ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໐໘ ພຶດສະພາ ໒໐໒໔

ຜູ້ນຳພັກຄອມມູນິສ ຫວຽດນາມ ຖືກເລືອກ ໃຫ້ກຳຕຳແໜ່ງ ອີກຄັ້ງ


ຮອງປະທານປະເທດ ຫວຽດນາມ ທ່ານ Truong Tan Sang, ດ້ານຊ້າຍຂອງແຖວໜ້າ, ນາຍົກລັດຖະມົນຕີ ທ່ານ Nguyen Tan Dung, ແຖວໜ້າທີ່ 3 ຈາກຊ້າຍ, ແລະ ເລຂາ ທິການໃຫຍ່ພັກຄອມມູນິສທ່ານ Nguyen Phu Trong, ແຖວໜ້າທີ 3 ຈາກຂວາ, ຢືນຖ່າຍຮູບກຸ່ມກັບບັນດານາຍພົນທະຫານ ຫຼັງຈາກການເລືອກຕັ້ງສຳລັບ ຄະນະກຳມະການ ສູນກາງພັກຄົນໃໝ່ ໃນນະຄອນຫຼວງ ຮ່າໂນຍ, ຫວຽດນາມ. 26 ມັງກອນ, 2016.
ຮອງປະທານປະເທດ ຫວຽດນາມ ທ່ານ Truong Tan Sang, ດ້ານຊ້າຍຂອງແຖວໜ້າ, ນາຍົກລັດຖະມົນຕີ ທ່ານ Nguyen Tan Dung, ແຖວໜ້າທີ່ 3 ຈາກຊ້າຍ, ແລະ ເລຂາ ທິການໃຫຍ່ພັກຄອມມູນິສທ່ານ Nguyen Phu Trong, ແຖວໜ້າທີ 3 ຈາກຂວາ, ຢືນຖ່າຍຮູບກຸ່ມກັບບັນດານາຍພົນທະຫານ ຫຼັງຈາກການເລືອກຕັ້ງສຳລັບ ຄະນະກຳມະການ ສູນກາງພັກຄົນໃໝ່ ໃນນະຄອນຫຼວງ ຮ່າໂນຍ, ຫວຽດນາມ. 26 ມັງກອນ, 2016.

ພັກຄອມມູນິສຂອງ ຫວຽດນາມ ໄດ້ເລືອກເອົາທ່ານ Nguyen Phu Trong ເປັນ ເລຂາທິການໃຫຍ່ຂອງພັກສະໄໝທີ 2 ອີກ 5 ປີ ໃນວັນພຸດມື້ນີ້, ອີງຕາມອົງການ ຂ່າວທາງການຂອງ ຫວຽດນາມ.

ທ່ານ Trong ອາຍຸ 72 ປີ ໄດ້ຕ້ານ​ຢັນ​ການ​ທ້າ​ທາຍ​ໃນ​ການກຳຕຳ ແໜ່ງຢູ່ໃນກົມ ການເມືອງສູນ​ກາງ​ພັກ ທີ່ມີສະມາຊິກ 19 ຄົນຈາກ ນາຍົກລັດຖະມົນຕີທ່ານ Nguyen Tan Dung, ເຊິ່ງເປັນຜູ້ທີ່ໄດ້ທຳ ການ​ປະຕິຮູບເສດຖະກິດ ໃນລະ ຫວ່າງການກຳຕຳແໜ່ງດົນເປັນທົດສະວັດຂອງທ່ານ ເຊິ່ງໄດ້ຊ່ວຍໃຫ້ ຫວຽດນາມ ດຶງ ດູດເອົາການລົງທຶນໃໝ່ຈາກຕ່າງປະເທດຢ່າງໄວວາ.

ທ່ານ Dung ຍັງໄດ້​ເສີມຂະຫຍາຍສາຍພົວພັນກັບ ສະຫະລັດ ທີ່ເປັນອະດີດຄູ່ປໍ ລະປັກທາງ ດ້ານແນວຄິດ ແລະ ການທະຫານຂອງຕົນ, ເຊິ່ງໄດ້ເຮັດໃຫ້ ຫວຽດນາມ ລົງນາມໃນຂໍ້​ຕົກລົງ ການຄ້າເສລີ ພາຄີຂ້າມມະຫະສະໝຸດປາຊີຟິກ ນຳໜ້າໂດຍ ສະຫະລັດ ແລະ ໄດ້ກ່າວຕໍ່ຕ້ານ ຈີນ ຢ່າງແຮງ ກ່ຽວກັບ ການຂະ ຫຍາຍເຂດແດນໃນທະເລ ຈີນໃຕ້.

ທ່ານ Trong ແມ່ນບຸກຄົນທີ່ມີຫົວຄິດນິຍົມ​ແນວທາງ​ເດີມ ພ້ອມກັບທ່າອຽງສະ ໜັບສະໜູນ ຈີນ, ແຕ່ບັນດານັກສັງເກດການກ່າວວ່າ ທ່ານເບິ່ງຄືວ່າ ຈະສືບຕໍ່ ແຜນການປະຕິຮູບເສດ ຖະກິດຂອງທ່ານ Dung ແລະ ຄັດຄ້ານຕໍ່ການອ້າງເອົາ ເຂດແດນຂອງ ປັກກິ່ງ.

ທ່ານ Dung ແມ່ນຍັງຈະສືບຕໍ່ເປັນນາຍົກລັດຖະມົນຕີ ຈົນຮອດທ້າຍຂອງປີນີ້, ໃນຂະນະທີ່ ຮອງນາຍົກລັດຖະມົນຕີທ່ານ Nguyen Xuan Phuc ຄາດວ່າຈະສືບ ທອດດຳລົງຕຳແໜ່ງ ແທນທ່ານ.

Vietnam Politics
please wait
Embed

No media source currently available

0:00 0:01:03 0:00

Vietnam's Communist Party re-elected Nguyen Phu Trong to a second five-year term as general-secretary Wednesday, according to the official Vietnam News Agency.

The 72-year-old Trong pushed back a challenge to a seat on the 19-member ruling politburo from Prime Minister Nguyen Tan Dung, who enacted a set of economic reforms during his decade-long tenure that helped Vietnam attract a slew of new foreign investment.

Dung also strengthened ties with its former ideological and military foe, the United States, which led to Vietnam's signing of the U.S.-led TransPacific Partnership free trade pact, and spoke out forcefully against China's increasingly aggressive expansion in the South China Sea.

Trong is a more conservative figure with strong pro-China leanings, but observers say he will likely continue Dung's economic reform agenda and stance against Beijing's territorial claims.

(( REST OPT ))

Dung will stay on as prime minister until later this year, when he is expected to be replaced by Deputy Prime Minister
Nguyen Xuan Phuc.

XS
SM
MD
LG