ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ຫວຽດນາມໄຂກອງປະຊຸມຫລວງພັກຄອມມິວນິດ


ຄະນະນໍາພາຫວຽດນາມ ພາກັນຕົບມື ໃນກອງປະຊຸມຫລວງຂອງພັກ
ຄອມມິວນິດ ວັນທີ 11 ມັງກອນ 2011.
ຄະນະນໍາພາຫວຽດນາມ ພາກັນຕົບມື ໃນກອງປະຊຸມຫລວງຂອງພັກ ຄອມມິວນິດ ວັນທີ 11 ມັງກອນ 2011.

ພັກ​ຄອມ​ມິ​ວນິດ​ຫວຽດນາມ​ຊຶ່ງ​ປົກຄອງ​ປະ​ເທດ​ໃນ​ປັດຈຸບັນ​ໄດ້​ໄຂ​ກອງ​ປະຊຸມ​ໃຫຍ່ຄັ້ງທີ 11 ຂອງ​ຕົນ​ດ້ວຍ​ການ​ຊັ່ງຊາ​ຕີ​ລາຄາ​ແບບກົງໄປກົງມາກ່ຽວກັບຂໍ້ ບົກຜ່ອງຂອງ​ຕົນ​ເອງ ແລະ​ທໍາ​ການ​ໂຈມ​ຕີ​ຢ່າງ​ໜັກ​ຕໍ່​ພວກ​ທີ່​ຕໍາ​ໜິຕິຕຽນ​ຕົນ.

ທ່ານ Nong Duc Manh ​ເລຂາທິການ​ພັກ​ຄອມ​ມິ​ວນິດ​ທີ່
ຈະ​ພົ້ນ​ອອກ​ຈາກຕໍາ​ແໜ່​ງ​ໄປ ​ໄດ້​ກ່າວ​ຍ້ອງຍໍ​ການ​ພັດທະນາ
ດ້ານ​ເສດຖະກິດ​ຂອງ​ຕົນ​ໃນ​ວັນ​ພຸດ​ມື້​ນີ້ໃນ​ຄໍາ​ປາ​ໄສ​ເປີດ​ກອງ
ປະຊຸມ​ໃຫຍ່ຂອງພັກ ຊຶ່ງ​ຈະ​ຄັດ​ເລືອກ​ເອົາ​ຄະນະ​ນໍາພາຂັ້ນ​
ສູງ​ສຸດ​ແລະ​ວາງແຜນ​ໂຄງການ​ເສດຖະກິດ​ຂອງ​ປະ​ເທດ​ໃນ​ໄລຍະ 5 ປີ​ຕໍ່ໜ້າ.

ແຕ່​ທ່ານ Nong Duc Manh ​ເຕືອນ​ວ່າ​ອັດຕາ​ການ​ເຕີບ​ໂຕ​ເສດຖະກິດ​ໃນ​ປັດຈຸ​ບັນ​ອາດ​ຈະ​ບໍ່​ຍືນ​ຍົງ​ໄດ້ ​ແລະ​ວ່າພວກ​ບໍລິສັດ​ຕ່າງໆຂາດ​ຄຸນ​ນະພາ​ບ ປະສິດທິພາບ​ແລະ​ການ​ແຂ່ງຂັນ.
ທ່ານ​ກ່າວ​ຕໍ່​ໄປ​ວ່າປະ​ເທດ​ຍັງບໍ່​ສາມາດຫລຸດຜ່ອນ​ການ​ສໍ້​ລາດ​ບັງ​ຫລວງ​ແລະ​ການ​ໃຊ້​ຈ່າຍ​ຢ່າງ​ຟຸມ​ເຟືອຍ ຫລື​ກໍາຈັດ​ການ​ເຊື່​ອມໂຊມລົງ​ໃນ​ດ້ານ​ສິນລະ​ທໍາ​ແລະ​ການດຳລົງ​ຊີວິດ​ນັ້ນ​ໄດ້.

ທ່ານ Nong Duc Manh ​ໄດ້​ທໍາ​ການ​ໂຈມ​ຕີ​ຢ່າງ​ໜັກ​ຕໍ່​ພວກ​ທີ່​ຕໍາ​ໜິຕິຕຽນໃນ​ເວລາ
ພຽງ​ນຶ່ງ​ມື້​ຫລັງ​ຈາກ​ກຸ່ມສົ່ງ​ເສີມ​ສິດທິ​ມະນຸດ​ລະຫວ່າງ​ຊາດ​ທີ່​ມີ​ຊື່​ສຽງກຸ່ມ​ນຶ່ງ​ໄດ້ຕ້ອງຕິ​
ຫວຽດນາມ​ໃນ​ການ​ປາບ​ປາມ​ຢ່າງ​ໜັກ​ຕໍ່​ພວກ​ຄັດຄ້ານ​ລັດຖະ ບານ​ກ່ອນ​ເປີດກອງ​ປະ
ຊຸມ​ໃຫຍ່ຂອງພັກນັ້ນ.

ທ່ານ​ກ່າວ​ຕື່ມ​ວ່າ ພວກ​ກໍາລັງ​ທີ່​ເປັນ​ສັດຕູ ພວມ​ໃຊ້​ເລື້ອງ​ລະບອບ​ປະຊາທິປະ​ໄຕ​ແລະ​ສິດທິ​ມະນຸດ​ໃນ​ຄວາມ​ພະຍາຍາມເພື່ອ​ໂຄ່ນ​ລົ້ມພັກຄອມມູນິສ ຫວຽດນາມທີ່​ປົກຄອງ​ປະ​ເທດ​ໃນ​ປັດຈຸບັນ.

XS
SM
MD
LG