ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ພັກຄອມມິວນິສຫວຽດນາມ ຈະເລືອກຄະນະກໍາມະການ ສູນກາງພັກຊຸດໃໝ່


ນາຍົກລັດຖະມຸນຕີ ຫງຽນຕັນຢຸງ ທີ່ກອງປະຊຸມຫລວງຂອງພັກ ຄອມມິວນິສຫວຽດນາມ ວັນທີ 12 ມັງກອນ 2011
ນາຍົກລັດຖະມຸນຕີ ຫງຽນຕັນຢຸງ ທີ່ກອງປະຊຸມຫລວງຂອງພັກ ຄອມມິວນິສຫວຽດນາມ ວັນທີ 12 ມັງກອນ 2011


ພັກ​ຄອມ​ມີ​ວນິສຫວຽດນາມ​ທີ່​ປົກຄອງ​ປະ​ເທດ​ໃນ​ປັດຈຸບັນ​ກ່າວ​ວ່າ ພວກ​ຜູ້ແທນ​ພັກ​ຈະ​ລົງ ມະຕິ​ທີ່​ກອງ​ປະຊຸມ​ຫລວງ​ຂອງ​ພັກ​ໃນ​ວັນ​ຈັນ​ມື້​ນີ້ ຄັດ​ເລືອກເອົາ​ສະມາຊິກ​ຂອງ​ຄະນະ​ກໍາ ມະການ​ສູນ​ກາງ​ພັກ​ໃໝ່ 200 ຄົນ ຊຶ່ງຈະ​ເປັນ​ຜູ້ກໍາກັບເບິ່ງນໍາທິດ​ທາງ​ນະ​ໂຍບາຍ​ຂອງ​ພັກ ​ໃນ 5 ປີ​ຕໍ່ໜ້າ.

ໜັງສືພິມ​ຂອງ​ພັກ Saigon Giai Phong ກ່າວ​ວ່າ ພວກ​ສະມາຊິກສູນ​ກາງ​ພັກ​ທີ່​ຖືກ​ເລືອກ​ຕັ້ງ​ໃໝ່ຈະ​ລົງມະຕິທາງ​ລັບກັນ​ຮອບ​ສອງ​ ໃນ​ວັນ​ອັງຄານ​ມື້​ອື່ນ ​ເພື່ອ​ຄັດ​ເລືອກ​ເອົາ​ສະມາຊິກ 17 ຄົນ ​ຂອງຄະນະ​ກໍາມມະ​ການ​ກົມ​ການ​ເມືອງ​ ທີ່​ມີ​ອໍ​ານາດນັ້ນ.

ນອກ​ນີ້ ​ພວກ​ສະມາຊິກ​ຂອງ​ຄະນະ​ກໍາມະການ​ສູນ​ກາງ​ພັກ​ຍັງ​ຈະ​ເລືອກເອົາ​ຫົວໜ້າ​ພັກ​ຄົນ​
ໃໝ່​ ໃນ​ວັນ​ອັງຄານ​ເຊ່ນ​ກັນ. ​ຄາດ​ວ່າ ທ່ານຫງຽນຕັນ​ຢຸງ ຈະ​ຮັກສາຕໍາ​ແໜ່​ງນາຍົກລັດຖະ
ມຸນຕີຂອງທ່ານ​ຢູ່​ຕໍ່​ໄປ ເຖິງ​ແມ່ນ​ໄດ້​ມີ​ການ​ຊ່ວງຊີງ​ກັນພາຍ​ໃນ​ພັກ​ ໃນ​ປີຜ່ານມາ​ກໍ​ຕາມ.

ການ​ລົງມະຕິ​ຕ່າງໆ​ເຫລົ່າ​ນີ້ ​ແມ່ນ​ເປັນການ​ມ້ວນທ້າຍກອງ​ປະຊຸມ​ຫລວງ​ຂອງ​ພັກ ທີ່​ມີ​ຂຶ້ນ​ທຸກໆ 5 ​ປີ ​ແລະໄດ້​ເລີ້ມ​ຂຶ້ນໃນ​ສັບປະດາ​ຜ່ານ​ມາ. ບັນດາ​ຜູ້​ນໍາ​ພັກ​ກ່າວ​ວ່າ ​ເຂົາ​ເຈົ້າ​ຫວັງ​ວ່າ​ການ​ລົງມະຕິຄັດເລືອກ​ເອົາຄະນະ​ກໍາມະການ​ສູນ​ກາງ​ພັກ​ໃໝ່ໃນ​ຄັ້ງ​ນີ້ ຈະ​ຂະຫຍາຍ​ສະ ມາຊິກ​ອອກໄປຮວມ​ເອົາ​ພວກຄົນ​ທີ່ໜຸ່ມ​ກ່ວາແລະ​ມີ​ຄວາມ​ຮູ້ຄວາມ​ຫລັກ​ ຫລາຍກ​ວ່າ​ເກົ່າ.

ໜັງສືພິມ Saigon Giai Phong ຍັງ​ກ່າວ​ຕື່ມ​ວ່າ ພາຍ​ໃຕ້​ກົດ​ລະບຽບ​ໃໝ່ພວກ​ສະມາ
ຊິກ​ຂອງ​ຄະນະ​ກໍາມະການ​ສູນ​ກາງ​ພັກ​ໃໝ່​ໃນ​ຈໍານວນ 20 ​ສ່ວນ​ຮ້ອຍ​ ຈະ​ມີ​ອາຍຸ​ຕໍ່າ​ກວ່າ
50ປີ ​ແລະ 10 ສ່ວນ​ຮ້ອຍ ​ຈະ​ເປັນ​ແມ່ຍິງ. ຍັງ​ບໍ່​ເປັນ​ທີ່ຈະ​ແຈ້ງ​ເທື່ອ​ວ່າ ​ເວລາ​ໃດ​ຈະ​ມີ
ການ​ປະກາດ​ຜົນ​ຂອງ​ການ​ຄັດ​ເລືອກໃຫ້​ຊາບ.

XS
SM
MD
LG