພັນໄປແລ້ວໃນ
ປີ 2011 ຫຼັງຈາກແຮດຕົວສຸດທ້າຍທີ່ຮູ້ກັນວ່າມີຢູ່ ໃນຫວຽດນາມ ໄດ້ຖືກພົບເຫັນ ພ້ອມກັບ
ລູກປືນຝັງຢູ່ໃນກະໂຫລກຫົວ.
ທ່ານ ຕຸງ ຍອມຮັບວ່າ ລັດຖະບານບໍ່ໄດ້ກະທໍາຢ່າງພຽງພໍເພື່ອພິທັກປົກປ້ອງສັດທີ່ໃກ້ຈະສູນ
ພັນເຫຼົ່ານັ້ນ ແຕ່ກໍກ່າວວ່າ ນັ້ນກໍບໍ່ໄດ້ໝາຍຄວາມວ່າລັດຖະບານຫວຽດນາມບໍ່ໄດ້ເຮັດເລີຍ.
ທ່ານ ຕຸງ ກ່າວວ່າ: “ຈິງໆແລ້ວມັນກໍຍັງບໍ່ພຽງພໍດອກ ແຕ່ພວກເຮົາກໍພະຍາຍາມ…
ເນາະ. ພວກເຮົາໄດ້ລະດົມເອົາພາກສ່ວນບັງຄັບກົດໝາຍທັງໝົດ ມາຮ່ວມປະຕິບັດ
ງານ ແລະກໍໄດ້ເຮັດກັບການລັກລອບຄ້າສັດປ່າຜິດກົດໝາຍໂດຍທົ່ວໄປ ບໍ່ແມ່ນແຕ່
ກັບໂຕແຮດຢ່າງດຽວ. ພວກເຮົາພະຍາຍາມເຮັດໃຫ້ດີທີ່ສຸດແລ້ວ. ພວກເຮົາບໍ່ສາມາດ
ທີ່ຈະເຮັດຫຍັງໄປ ໄດ້ຫລາຍກວ່ານີ້ ດ້ວຍຊັບພະຍາກອນທີ່ເຮົາມີຢູ່ນັ້ນ.”
ທ່ານ O’Criodain ປະຈໍາກຸ່ມສະຫງວນ WWF ຊີ້ອອກວ່າ ການລາຍງານຂອງສື່ມວນຊົນ
ທີ່ວ່າຫວຽດນາມເປັນປະເທດທີ່ຂີ້ຮ້າຍທີ່ສຸດໃນເລຶ່ອງອາຊະຍາກໍາສັດປ່ານັ້ນ ແມ່ນພາໃຫ້
ເຂົ້າໃຈຜິດກັນແທ້ໆ ເພາະວ່າລາຍງານເນັ້ນໃສ່ແຕ່ສັດສາມຊະນິດເທົ່ານັ້ນ.
ທ່ານ ໂອ ຄຣີໂອເດນ ກ່າວວ່າ: “ມີປະເທດອື່ນໆທີ່ຂີ້ຮ້າຍພໍໆປານກັນ ຕາມແນວທາງ
ຂອງພວກເຂົາເຈົ້າເອງ ແລະພວກເຮົາກໍຢາກຈະຊີ້ໃຫ້ເຫັນ ເຖິງຂໍ້ນີ້ ເພື່ອໃຫ້ຄວາມເປັນ
ທໍາແກ່ຫວຽດນາມ. ຢ່າງດຽວເທົ່ານັ້ນ ກໍຄື ໂດຍສະເພາະແຮດ ກໍແມ່ນວ່າ ຫວຽດນາມ
ຖືວ່າເປັນປະເທດທີ່ຂີ້ຮ້າຍທີ່ສຸດໃນປັດຈຸບັນນີ້ ເພາະວ່າຫວຽດນາມເປັນປາຍທາງໃຫຍ່
ຂອງນໍແຮດທີ່ຖືກລ່າຢູ່ໃນອາຟຣິກາໃຕ້.”
ໃນຂະນະທີ່ພວກອະນຸລັກບາງຄົນຢູ່ໃນຫວຽດນາມ ກ່າວວ່າ ບໍ່ມີຄວາມຕັ້ງໃຈທາງການເມືອງ
ຢູ່ພາຍໃນປະເທດ ທີ່ຈະແກ້ໄຂບັນຫາການສະຫງວນສັດປ່ານີ້ ແຕ່ພວກອື່ນໆກໍໂຕ້ແຍ້ງວ່າ
ວິທີດຽວເທົ່ານັ້ນທີ່ຈະຄຸ້ມຄອງຮັກສາສັດປ່າໄວ້ໄດ້ ກໍຄື ປະຕິບັດງານຮວມກັບພວກເຈົ້າໜ້າທີ່
ທີ່ກ່ຽວຂ້ອງເທົ່ານັ້ນ