ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຈີນ ກົດດັນ ໃຫ້ຢຸດເຊົາ ໂຄງການພະລັງງານ ເຮັດໃຫ້ການພັດທະນາ ເສດຖະກິດຫວຽດນາມ ຊ້າລົງ


ພວກປະທ້ວງຖືປ້າຍ ທີ່ອ່ານວ່າ "ໄຫຢາງ 981 ຖານເຈາະ
ນ້ຳມັນ ອອກໄປຈາກຫວຽດນາມ (ຊ້າຍ)" ແລະ "ເອົາຈີນ
ຂຶ້ນສານ ສາກົນ" (ຂວາ) ໃນຂະນະທີ່ ພວກເຂົາເຈົ້າເດີນຂະ
ບວນ ໃນລະຫວ່າງ ການປະທ້ວງຕໍ່ຕ້ານຈີນ ຢູ່ໃນນະຄອນ
ໂຫ ຈີ ມິນ ທາງພາກໃຕ້ຂອງຫວຽດນາມ, ວັນທີ 18 ພຶດສະພາ 2014.
ພວກປະທ້ວງຖືປ້າຍ ທີ່ອ່ານວ່າ "ໄຫຢາງ 981 ຖານເຈາະ ນ້ຳມັນ ອອກໄປຈາກຫວຽດນາມ (ຊ້າຍ)" ແລະ "ເອົາຈີນ ຂຶ້ນສານ ສາກົນ" (ຂວາ) ໃນຂະນະທີ່ ພວກເຂົາເຈົ້າເດີນຂະ ບວນ ໃນລະຫວ່າງ ການປະທ້ວງຕໍ່ຕ້ານຈີນ ຢູ່ໃນນະຄອນ ໂຫ ຈີ ມິນ ທາງພາກໃຕ້ຂອງຫວຽດນາມ, ວັນທີ 18 ພຶດສະພາ 2014.

ຫວຽດນາມ ກຳລັງປະເຊີນກັບບັນຫາໜ້ອຍນຶ່ງ ໃນການພັດທະນາເສດຖະກິດຂອງຕົນ
ໃນຂະນະທີ່ຈີນ ພວມກົດດັນຫວຽດນາມ ໃຫ້ເຊົາຂຸດຄົ້ນຫານ້ຳມັນ ແລະ ແກັສທຳມະ
ຊາດ ຢູ່ໃນທະເລທີ່ມີການຂັດແຍ້ງກັນ, ອັນເປັນແຫລ່ງຊັບພະຍາກອນ ທີ່ສຳຄັນສອງ
ຢ່າງ ສຳລັບປະເທດເອເຊຍຕາເວັນອອກສຽງໃຕ້ແຫ່ງນັ້ນ ທີ່ມີການຂະຫຍາຍຕົວຢ່າງ
ວ່ອງໄວ ອີງຕາມການກ່າວຂອງບັນດານັກວິເຄາະ.

ປ້າຍຂອງບໍລິສັດ ໂຮງກັ່ນນ້ຳມັນ ExxonMobil Torerance ໃນເມືອງໂທຣເຣນສ໌ ລັດຄາລີຟໍເນຍ, ວັນທີ 30 ມັງກອນ 2012
ປ້າຍຂອງບໍລິສັດ ໂຮງກັ່ນນ້ຳມັນ ExxonMobil Torerance ໃນເມືອງໂທຣເຣນສ໌ ລັດຄາລີຟໍເນຍ, ວັນທີ 30 ມັງກອນ 2012

ບໍລິສັດ ເຈາະນ້ຳມັນ Respol ຂອງສະເປນ ເມື່ອເດືອນແລ້ວນີ້ ໄດ້ຢຸຸດເຊົາໂຄງການຢູ່
ໃນທະເລຈີນໃຕ້ຂອງຫວຽດນາມ ທີ່ໄດ້ຖືກຮັບຮອງໂດຍ ທະນາຄານ Vanguard ປາ
ກົດວ່າ ຖືກກົດດັນໂດຍຈີນ ຕາມການລາຍງານຂອງສື່ມວນຊົນຂອງຕ່າງປະເທດ ແລະ
ຕາມການກ່າວຂອງບັນດານັກຊ່ຽວຊານດ້ານລັດຖະສາດ. ບັດນີ້ ຫວຽດນາມ ກຳລັງ
ພິຈາລະນາ ໂຄງການຂຸດຄົ້ນແກັສ ມູນຄ່າ 4 ພັນ 6 ຮ້ອຍລ້ານໂດລາ ກັບ ບໍລິສັດ
ExxonMobil ຢູ່ນອກແຄມຝັ່ງທາງພາກກາງຂອງປະເທດ ອີງຕາມການກ່າວຂອງຄູ່
ລົງທຶນ ບໍລິສັດທ້ອງຖິ່ນ CNG Vietnam ຮຸ້ນສ່ວນ. ຈີນ ກໍອ້າງກຳມະສິດ ໃນສະຖານທີ່
ຂອງໂຄງການນີ້ ເຊັ່ນກັນ.

ສອງປະເທດ ໄດ້ຂັດແຍ້ງກັນມາ ໃນເລື້ອງຂອງອະທິປະໄຕ ທາງດ້ານທະເລ ນັບຕັ້ງແຕ່
ຊ່ວງປີ 1970 ເປັນຕົ້ນມາ. ຈີນອ້າງເອົາກຳມະສິດເກືອບທັງໝົດຂອງທະເລຈີນໃຕ້ ໂດຍ
ອ້າງອີງເຖິງ ບັນທຶກການນຳໃຊ້ທາງປະຫວັດສາດ ໃນຂະນະດຽວກັນ ຫວຽດນາມ ກໍກ່າວ
ວ່າ ຕົນຄວນຄອບຄອງຕາມນອກຝັ່ງທະເລທາງພາກຕາເວັນອອກຂອງຕົນ. ພວກ
ທະຫານເຮືອ ໄດ້ເສຍຊີວິດ ໃນການປະທະກັນ ລະຫວ່າງສອງປະເທດ ໃນປີ 1974
ແລະ 1988. ການຕິດຕັ້ງ ຖານນ້ຳມັນຂອງຈີນ ໃນປີ 2014 ໄດ້ກໍ່ໃຫ້ເກີດການຈະ
ລາຈົນ ທີ່ຮ້າຍແຮງເຖິງ ແກ່ຊີວິດ ໃນຫວຽດນາມ ທີ່ຕໍ່ຕ້ານຜົນປະໂຫຽດຂອງຈີນ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG