ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເຮື​ອ ຫວຽດນາມ ​ແລະ​ຈີນ ​​ຕຳກັນອີກ ໃກ້ໆ​​ບ່ອນເຈາະ ນ້ຳມັນ ຂອງຈີນ (ວີດີໂອ)​


ຫວຽດນາມ ​ແລະ​ຈີນ ​ໄດ້​ກ່າວ​ຫາຊຶ່ງກັນ​ແລະ​ກັນວ່າ ​ໃຊ້ເຮື​ອ
ຂອງຕົນ​ແລ່ນເຂົ້າ​ຕຳ​ເຮືອ ຂອງອີກຝ່າຍນຶ່ງ ໃກ້ໆຖານເຈາະ
ນ້ຳມັນຂອງຈີນ ຢູ່​ໃນເຂດ​ນ່ານນ້ຳ​ທີ່​ມີ​ການ​ໂຕ້​ແຍ້​ງກັນ​ນັ້ນ.

ຮອງ​ຫົວໜ້າ​ຂອງ​ພະແນກຄຸ້ມຄອງການ​ປະມົງຫວຽດນາ​ມ ທ່ານ
Ha Le ​ໄດ້​ບອກ​ກັບ VOA ​ໃນ​ວັນ​ອັງຄານ​ຜ່ານມານີ້ວ່າ ພວກລູກ
​ເຮືອ​ຫວຽດນາມ​ 2 ຄົນ ​ໄດ້​ຮັບ​ບາດ​ເຈັບ ​ແລະ​ເຮືອຂອງກົມປະມົງ
ລຳນຶ່ງໄດ້ຮັບຄວາມ​ເສຍ​ຫາຍຢ່າງ​ໃຫຍ່ ເວລາ​ເຮືອ 7 ລຳຂອງ​ຈີນ
ໄລ່ເຮືອ​ຫວຽດນາມ ກ່ອນ​ທີ່​ຈະແລ່ນເຂົ້າຕຳ ​ໃນ​ວັນ​ຈັນ​ຜ່ານ​ມາ​ນີ້.

ທ່ານ Ha Le ຍັງໄດ້​ກ່າວ​ເນັ້ນ​ອີກ​ວ່າ ​ເຮືອຂອງ​ຫວຽດນາມນັ້ນ ບໍ່​ເຄີຍ​ໂຈມ​ຕີ​ເຮືອ​ຈີນ​ຈັກ​ເທື່ອ ​ແລະປະ​ທ້ວງ ຕໍ່ອັນທີ່​ຈີນ​ເອີ້ນ​ວ່າ ເປັນເຂດກັນຊົນຄວາມປອດໄພ ໃນ​ເຂດ​ນ່ານນ້ຳ​ຂອງ​ຫວຽດນາມນັ້ນ.

​ແຕ່​ໂຄສົກ​ຂອງກະຊວງ​ການ​ຕ່າງປະ​ເທດ​ຂອງ​ຈີນ ທ່ານນາງ Hua Chunying ​ໄດ້​ກ່າວໃນ​ວັນ​ອັງຄານ​ຜ່ານ​ມາ​ນີ້ ໃນ​ກອງ​ປະຊຸມ​ຖະ​ແຫຼ​ງຂ່າວວ່າ ​ເຮືອຂອງ​ຫວຽດນາມ ໄດ້​ລ່ວງລະ​ເມີດ ຕໍ່ ເຂດ ກັນຊົນຄວາມປອດໄພຂອງຕົນ ​ແລະແລ່ນ​ຕຳ​ເຮືອ​ຂອງ​ຈີນລຳນຶ່ງ.

VIETNAM US VO
please wait
Embed

No media source currently available

0:00 0:00:30 0:00

XS
SM
MD
LG