ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ສະຫະລັດຍັງ​ຕັ້ງ​ໃຈ​ທີ່ຈະເຂົ້າ​ພົວພັນ ໃນຄວາມໝັ້ນຄົງ ຂອງເອເຊຍຢູ່ຕໍ່ໄປ


12일 새 교황 선출 비밀회의에 앞서 바티칸 성 베드로 대성당에서 미사를 드리는 추기경들. 미트라를 벗고 있다.
12일 새 교황 선출 비밀회의에 앞서 바티칸 성 베드로 대성당에서 미사를 드리는 추기경들. 미트라를 벗고 있다.

ລັດຖະມົນຕີປ້ອງກັນປະເທດສະຫະລັດ ໄດ້​ໃຫ້​ຄວາມ​ໝັ້ນ​ໃຈ​ແກ່ ພວກປະເທດ​ໃນຂົງເຂດເອເຊຍອີກວ່າ ສະຫະລັດ ຍັງມີຄວາມ​ຕັ້ງ​ໃຈທີ່ຈະ​ເຂົ້າ​ໄປ​ພົວພັນໃນ​ເລື້ອງຄວາມໝັ້ນ ຄົງຂອງຂົງເຂດນັ້ນ ຢູ່ຕໍ່ໄປ.

ທ່ານ ໂຣເບີດ ເກດສ໌ ລັດຖະມົນຕີປ້ອງກັນປະເທດສະ ຫະລັດ ຍັງ​ໄດ້ກ່າວອີກໃນວັນຈັນມື້ນີ້ວ່າ ຂໍ້ຂັດແຍ້ງກັນ ຕ່າງໆໃນຂົງເຂດນັ້ນ ຄວນຈະຖືກແກ້ໄຂ ຜ່ານສະຖາບັນ ຫລາຍໆຝ່າຍ ຊຶ່ງ​ເປັນ​ການ​ກ່າວ​ຊໍ້າ​ອີກ ເຖິງທ່າທີທີ່​ໄດ້ ເຮັດໃຫ້ຈີນ​ໂມ​ໂຫມາ​ແລ້ວນັ້ນ. ທ່ານ ເກດສ໌​ ໄດ້ພົບປະ ກັບຄູ່ຕໍາແໜ່ງຈີນຂອງທ່ານ ​ໃນ​ເວລາ​ຕໍ່​ມາ ​ແລະ​ໄດ້​ຮັບ ​ເອົາ​ຄໍາ​ເຊຶ້ອ​ເຊີນ​ໃຫ້​ໄປ​ຢ້ຽມຢາມ​ຈີນ ໃນ​ປີໜ້າ.

ນອກ​ນີ້ ໃນການ​ກ່າວຄໍາປາໃສທີ່ມະຫາວິທະຍາໄລແຫ່ງ ຊາດຂອງຫວຽດນາມນັ້ນ ທ່ານ ເກດສ໌ ຍັງ​ໄດ້​ເວົ້າວ່າ ຂົງເຂດເອເຊຍສາມາດໝັ້ນໃຈໄດ້​ເລີຍວ່າ ສະຫະລັດຍັງມີຄວາມຕັ້ງໃຈທີ່ຈະ​ພົວພັນ ໃນຂົງ ເຂດເອເຊຍ ຢູ່ຕໍ່ໄປ. ທ່ານກ່າວຕື່ມວ່າ ສະຫະລັດຈະເປັນຜູ້ປະກອບສ່ວນທີ່ ແຂງຂັນຜູ້ນຶ່ງ ບໍ່ສະເພາະແຕ່ໃນເລຶ່ອງເສດຖະກິດ ແລະການເມືອງເທົ່ານັ້ນ ແຕ່ໃນເລຶ່ອງປ້ອງກັນປະເທດ ແລະຄວາມໝັ້ນຄົງນຳ.

ທ່ານ ເກດສ໌ ຍັງໄດ້ກ່າວອີກວ່າ ສະຫະລັດແມ່ນມີ “ຜົນປະໂຍດຮ່ວມກັນກັບຫວຽດນາມ ແລະປະເທດອື່ນໆ ໃນຄວາມໝັ້ນຄົງຂອງການເດີນເຮືອ ແລະເສລີພາບ​ໃນການຊົມ​ໃຊ້ທຸກ​ສິ່ງທຸກ​ຢ່າງທີ່ເປັນ​ຂອງໂລກຮ່ວມກັນ.”

XS
SM
MD
LG