ຂໍ້ຂັດແຍ່ງທາງການຄ້າລະຫວ່າງຈີນ ແລະ ສະຫະລັດຈະຊ່ວຍໃຫ້ຫວຽດນາມ ທີ່
ເປັນປະເທດກາງຕໍ່ອາໄສ ໃນການສົ່ງອອກສິນຄ້ານັ້ນ ໃຫ້ມີຄວາມສາມາດແຂ່ງຂັນ
ກັບບໍລິສັດຈີນໄດ້ ແຕ່ວ່າມັນກໍຈະເຮັດໃຫ້ປະເທດດັ່ງກ່າວ ສ່ຽງຕໍ່ການໄດ້ຮັບຜົນ
ກະທົບໃດໆ ທີ່ເກີດຂຶ້ນໃນໂລກ, ອີງຕາມຂໍ້ສັງເກດຂອງນັກວິເຄາະເຫດການ.
ທ່ານ ດັສຕີນ ໂດເກີທີ (Dustin Daugherty), ທີ່ປຶກສາລະດັບສູງໃນບໍລິສັດທີ່ປຶກສາ
ດີເຊນ ຊີຣາ ແອນ ແອສໂຊຊີເອດສ໌ (Dezan Shira & Associates) ທີ່ນະຄອນ
ໂຮ່ຈີມິງເວົ້າວ່າ ຜູ້ສົ່ງອອກຫລາຍໆຄົນໃນຫວຽດ ນາມ ທີ່ສົ່ງສິນຄ້າເຂົ້າມາໃນສະຫະ
ລັດ, ຖ້າຫາກບໍ່ຕ້ອງໄດ້ເສຍພາສີຂາເຂົ້າແລ້ວ ກໍຈະປະຢັດເງິນໄດ້ ເມື່ອທຽບກັບບໍລິ
ສັດຈີນ ທີ່ເປັນຄູ່ແຂ່ງນັ້ນ.
ລັດຖະບານສະຫະລັດເວົ້າໃນເດືອນນີ້ວ່າ ຕົນຈະເຮັດບັນຊີການເກັບພາສີຕໍ່ສິນຄ້າ
ຂາເຂົ້າທີ່ມາຈາກຈີນທີ່ມີມູນຄ່າຫລາຍເຖິງ 60 ຕື້ໂດລາ. ສ່ວນຈີນກໍໄດ້ຂູ່ຄືນວ່າຈະ
ວາງມາດຕະການຂອງຕົນອອກເພື່ອເປັນການຕອບໂຕ້ຄືນ.
ທ່ານ ໂດເກີທີ (Daugherty) ກ່າວອີກວ່າ "ສົມມຸດວ່າ (ສະຫະລັດ) ເຮັດໄປຕາມແນວ
ທາງເດີມນີ້, ຄວາມເຄັ່ງຕຶງກໍຈະເພີ້ມຂຶ້ນເລື້ອຍໆ ແລະກໍມີການເກັບພາສີ ຕໍ່ສິນຄ້າທີ່
ມາຈາກຈີນ. ໃນກໍລະນີນັ້ນ ຂະແໜງສົ່ງອອກສິນຄ້າຂອງຫວຽດນາມ ແນ່ນອນຈະໄດ້
ຮັບຜົນປະໂຫຍດຫລາຍ. ພວກເຮົາໄດ້ເຫັນແລ້ວວ່າສະຫະລັດ ເລີ້ມມີຄວາມສໍາພັນທີ່ດີຂຶ້ນກັບຫວຽດນາມ ແລະນັກທຸລະກິດຂອງສະຫະລັດກໍມີຄວາມສົນໃຈຢາກເຮັດທຸລະ
ກິດກັບຫວຽດນາມ."
ທ່ານ ຄາລ ເທເຢີ (Carl Thayer), ສາດສະດາຈານກຽດຕິສັກ ຈາກມະຫາວິທະຍາໄລ
ນີວຊາວເວລສ໌ (New South Wales) ຢູ່ອອສເຕຣເລຍເວົ້າວ່າ ແຕ່ວ່າບໍລິສັດຈີນ ທີ່
ໄດ້ຮັບຜົນກະທົບຈາກການເກັບພາສີດັ່ງກ່າວ ອາດຈະສົ່ງວັດຖຸດິບໄປອັ່ງອໍໃນຕະຫລາດ
ຂອງຫວຽດນາມ ເພື່ອໃຊ້ເຂົ້າໃນການຜະລິດຢູ່ໃນທ້ອງຖິ່ນປະເທດນັ້ນ ໃນຂະນະທີ່
ຄວາມປັ່ນປ່ວນ ຂອງຕະຫລາດໂລກທີ່ໄດ້ຮັບຜົນກະທົບຈາກຂໍ້ຂັດແຍ່ງ ທາງການຄ້າລະຫວ່າງຈີນ ແລະສະຫະລັດນັ້ນກໍສາ ມາດເຮັດໃຫ້ການຄ້າຂອງປະເທດດັ່ງກ່າວພົບ
ອຸບປະສັກໄດ້.
ທ່ານ ໂດເກີທີ (Daugherty) ໃຫ້ຂໍ້ສັງເກດເພີ້ມວ່າ ບັນດາຜູ້ສົ່ງອອກຫວຽດ ນາມກໍຈະປະຢັດເງິນໄດ້ ເມື່ອທຽບໃສ່ກັບບໍລິສັດຈີນ ທີ່ເປັນຄູ່ແຂ່ງ ຖ້າຫາກລັດຖະບານສະຫະລັດ ເກັບພາສີຂາເຂົ້າຕໍ່ພຽງແຕ່ບໍລິສັດຈີນເທົ່ານັ້ນ ໂດຍທີ່ບໍ່ໄດ້ໄປແຕະຕ້ອງເຖິງຂອດສົ່ງວັດຖຸດິບ ທີ່ໃຊ້ໃນການຜະລິດຂ້າມແດນ.
ຄະນະລັດຖະບານ ຂອງທ່ານ ດໍໂນລ ທຣໍາ ປະທານາທິບໍດີຂອງສະຫະລັດ ເອີ້ນຈີນວ່າ ເຮັດການຄ້າ "ທີ່ບໍ່ເປັນທໍາ", ອີງຕາມການກ່າວຂອງຫ້ອງການຜູ້ຕາງໜ້າທາງການຄ້າຂອງສະຫະລັດ ທີ່ເວົ້າຢູ່ໃນເວັບໄຊຂອງຕົນນັ້ນ. ຈີນໄດ້ ຮັບຜົນປະໂຫຍດຈາກການໄດ້ປຽບດຸນການຄ້າກັບສະຫະລັດໃນມູນຄ່າ 375 ຕື້ໂດລາ.