ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຕຳຫຼວດ ຫວຽດນາມ ຄວບຄຸມຕົວ ພວກເຄື່ອນໄຫວ ຕໍ່ຕ້ານ ຈີນ


ຕຳຫຼວດຄົນໜຶ່ງ ພະຍາຍາມຢຸດຢັ້ງພວກປະທ້ວງຕໍ່ຕ້ານ ຈີນ ທີ່ຖືກປ້າຍໂຄສະນາ ໃນລະຫວ່າງການປະທ້ວງຕໍ່ໜ້າສະຖານ
ທູດ ຟີລິບປິນ ໃນນະຄອນຫຼວງ ຮາໂນ່ຍ, ຫວຽດນາມ. 17 ກໍລະກົດ, 2016. REUTERS/Kham
ຕຳຫຼວດຄົນໜຶ່ງ ພະຍາຍາມຢຸດຢັ້ງພວກປະທ້ວງຕໍ່ຕ້ານ ຈີນ ທີ່ຖືກປ້າຍໂຄສະນາ ໃນລະຫວ່າງການປະທ້ວງຕໍ່ໜ້າສະຖານ ທູດ ຟີລິບປິນ ໃນນະຄອນຫຼວງ ຮາໂນ່ຍ, ຫວຽດນາມ. 17 ກໍລະກົດ, 2016. REUTERS/Kham

ພວກປະທ້ວງຈຳນວນຫຼາຍໃນນະຄອນຫຼວງຂອງປະເທດ ຫວຽດນາມ ທີ່ໄດ້ເຕົ້າໂຮມກັນ ເພື່ອສະໜັບສະໜູນການປະຕິເສດຂອງສານຍຸຕິທຳສາກົນ ກ່ຽວກັບ ການອ້າງອີງຕ່າງໆ ໃນທະເລຈີນໃຕ້ຂອງ ຈີນ ໄດ້ຖືກ ຂັບໄລ່ອອກຈາກພື້ນທີ່ກ່ອນການປະທ້ວງຈະເລີ່ມຂຶ້ນ.

ພວກປະທ້ວງດັ່ງກ່າວໄດ້ໄປເຕົ້າໂຮມກັນໃນວັນອາທິດມື້ນນີ້ ທີ່ບຶງເຕົ່າ Hoan Kiem ທີ່ເປັນເຄື່ອງໝາຍຂອງປະເທດ ເຊິ່ງເປັນຈຸດຂອງການປະທ້ວງ ໂດຍທົ່ວໄປໃນນະຄອນ ຫຼວງ ຮາໂນ່ຍ ໃນເວລາທີ່ກອງກຳລັງຕຳຫຼວດ ໄດ້ບຸກເຂົ້າຫາພວກເຂົາເຈົ້າ.

ຫວຽດນາມ ເຄີຍມີປະຫວັດສາດຂອງການຄວບຄຸມການປະທ້ວງຢ່າງຮຸນແຮງ, ໂດຍຢ້ານ ວ່າການປະທ້ວງອາດກໍ່ໃຫ້ເກີດຄວາມຂັດຄ້ານຂຶ້ນ.

ເມື່ອບໍ່ດົນມານີ້ ສານຍຸຕິທຳສາກົນທີ່ມີຫ້ອງການຕັ້ງຢູ່ໃນເມືອງ The Hague ປະເທດ ໂຮນລັງ ໄດ້ຕັດສິນຕ້ານ ຈີນ ໃນຄະດີທີ່ໄດ້ຍື່ນໂດຍ ປະເທດ ຟີລິບປິນ ກ່ຽວກັບ ການອ້າງ ເອົາຂອງຈີນປະມານ 90 ເປີເຊັນໃນ ທະເລຈີນໃຕ້, ເຊິ່ງເປັນໜຶ່ງໃນເສັ້ນທາງເດີນເຮືອ ທີ່ມີຄວາມໜາແໜ້ນ ທີ່ສຸດໃນໂລກ.

ຈີນ ໄດ້ປະຕິເສດທີ່ຈະເຂົ້າຮ່ວມໃນການຮັບຟັງການຕັດສິນທຸກໆຄັ້ງ ແລະ ໄດ້ກ່າວວ່າຕົນ ຈະບໍ່ເຫັນດີກັບການຕັດສິນໃດໆຂອງສານ.

ມີ 6 ລັດຖະບານທີ່ໄດ້ກ່າວອ້າງເອົາເຂດແດນຊ້ອນກັນໃນທະເລຈີນໃຕ້ ຊຶ່ງມີ ຈີນ, ຫວຽດ ນາມ, ຟີລິບປິນ, ໄຕ້ຫວັນ, ມາເລເຊຍ ແລະ ບຣູໄນ.

ຈີນ ໄດ້ອ້າງອີງການອ້າງສິດທິເອົາເຂດແດນຂອງພວກເຂົາເຈົ້າໃສ່ສິ່ງ ທີ່ເອີ້ນວ່າ “Nine Dash Line” ເຊິ່ງຢ້ອນກັບຄືນໄປຫາຊຸມປີ 1940 ແລະ ຢຽດຍາວເລິກເຂົ້າໄປໃນໃຈ ກາງທະເລຂອງ ເອເຊຍຕາເວັນ ອອກສຽງໃຕ້, ກວມເອົາເກາະດອນ ແລະ ແນວປະກາ ລັງທີ່ມີການຂັດ ແຍ້ງກັນ, ເຊິ່ງອຸດົມສົມບູນໄປດ້ວຍບ່ອນຫາປາ ແລະ ບໍ່ນ້ຳມັນ ແລະ ແກ໊ສທຳມະຊາດ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG