ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ພັກຄອມມີວນິດ ຫວຽດນາມ ສະຫຼອງ ວັນຄົບຮອບ 85 ປີ ທ່າມກາງ ການຮຽກຮ້ອງ ໃຫ້ມີການປ່ຽນແປງ


ພາບ ເລຂາທິການພັກຄອມມີວນິດຫວຽດນາມ ທ່ານ Nguyen Phu Trong ເຂົ້າຮ່ວມພິທີວາງພວງມາລາ ທີ່ປ່າຊ້າ ທະຫານນິລະນາມ ທີ່ມົສກູ ວັນທີ 24 ພະຈິກ 2014.
ພາບ ເລຂາທິການພັກຄອມມີວນິດຫວຽດນາມ ທ່ານ Nguyen Phu Trong ເຂົ້າຮ່ວມພິທີວາງພວງມາລາ ທີ່ປ່າຊ້າ ທະຫານນິລະນາມ ທີ່ມົສກູ ວັນທີ 24 ພະຈິກ 2014.

ພັກ​ຄອມ​ມີ​ວນິດ​ຫວຽດນາມກຳລັງ​ສະຫຼອງ​ວັນ​ຄົບຮອບ 85 ປີ
ທີ່​ຄະນະ​ນຳພາ​ຂອງ​ພັກ​ຮຽກຮ້ອງ​ໃຫ້​ທຳ​ການ​ເຄື່ອນ​ໄຫວ​ຫຼາຍ
​ຂຶ້ນ ​ເພື່ອປະ​ເຊີນ​ໜ້າ​ກັບພວກ ”ຕໍ່ຕ້ານ​ລັດ” ນັ້ນ.

​ແຕ່​ພວກ​ນັກ​ເຄື່ອນ​ໄຫວ​ພາ​ກັນກ່າວ​ຕອບ​ໂຕ້​ຄືນ ດ້ວຍ​ການ​ຮຽກ
ຮ້ອງ​ໃຫ້ຈັດ​ຕັ້ງ​ລະ​ບົບ ທີ່​ມີ​ພັກ​ການ​ເມືອງ​ຫຼາຍ​ພັກ​ຂຶ້ນ ​ໂດຍ​ກ່າວ
​ວ່າ ພັກ​ຄອມ​ມີ​ວນິດ​ທີ່​ປົກຄອງ​ປະ​ເທດ​ໃນ​ປັດຈຸບັນ​ໄດ້​ທຳ​ຄວາມ
​ລົ້ມ​ແຫຼວ.

​ໃນ​ພິທີ​ທີ່​ວາງ​ແຜນ​ຢ່າງ​ລະອຽດ​ໄວ້​ລ່ວງ​ໜ້າ ​ໃນ​ແລງ​ວັນ​ຈັນ​ມື້ກ່ອນ
​ນີ້ ທີ່ນະຄອນຫຼວງ​ຮາ​ໂນ​ຍ ທ່ານ Nguyen Phu Trong ຫົວໜ້າ
​ພັກ​ຄອມ​ມີ​ວນິດ​ຫວຽດນາມ ກ່າວ​ວ່າ ​ເປັນ​ສິ່ງ​ສຳຄັນ​ທີ່​ສຸດ ​ເພື່ອ​ຕໍ່ສູ້​ກັບ​ການເຊື່ອມ​ໂຊມ​ລົງ​ໃນ​ດ້ານສິນທຳ ການ​ເມືອງ ​ແລະ​ອຸດົມ​ການນັ້ນ.

ນອກ​ນັ້ນ ທ່ານ​ຍັງ​ໄດ້​ວາງ​ເປົ້າ​ໝາຍ​ຕ່າງໆ​ໄວ້​ສຳລັບ​ປີ 2015ຮວມທັງ ການ​ເສີມ​ສ້າງ​ສະ
ຖຽນ​ລະ​ພາບ​ທາງ​ດ້ານ​ເສດຖະກິດແລະ​ຮັບປະ​ກັນ​ຄວາມໝັ້ນຄົງດ້ານ​ສັງຄົມ. ຫົວໜ້າ​ພັກ​ຄອມ​ມີ​ວນິດ​ຫວຽດນາມ ຍັງໃຫ້​ຄຳ​ໝັ້ນ​ສັນຍາເຊັ່ນ​ກັນ​ວ່າ ຈະເອົາ​ບາດກ້າວ​ຢ່າງ​ໜັກ​ກັບ​ອັນ​ທີ່​ທ່ານ​ເອີ້ນ​ວ່າ ພວກຕໍ່ຕ້ານ​ລັດ​ຢູ່​ໃນ​ຫວຽດນາມ​ນັ້ນ.

ຜູ້​ຂຽນ​ຂ່າວ​ລົງ​ໃນອິນເຕີແນັດ ທ່ານ La Viet Dung ທີ່​ປຸກລະດົມ​ຕໍ່ ຕ້ານ​ພັກຄອມ​ມີ​ວນິດ ກ່າວ​ວ່າ ພວກ​ຊາວ​ຫຽດນາມ ​ບໍ່​ສົນ​ໃຈ​ອີກ​ແລ້ວ ນຳ​ອັນ​ທີ່​ບັນດາ​ເຈົ້າ​ໜ້າ​ທີ່​ພັກຈະ​ເວົ້າ​ຫຍັງ​ໄປ​ນັ້ນ ​ໂດຍ​ກ່າວ​ດັ່ງ​ນີ້:

“ພວກເຂົາເຈົ້າຍາມໃດກໍກ່າວຄວາມຂີ້ຕົວະໄປເລື້ອຍໆກ່ຽວກັບສິ່ງໃດທີ່ວ່າພັກໄດ້
ບັນລຸຄວາມສຳເລັດໄປນັ້ນ. ແຕ່ສະພາບໂຕຈິງແລ້ວປະຊາຊົນກໍນັບມື້ນັບທຸກຈົນ
ລົງ ແລະອະທິປະໄຕຂອງປະເທດກໍຖືກຂົ່ມຂູ່.”

XS
SM
MD
LG