ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ຫວຽດນາມປະກາດ ພວກຜູ້ນໍາຊຸດໃໝ່ຂອງຕົນ


ພວກຜູ້ນໍາຊຸດໃໝ່ຂອງຫວຽດນາມ
ພວກຜູ້ນໍາຊຸດໃໝ່ຂອງຫວຽດນາມ

ພັກຄອມມີວນີສ ທີ່ປົກຄອງປະເທດຫວຽດນາມຢູ່ໃນປັດຈຸບັນນີ້ ໄດ້ເລືອກເອົາພວກຜູ້ນໍາ ໃໝ່ຂອງຕົນ ​ໃນ​ກອງ​ປະຊຸມ​ຫລວງ​ທີ່​ນະຄອນຫລວງຮາ​ໂນ່ຍ ຊຶ່ງພວກນັກວິເຄາະກ່າວວ່າ ເຖິງແມ່ນຍັງມີຄວາມເປັນຫ່ວງກັງວົນຕ່າງໆນາໆ ກ່ຽວກັບສະພາບ​ການ ​ທີ່ບໍ່ໝັ້ນຄົງທາງເສດ ຖະກິດກໍຕາມ ​ແຕ່​ຜົນ​ຂອງກອງປະຊຸມກໍບໍ່​ໄດ້ນໍາສິ່ງ​ແປກ​ໃໝ່​ຫລືປະຫລາດໃຈໃດໆມາ​ໃຫ້ ແລະທ່ານ Nguyen Tan Dung ນາຍົກລັດຖະມົນຕີຫວຽດນາມຄົນປັດຈຸບັນ ກໍ​ເບິ່ງ​ຄື​ວ່າ ຈະ​ໄດ້ກໍາຕໍາແໜ່ງຂອງ​ທ່ານຢູ່ຕໍ່ໄປ ​ແຕ່ຕາມທີ່ ນາຍ Daniel Schearf ຜູ້ສື່ຂ່າວວີໂອເອ ລາຍງານຈາກບາງກອກນັ້ນ ກໍແມ່ນວ່າ ພວກຜູ້ນໍາຫວຽດນາມຈະຕ້ອງ​ໄດ້ຄວບຄຸມສະພາວະ ເງິນເຟີ້ໄວ້ໃຫ້ໄດ້ ບໍ່ດັ່ງນັ້ນ​ແລ້ວ ການເຕີບໂຕທາງເສດຖະກິດໃນອະນາຄົດ ກໍ​ຈະຕົກ​ຢູ່​ໃນ​ ອັນຕະລາຍ.

ກອງ​ປະຊຸມ​ຫລວງຂອງພັກຄອມມີວນີສຫວຽດນາມ ໄດ້ຍຸຕິ
ລົງ ເມື່ອວັນພຸດຜ່ານມານີ້ ພ້ອມກັບການປະກາດຊື່ພວກຜູ້ ນໍາຊຸດໃໝ່ຂອງຕົນ.

ຄະນະກໍາມະການສູນກາງພັກ ໄດ້ເລືອກເອົານາຍົກລັດຖະ
ມົນຕີ ຫງວຽນ ຕັນ ຢຸງ ​ໃຫ້​ເຂົ້າ​ຮ່ວມ​ໃນ​ຄະນະ​ກົມ​ການ
ເມືອງສູນກາງພັກຕໍ່ໄປອີກ ​ແລະກໍຄາດກັນ​ຢ່າງກວ້າງຂວາງ​
ວ່າ ທ່ານຈະ​ຖືກ​ແຕ່ງ​ຕັ້ງ​ໃຫ້ເປັນນາຍົກລັດຖະມົນຕີຕື່ມອີກ
ສະໄໝນຶ່ງ ໃນທ້າຍປີນີ້ ເຖິງແມ່ນວ່າເວລານີ້ ຫວຽດນາມ ກໍາລັງປະເຊີນກັບບັນຫາເສດຖະກິດຢູ່ກໍຕາມ.

ຫາກ​ແຕ່​ວ່າ ຄະນະກໍາມະການສູນ​ກາງ​ພັກ ໄດ້ເລື່ອນຄູ່
ແຂ່ງສອງຄົນຂອງ ທ່ານ ຫງວຽນ ຕັນ ຢຸງ ຂື້ນສູ່ລະດັບ
ສູງສຸດໃນຄະນະ​ກົມ​ການ​ເມືອງສູນກາງພັກ​ນັ້ນ ຊຶ່ງຕາມ
ຄວາມ​ເຫັນ​ຂອງພວກນັກວິເຄາະການ​ເມືອງບາງຄົນນັ້ນ
ແມ່ນເປັນຊີ້ບອກ​ເຖິງຄວາມພະຍາຍາມຂອງພັກຄອມມີວ ນີສ ເພື່ອຖ່ວງ​ດຶງອໍານາດຂອງນາຍົກລັດຖະມົນຕີ​ໄວ້.

ທ່ານ Carl Thayer ຜູ້ຊ່ຽວຊານເລຶ້ອງຫວຽດນາມ ທີ່ສະຖາບັນກໍາລັງປ້ອງກັນປະເທດ
ຂອງອອສເຕຣເລຍກ່າວວ່າ ການສັບຊ້ອນ​ໃນ​ຄະນະນໍາ​ພາຂອງຫວຽດນາມຄັ້ງນີ້ ​ໂດຍ
ສ່ວນ​ໃຫຍ່​ແລ້ວ ​ແມ່ນ​ໄດ້ເປັນໄປຕາມຄາດໝາຍ ຊຶ່ງທ່ານ Thayer ກ່າວຕໍ່ໄປວ່າ:

"ມັນ​ເປັນ​ລະບົບ​ນຶ່ງ​ທີ່ພະຍາຍາມຊອກ​ຫາ​ແນວທາງພໍປານ​ກາງຢູ່​ສະ​ເໝີ ​ແລະ​ບໍ່​
ເຄື່ອນ​ໄຫວໄປ​ທາງ​ທິດ​ທາງທີ່ຮຸນ​ແຮງ​ຈັດ​ເກີນ​ໄປ. ລະ​ບົບທີ່​ວ່າ​ນີ້ ຍາມ​ໃດ​ກໍເຄື່ອນ​
ໄຫວ​ໄປ​ເປັນ​ຂັ້ນໆ​ແລະຢ່າງ​ລະມັດລະວັງ​. ດັ່ງ​ນີ້ ຂ້າພະ​ເຈົ້າ​ຈຶ່ງ​ຄຶດ​ວ່າ ນັ້ນ​ແມ່ນ​
ສິ່ງ​ທີ່​ພວກ​ເຮົາ​ກໍາລັງ​ເຫັນຢູ່​ໃນ​ປັດຈຸບັນ. ມັນ​ເປັນ​ເລື້ອງ​ທີ່ເຂົາ​ເຈົ້າ​ເຄີຍເຮັດ​ມາ​ຕາມ​ປົກກະຕິ ​ແລະ​ກໍ​ແມ່ນ​ພວກ​ຄົນ​ທີ່​ພວກ​ເຮົາຮູ້ຈັກ. ​ແລະ​ມັນ​ຈະ​ໃຊ້​ເວລາໄລຍະ​ນຶ່ງ ​ແມ່ນ​ແຕ່​ສໍາລັບ​ພວກ​ສະມາຊິກ​ໃໝ່​ໃນ​ຄະນະ​ກໍ​າມະ​ການກົມ​ການ​ເມືອງ​ຂອງ​ພັກ​ ​ທີ່​ຈະ​ຢືນຢັນຕົນ​ເອງໄດ້​ຢ່າງ​ແທ້​ຈິງ. ມັນ​ເປັນ​ວັດທະນະ​ທໍາ​ ​ທີ່ວ່າເລື້ອງ​ອາວຸ​ໂສ​ເປັນ​ເລື້ອງ​ສໍາຄັນ ດັ່ງ​ນັ້ນເລື້ອງ​ອາ​ວຸ​ໂສ​ນີ້​ກໍຈະ​ເປັນ​ເລື້ອງ​ທີ່ສໍາຄັນ​ຢູ່​ຕໍ່​ໄປ."

ທ່ານເທເອີ ກ່າວວ່າ ເມື່ອ​ໃດ​ທີ່​ໄດ້ຖືກແຕ່ງຕັ້ງ​ເປັນ​ນາຍົກ​ລັດຖະມົນຕີ​ອີກ​ແລ້ວນັ້ນ ທ່ານ​
ຫງວຽນ ຕັນ ຢຸງ ກໍ​ຄົງຈະສືບຕໍ່ນະໂຍບາຍຂອງທ່ານ ​ໃນ​ການອະນຸມັດ​ງົບປະມານໃຫ້ແກ່
ໂຄງການໃຫຍ່ໆຂອງລັດ ເຊັ່ນໂຄງການລົດໄຟຄວາມໄວສູງເປັນຕົ້ນ.

ທ່ານນາຍົກລັດຖະມົນຕີ​ ໄດ້ຖືກຕໍາໜິຕິຕຽນ​ໃນປີຜ່ານມາ ເວລາບໍ​ລິສັດ​ລັດ​ວິ​ສາ​ຫະກິດ
ສ້າງກໍາປັ່ນ ທີ່ມີໜີ້ສິນຫລວງຫລາຍນັ້ນ ຜິດສັນຍາ​ໃນ​ການ​ຈ່າຍງວດເງິນກູ້ໃຫ້ຕ່າງປະ​ເທດ
ທີ່​ໄດ້ຍັງຜົນໃຫ້ຄະ​ແນນ​ຄວາມ​ໜ້າ​ເຊື່ອ​ຖື​ດ້ານສິນເຊື່ອຂອງຫວຽດນາມ ຕົກຕໍ່າລົງ.

ຫວຽດນາມເປັນປະເທດທີ່ມີພັກການເມືອງພັກດຽວ ແລະກອງ​ປະຊຸມ​ຫລວງ​ຂອງພັກນັ້ນ
ນອກຈາກການຄັດເລືອກເອົາພວກຜູ້ນໍາ​ແລ້ວ ​ແມ່ນ​ມີໜ້າ​ທີ່​ວາງ​ແຜນການ​ປະຕິບັດ​ງານ
ຫ້າປີຂອງ​ປະ​ເທດ. ມີຜູ້ຕາງໜ້າພັກ​ ປະມານ 1,400 ຄົນ ​ໄປເຕົ້າໂຮມກັນ ທີ່ນະຄອນ
ຫລວງຮາໂນ່ຍ ຕະຫລອດ​ເວລາ​ນຶ່ງອາທິດນັ້ນ ​ເພື່ອ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ຫລວງ​ຂອງພັກ
ຊຶ່ງໄດ້ໄຂຂື້ນ​ໃນ​ຊ່ວງ​ເວລາ​ທີ່ຫວຽດນາມ ​ເຖິງແມ່ນ​ໄດ້​ບັນລຸ​ການເຕີບໂຕທາງ​ເສ​ດຖະກິດ
ຢ່າງວ່ອງໄວກໍ​ຕາມ ​ແຕ່​ກໍ​ຍັງປະເຊີນກັບບັນຫາຕ່າງໆທາງດ້ານເສດຖະກິດມະຫາພາກນັ້ນ
ຢ່າງໜັກ​ຢູ່ ອັນໂຮມທັງບັນຫາຂາດດຸນການຄ້າທີ່​ເ​ພີ້​ມທະວີ​ຂຶ້ນ​ເລື້ອຍໆ ແລະສະພາວະເງິນ ເຟີ້ທີ່​ຖີບ​ຂຶ້ນຢ່າງໄວ.

ທ່ານ Jonathan Pincus ນັກເສດຖະສາດປະຈໍາໂຄງການ Harvard-Vietnam ທີ່ຮາ
ໂນ່ຍ ກ່າວວ່າ ຄວາມກົດດັນ​ໃນ​ທົ່ວໂລກຕໍ່ລາຄາ​ເຄື່ອງອຸບປະໂພກບໍລິໂພກນັ້ນ ຄາດວ່າ
ຈະທະວີ​ແຮງຂື້ນໃນປີນີ້ ຊຶ່ງເຮັດໃຫ້​ເປັນການສໍາຄັນຍິ່ງ​ຂຶ້ນ​ໄປ​ອີກ ສໍາລັບຫວຽດນາມທີ່ຈະ
ຕ້ອງຄວບຄຸມນະໂຍບາຍງົບປະມານແລະການເງິນປະຈໍາປີຂອງຕົນ. ຊຶ່ງທ່ານ Pincus ກ່າວຕື່ມວ່າ:

“ຂ້າພະ​ເຈົ້າ​ບໍ່​ຄຶດ​ວ່າ ຈະຈໍາ​ເປັນຕ້ອງ​ມີ​ການ​ປ່ຽນ​ແປງ​ຢ່າງ​ຫລວງຫລາຍ​ໃນ​ນະ​ໂຍ
ບາຍ. ຂ້າ​ພະ​ເຈົ້າຄຶດ​ວ່າ ​ພຽງເພື່ອ​ຈະສ້າງ​ຕັ້ງ​ສະຖຽນ​ລະ​ພາບ​ຄືນ​ໃໝ່​ນັ້ນ ຈໍາ​ເປັນ
ຈະ​ຕ້ອງ​ ມີນະ​ໂຍບາຍງົບປະມານ ທີ່​ປະ​ຫຍັດ​ຮັດ​ເຄ່ງ​ຫລາຍ​ຂຶ້ນ ຫລື​ອີກໃນ​ນຶ່ງ​ ກໍ​
ແມ່ນວ່າ ລົດ​ຜ່ອນ​ການ​ຂາດ​ດຸນ​ງົບປະມານ​ປະ​ຈໍາປີຂອງ​ລັດຖະບານລົງແລະ​ໃຫ້
ຄວາມ​ສົນ​ໃຈຢ່າງ​ໃກ້ຊິດ​ຕໍ່​ນະ​ໂຍບາຍການເງິນ​ ເພື່ອ​ໃຫ້​ໝັ້ນ​ໃຈ​ວ່າ ການ​ເຕີບ​ໂຕ
ຂຶ້ນຂອງ​ສິນ​ເຊື່ອຈະ​ຢູ່​ພາຍ​ໃນ​ຂອບ​ເຂດ​ທີ່​ທາງ​ລັດຖະບານ​ວາງ​ໄວ້ ​ເພື່ອ​ວ່າ​ລາຄາ​
ສິນຄ້າຈະ​ບໍ່ຖີບ​ຂຶ້ນ​ ກາຍ​ຂອບ​ເຂດ​ທີ່ຈະຄວບ​ຄຸມ​ໄວ້​ໄດ້."

ຫລັງຈາກຢູ່​ໃຕ້ການຄວບຄຸມຂອງສູນກາງມາໄດ້ 20 ປີ ເສດຖະກິດຂອງຫວຽດນາມ ກໍໄດ້
ຖືກ​ປ່ອຍໃຫ້​ເປີດ​ກ້ວາງ​ ​ເປັນ​ເສລີເທື່ອ​ລະ​ກ້າວ​ໄປ ແຕ່ກໍ​ຍັງມີພວກບໍລິສັດລັດ​ວິ​ສາ​ຫະກິດ
ໃຫຍ່ໆ ຈໍານວນ​ນຶ່ງ ທີ່ຍັງກາງຕໍ່ອາໃສການຊ່ວຍເຫລືອຂອງລັດຖະບານນັ້ນຢູ່.

ເມື່ອຫວຽດນາມເປີດປະຕູ​ໃຫ້ແກ່ພະລັງຕະຫລາດຕ່າງໆ ແລະເສດຖະກິດໂລກນັ້ນ ວົງການ
ທຸລະກິດເອກະຊົນກໍໄດ້ກາຍເປັນກໍາລັງຂັບ​ດັນການເຕີບໂຕປະຈໍາປີຂອງ​ເສດຖະກິດ ໂດຍ​ມີ​
ອັດຕາສະເລ່ຍ ປະມານ 7 ເປີເຊັນ ຕໍ່​ປີ ຕະຫລອດໄລຍະ 20 ປີ ຜ່ານມາ.

ທີ່ກອງປະຊຸມຫລວງ​ນັ້ນ ພັກຄອມມີວນີສ ໄດ້ລົງມະຕິ ​ເປັນເທື່ອທໍາອິດ ຮັບເອົາພວກເຈົ້າ
ຂອງທຸລະກິດເອກະຊົນ ເຂົ້າເປັນສະມາຊິກພັກ ຊຶ່ງຖືວ່າເປັນການຮັບ​ຮູ້​ໃນຄວາມສໍາຄັນ
ຂອງ​ເຂົາ​ເຈົ້າ ທີ່​ມີ​ຕໍ່ເສດຖະກິດ.

ແຕ່ຢ່າງ​ໃດ​ກໍ​ຕາມ ພວກລັດວິສາຫະກິດກໍຍັງ​ເປັນແກນນໍາຂອງວົງການອຸດສາຫະກໍາລາຍ
ໃຫຍ່ໆທັງຫລາຍນັ້ນຢູ່ ເຊັ່ນພາກສ່ວນພະລັງງານ ແລະ ໂທລະຄົມມະນາຄົມ ເປັນຕົ້ນ. ພວກນັກເສດຖະສາດບາງຄົນກ່າວວ່າ ​ພວກລັດວິ​ສາ​ຫະກິດເຫລົ່ານີ້ ເປັນພວກຜູກຂາດ
ອຸດສາຫະກໍາ ທີ່ຂາດປະສິດທິ​ຜົນ ທີ່ເຜົາຜານງົບປະມານ ລັດໄປຊື່ໆ.

ທ່ານ ລີດັງ ຢວນ ທີ່ປຶກສາລັດຖະບານດ້ານບັນຫາເສດຖະກິດ ທີ່ອອກກິ ເບ້ຍບໍານານ​
ແລ້ວ ກ່າວວ່າ ການ​ຂາດ​ປະສິດທິຜົນຂອງພວກບໍລິສັດລັດລາຍໃຫຍ່ໆ​ນັ້ນ ເປັນບັນຫາ
ທີ່​ໜັກໜ່ວງທີ່ສຸດຕໍ່ເສດຖະກິດຫວຽດນາມ. ຊຶ່ງທ່ານ ລີ ດັງ ຢວນ ກ່າວຊີ້ແຈງຕໍ່ໄປວ່າ:

“ຫວຽດນາມມີ​ຄວາມ​ຈໍາ​ເປັນ​ທີ່​ຈະ​ຕ້ອງ​ທໍາການ​ປະຕິ​ຮູບ​ຢ່າງ​ແຂງ​ແຮງ​ເພື່ອ​ຈະ​
ເອົາ​ຊະນະ​ຄວາມບໍ່​ທຸ່ນ​ທ່ຽງ​ໃນ​ດ້ານ​ເສດຖະກິດ​ມະຫາ​ພາກ​ຂອງ​ຕົນ ​ແລະ​ລະ
ດົມແຫລ່ງຊັບພະຍາກອນບົ່ມ​ຊ້ອນ​ຂອງ​ຕົນ​. ຖ້າ​ຫາກຫວຽດນາມ​ສາມາດ​ຈັດ​
ຕັ້ງປະຕິບັດ​ການ​ປະຕິ​ຮູບ​ທີ່​ຈໍາ​ເປັນ​ນີ້​ໄດ້ ​ເສດ​ຖະກິດ​ຂອງ​ຫວຽດນາມ​ກໍ​ຈະ​ສືບ
ຕໍ່ເຕີບ​ໂຕ​ຂຶ້ນ​ຕໍ່​ໄປ ຖ້າ​ບໍ່​ດັ່ງ​ນັ້ນ ຫວຽດນາມ​ກໍ​ຈະ​ປະ​ເຊີນ​ກັບ​ການ​ທ້າ​ທາຍ​ຫລາຍ​ ຢ່າງ​ຫລາຍ​ປະການ."

ກອງ​ປະຊຸມ​ຫລວງຂອງພັກຄອມ​ມິ​ວນິສຫວຽດນາ​ມ ໄດ້ສະແດງຄວາມເປັນຫ່ວງກ່ຽວກັບ
ເສດຖະກິດ ແຕ່ກໍຍັງມອງ​ໃນແງ່ດີວ່າ ບັນຫາ​ຄວາມບໍ່ສົມດຸນຕ່າງໆນັ້ນຈະສາມາດ​ນໍາມາ
ຢູ່ພາຍໃຕ້ການຄວບຄຸມໄດ້​.

ທ່ານ ລີດັງ ຢວນ ກ່າວວ່າ ບັນດາ​ຜູ້​ແທນ​ພັກ​ໃນກອງປະຊຸມແມ່ນພາກັນມອງໃນແງ່ດີ​
ເກີ​ນ​ໄປ​ໂພດ ກ່ຽວກັບສະຖານະການ ແລະວ່າ ຫວຽດນາມຕ້ອງການ​ຄວາມສົມດຸນ​ໃນ
ຄະນະ​ນໍາພາ ຄືຕ້ອງ​ມີ​ທັງພວກຜູ້ນໍາທີ່ມີປະສົບການສູງນັ້ນ ​ແລະພວກທີ່ໜຸ່ມ​ກ່ວາທີ່ມີຫົວ
ປະຕິຮູບ ເພື່ອ​ໃຫ້​ສາມາດຮັບ​ມືກັບສິ່ງທ້າທາຍໃໝ່ຕ່າງໆ​ໄດ້​ດີ​ຂຶ້ນ ໃນຂະນະທີ່ຫວຽດນາມ
ຂະຫຍາຍ​ໂຕອອກ​ໄປໃນຕະຫລາດໂລກນັ້ນ.

XS
SM
MD
LG