ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຊາວຫວຽດນາມ ເດີນຂະບວນ ປະທ້ວງຈີນ (ວີດິໂອ)


ຄົນຫລາຍຮ້ອຍຄົນຢູ່ໃນເມືອງໃຫຍ່ 2 ແຫ່ງຂອງຫວຽດນາມ ໄດ້ພາກັນຫຼັ່ງໄຫຼລົງສູ່
ຖະໜົນຫົນທາງ ​ໃນ​ວັນ​ອາທິດ​ວານ​ນີ້ ເພື່ອເດີນຂະບວນປະທ້ວງການເຄື່ອນໄຫວຄັ້ງ
ຫລ້າສຸດຂອງຈີນ ທີ່ຕ້ານ​ຢັນ​ການ​ອ້າງ​ເອົາ​ອະທິປະ​ໄຕ​ຂອງຫວຽດນາມ ​ເໜືອເຂດນໍ້າ ແດນດິນໃນທະເລຈີນໃຕ້ນັ້ນ.

ມີ​ການ​ສົ່ງຕໍາຫລວດ​ໄປຍາມຢູ່ນອກສະຖານທູດຈີນ ທີ່ນະຄອນຮ່າໂນ່ຍ ​ເພື່ອ​ກຽມ​ຮັບ​ມືກັບການປະທ້ວງຕໍ່ຕ້ານຈີນ ຄັ້ງທໍາອິດໃນຮອບເກືອບນຶ່ງປີ. ຢູ່ຫ່າງຈາກສະຖານທູດ
ຈີນພຽງຖະໜົນສອງສາມສາຍ ຝູງຄົນຈໍານວນ​ຫລາຍ​ກຸ່ມໄດ້ໂຮມຊຸມນຸມກັນຖືປ້າຍ
ປະທ້ວງ ແລະໂບກທຸງຊາດ.

ພາບວີດີໂອການປະ​ທ້ວງ​ດັ່ງກ່າວ​ນີ້ ໄດ້ຖືກເອົາໄປ​ເຜີຍ​ແຜ່ທາງອິນເຕີແນັດເກືອບໃນທັນທີ ທັນໃດ.

ແມ່ຕູ້ເລຮຽນດຶກ ໄວ 83 ປີ ກໍໄປຮ່ວມການປະທ້ວງນັ້ນ. ລາວເວົ້າວ່າ ມີຄົນປະມານ 500
ຄົນ ໄປໂຮມຊຸມນຸມປະທ້ວງດັ່ງກ່າວ. ບາງຄົນໄດ້ເດີນທາງມາຈາກ​ໄລຍະໄກໆ ເພື່ອໄປຮ່ວມ
ການປະທ້ວງນັ້ນ. ແມ່ຕູ້ດຶກເວົ້າວ່າ ລາວມາຮ່ວມການປະ​ທ້ວງ ກໍເພາະວ່າລາວຢາກສະແດງ
ໃຫ້ເຫັນເຖິງຄວາມ​ເປັນເອກະພາບກັບປະເທດຊາດຂອງລາວ ​ໃນ​ການ​ຕໍ່ຕ້ານກັບວິທີການ
​ແບບ​ຮຸກ​ຮານຂອງຈີນນັ້ນ.

ພາບວີດີໂອຂອງພວກປະທ້ວງຫລາຍຮ້ອຍຄົນ ຢູ່ໃນນະຄອນໂຮ່ຈີມິນ ກໍໄດ້ຖືກນໍາລົງ
​ເຜີຍ​ແຜ່​ທາງອິນເຕີແນັດເຊັ່ນກັນ. ພວກ​ປະ​ທ້ວງພາກັນຮ້ອງໂຮຄໍາຂວັນຕໍ່ຕ້ານ​ຈີນ ແລະ
ຖືປ້າຍທີ່ມີຂໍ້ຄວາມ ​ເຊ່ນວ່າ “ຈີນ, ໂຈນສະລັດ ທີ່ໂລກກຽດຊັງ ​ເມືອບ້ານສະ.

ພວກທີ່ເຫັນເຫດການເວົ້າວ່າ ບໍ່ມີຜູ້ໃດຢູ່ໃນທີ່ປະທ້ວງຖືກຈັບແຕ່ຢ່າງໃດ. ແຕ່ວ່າທ່ານ
Phil Robertson ຈາກອົງການສິ້ງຊອມສິດທິມະນຸດ ເວົ້າວ່າພວກນັກຂຽນ blog ຫລື
​ຄວາມ​ເຫັນ​ລົງໃນອິນເຕີແນັດທີ່ມີຊື່ສຽງ ໄດ້ຖືກຫ້າມບໍ່ໃຫ້ເຂົ້າຮ່ວມການປະທ້ວງດັ່ງກ່າວ.

XS
SM
MD
LG