ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ຫວຽດນາມແລະຈີນ ຕົກລົງເຈລະຈາ ແກ້ໄຂບັນຫາ ຢ່າງສັນຕິວີທີ


ຊາວຫວຽດນາມໃນນະຄອນຫລວງຮາໂນຍປະທ້ວງບົດບາດຂອງຈີນ ໃນເຂດທະເລຈີນໃຕ້ ທີ່ເປັນບັນຫາຂັດແຍ້ງ ກັນນັ້ນ
ຊາວຫວຽດນາມໃນນະຄອນຫລວງຮາໂນຍປະທ້ວງບົດບາດຂອງຈີນ ໃນເຂດທະເລຈີນໃຕ້ ທີ່ເປັນບັນຫາຂັດແຍ້ງ ກັນນັ້ນ

ເມື່ອວັນອາທິດມື້ນີ້ ຈີນແລະຫວຽດນາມ ໄດ້ໃຫ້ຄໍາໝັ້ນສັນຍາທີ່ຈະຫາທາງແກ້ໄຂການເດີນ ເຮືອທີ່ເປັນຂໍ້ຂັດແຍ້ງກັນໃນເຂດທະເລຈີນໃຕ້ ໂດຍຜ່ານການສົນທະນາຫາລືກັນຢ່າງ ສັນຕິວິທີ.

ສື່ມວນຊົນຈີນກ່າວວ່າ ທ່ານ Dai Bingguo ທີ່ປຶກສາສະພາປົກຄອງປະເທດຈີນ ແລະ ທ່ານ Ho Xuan Son ຮອງລັດຖະມົນຕີຕ່າງປະເທດຫວຽດນາມ ໄດ້ພົບປະກັນທີ່ນະຄອນ ຫລວງປັກກິ່ງເມື່ອວັນເສົາວານນີ້ ແລະຕົກລົງກັນທີ່ຈະ ທໍາການແກ້ໄຂບັນຫາຂັດແຍ້ງກັນນັ້ນ ພາຍໃຕ້ການເຈລະຈາຕໍ່ຮອງກັນ ຢ່າງສັນຕິ ແລະການປຶກສາຫາລືກັນຢ່າງເພື່ອນມິດ.

ແຕ່ແນວໃດກໍດີ ບໍ່ມີລາຍລະອຽດກ່ຽວກັບແຜນການ ຫລືກໍານົດເວລາຂອງການພົບປະກັນ ຄັ້ງນີ້ແຈ້ງໃຫ້ຊາບ

ໃນລະຫວ່າງນັ້ນ ຊາວຫວຽດນາມປະມານ 100 ຄົນ ໂຮມຊຸມນຸມກັນທີ່ນະຄອນຫລວງ ຮາໂນຍ ເມື່ອວັນອາທິດມື້ນີ້ ຊຶ່ງເປັນວັນທ້າຍສັບປະດາທີ່ສີ່ລຽນຕິດເພື່ອປະທ້ວງຕໍ່ຕ້ານ ບົດບາດຈີນໃນຂໍ້ຂັດແຍ້ງທີ່ກໍາລັງຂະຫຍາຍຕົວຂື້ນນັ້ນ.

XS
SM
MD
LG