ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຫວຽດນາມທໍາການ​ປະ​ທ້ວງ ​ຢ່າງເປັນທາງການຕໍ່ຈີນ


ໝູ່ເກາະ Spratly ໃນທະເລຈີນໃຕ້
ໝູ່ເກາະ Spratly ໃນທະເລຈີນໃຕ້

ເຈົ້າ​ໜ້າ​ທີ່​ຫວຽດນາມ​ກ່າວ​ວ່າ ພວກ​ຕົນ​ໄດ້​ພົບ​ກັບ​ພວກ​ຄູ່​ຕໍາ​ແໜ່​ງຈາກ​ຈີນ ​ເພື່ອ​ທໍາ​
ການ​ປະ​ທ້ວງ​ຢ່າງ​ເປັນ​ທາງ​ການ ຕໍ່ການ​ເຄື່ອນ​ໄຫວຂອງກໍາ​ປັ່ນ​ຄົ້ນ​ຄ້ວາລໍາ​ນຶ່ງຂອງ​
ຈີນໃນ​ເຂດ​ທະ​ເລ​ຈີນ​ໃຕ້​ນັ້ນ.

ສື່​ທາງ​ການ​ຂອງ​ຫວຽດນາມໄດ້​ອ້າງຄໍາ​ເວົ້າ​ຂອງໂຄສົກ​ຍິງຂອງ​ກະຊວງ​ການ​ຕ່າງປະ​ເທດ
ທີ່ກ່າວ​ວ່າ ຫວຽດນາມ​ຖື​ວ່າ​ກິດຈະ​ກໍາ​ເຫລົ່າ​ນັ້ນຂອງຈີນ ​ເປັນການ​ລ່ວງ​ລະ​ເມີດອະທິປະ​
ໄຕ ແລະ​ສິດ​ໃນ​ເຂດ​ນໍ້າ​ແດນ​ດິນ​ຂອງ​ຕົນ​. ໂຄສົກ​ຍິງຍັງໄດ້​ກ່າວ​ອີກວ່າ ຫວຽດນາມ​ທວງ​
ໃຫ້​ຈີນ ​ຍຸດ​ເຊົາ​ແລະ​ຍັບ​ຍັ້ງ​ຈາກການ​ເຄື່ອນ​ໄຫວ​ແບບ​ນັ້ນ​ອີກ.

ໜັງສືພິມ​ Xinhua ທາງ​ການ​ຂອງ​ຈີນ ​ໄດ້ລາຍ​ງານ​ ກ່ອນ​ໜ້າ​ນີ້ວ່າ ​ເຮືອຄົ້ນຄວ້າ
Tan Bao Hao ຂອງ​ຈີນ ​ກໍາລັງ​ທໍາ​ການ​ສໍາ​ຫລວດໃນ​ບໍລິ​ເວນ​ດັ່ງກ່າວ ໃນ​ລະຫວ່າງ​
ໃນ​ລະຫວ່າງ ວັນ​ທີ13 ​ເດືອນ ມິຖຸນາ ຫາ​ວັນ​ທີ 30 ​ເດືອນກໍລະກົດ ​ແລະ​ໄດ້ກ່າວ​ວ່າ
ການ​ສໍາ​ຫລວດ​ດັ່ງກ່າວ​ນີ້​ແມ່ນ​ຢູ່​ໃນ​ເຂດ​ນ່ານນໍ້າ ທີ່ເນ່ງອອກ​ຈາກ​ພາກຕະ​ເວັນຕົກ
ຂອງ​ເກາະ Paracel ຈົນ​ເຖິງເກາະ Spratly.

ທັງ​ຈີນ​ແລະ​ຫວຽດນາມ​ນັ້ນ​ແມ່ນ​ມີ​ຄວາມ​ຂັດ​ແຍ່ງ​ເລື່ອງ​ກໍາ​ມະ​ສິດ​ໃນເຂດທະ​ເລ​ຈີນ​ໃຕ້
ທີ່ຕ່າງ​ຝ່າຍ​ຕ່າງ​ກໍ​ອ້າງ​ວ່າ​ເປັນຂອງ​ຕົນ​.



XS
SM
MD
LG