ຄະນະກໍາມະການສູນກາງທີ່ຫາກໍຖືກເລືອກຕັ້ງໃໝ່ໆຂອງພັກ
ຄອມມິວນິສຫວຽດນາມຈະລົງມະຕິຄັດເລືອກເອົາຫົວໜ້າພັກ
ແລະສະມາຊິກຂອງຄະນະກໍາມະການກົມການເມືອງສູນກາງ
ພັກ 17 ທ່ານໃນວັນອັງຄານມື້ນີ້ ຊຶ່ງຈະເປັນຜູ້ກໍາກັບເບິ່ງ
ນໍາທິດທາງການຕັດສິນໃຈໃນນະໂຍບາຍຕ່າງໆຂອງພັກ
ໃນດ້ານເສດຖະກິດຂອງປະເທດທີ່ປະເຊີນກັບບັນຫາຢູ່ນັ້ນ.
ລາຍງານໜັງສືພິມກ່າວວ່າ ຕໍາແໜ່ງສູງສຸດຄື ເລຂາທິການ
|ໃຫຍ່ຂອງພັກ ເບິ່ງຄືວ່າຈະຕົກເປັນຂອງທ່ານ Nguyen
Phu Trong ໄວ 66 ປີ ຊຶ່ງເວລານີ້ເປັນປະທານສະພາ
ແຫ່ງຊາດນັ້ນ. ທ່ານໄດ້ເປັນນຶ່ງໃນບັນດາສະມາຊິກປະຈໍາ
175 ທ່ານແລະສະມາຊິກສໍາຮອງ 25 ທ່ານຂອງຄະນະກໍາ
ມະການສູນກາງ ທີ່ໄດ້ຖືກເລືອກຕັ້ງໃນວັນຈັນວານນີ້ ໂດຍ
ພວກຜູ້ແທນຂອງພັກ ທີ່ມາຮ່ວມກອງປະຊຸມຫລວງ ທີ່ດໍາ
ເນີນມາເປັນເວລາ 1 ສັບປະດານັ້ນ.
ປະທານປະເທດ ຊຶ່ງສ່ວນໃຫຍ່ແລ້ວກໍພຽງແຕ່ເປັນຕໍາແໜ່ງພິທີການຊື່ໆນັ້ນ ຄາດວ່າ
ຈະຕົກເປັນຂອງທ່ານ Truong Tan Sang ໄວ 61 ປີ ຊຶ່ງເວລານີ້ ທ່ານເປັນຫົວໜ້າ
ກອງເລຂາຂອງພັກຄອມມິວນິສ.
ຄາດວ່າ ທ່ານຫງຽນຕັນຢຸງຈະຮັກສາຕໍາແໜ່ງນາຍົກລັດຖະມຸນຕີຂອງທ່ານຄືເກົ່າເຖີງ
ແມ່ນບໍ່ມີຄວາມພໍໃຈນໍາການຮັບມືທາງດ້ານເສດຖະກິດຂອງທ່ານກໍຕາມ ແຕ່ຮອງນາ
ຍົກລັດຖະມຸນຕີແລະລັດຖະມຸນຕີການຕ່າງປະເທດ Pham Gia Khiem ນັ້ນບໍ່ໄດ້
ຖືກເລືອກໃຫ້ເຂົ້າໄປຢູ່ໃນຄະນະກໍາມະການສູນກາງຂອງພັກຕື່ມອີກ ແລະຈະມີການ
ຕັ້ງຜູ້ໃໝ່ແທນ.
ຄາດວ່າຈະຮູ້ຈັກຜົນການແຕ່ງຕັ້ງຢ່າງເປັນທາງການ ເວລາກອງປະຊຸມຫລວງຂອງ
ພັກເສັດສິ້ນລົງໃນວັນພຸດມື້ອື່ນນີ້.