ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໐໘ ມິຖຸນາ ໒໐໒໓

ຄວາມເຄັ່ງຕຶງ ເພິ່ມທະວີຂຶ້ນອີກ ລະຫວ່າງ ຫວຽດນາມແລະຈີນ (ວີດິໂອ)


ເຮືອຫາປາຂອງຫວຽດນາມ ໃນເຂດອ່າວລະຫວ່າງໝູ່ເກາະ Ly Son ຂອງຫວຽດນາມ ນອກຝັ່ງທະເລແຂວງl Quang Ngai ທາງພາກກາງຫວຽດນາມ, ວັນທີ 10 ເມສາ 2012.

ກົດ​ໝາຍ​​ກ່ຽວ​ກັບ​ທະ​ເລ ທີ່​ຫວຽດນາມຫາ​ກໍ​​ໄດ້​ຮັບ​ຜ່ານ​​ເອົາ ເມື່ອ​ເກືອບສອງອາທິດ​ຜ່ານ​ມາ​ນີ້ ​ແມ່ນ​ໄດ້​ກໍ່​ໃຫ້​ເກີດ​ຄວາມ​ເຄ່ງ​ຕຶງຂຶ້ນອີກ​ຮອບ​ໃໝ່ ສົດໆຮ້ອນໆ​ກັບຈີນ ກ່ຽວ​ກັບ​ການ​ຍາດ​ແຍ່ງ​ກັນ​​ເອົາ​ເຂດ​ນໍ້າ​ແດນ​ດິນ​ໃນ​ເຂດ​ທະ​ເລີ​ຈີນໃຕ້. ນັກ​ຂ່າວ​ວີ​ໂອ​ເອ Mariane Brown ມີ​ລາຍ​ງານ​ກ່ຽວ​ກັບ​ເລື່ອງ​ນີ້​ມາ​ຈາກ​ນະຄອນຫລວງ​ຮາ​​ໂນ່ຍ ຊຶ່ງ​ທອງ​ປານຈະ​ນໍາມາສະ​ເໜີທ່ານ​.

ເວລາ​ສະພາ​ແຫ່ງ​ຊາດ​ຂອງ​ຫວຽດນາມຮັບ​ຜ່ານ​ກົດໝາຍກ່ຽວ​ກັບ​ທະ​ເລ ​ເມື່ອວັນ​ທີ 21
​ມິ​ຖຸນາ​ຜ່ານ​ມາ​ນີ້ ຈີນແມ່ນ​ໄດ້​ສະ​ແດງປະຕິກິ​ລິຍາຕອບໃນທັນທີ ​ແລະ​ຢ່າງ​ຂຶງ​ຂັງ​.

ກົດໝາຍ​ສະບັບ​ດັ່ງກ່າວ​ບົ່ງ​ເຖິງ​ອະທິປະ​ໄຕ​ຂອງ​ຫວຽດນາມ​ໃນ​ການ​ອ້າງເອົາກໍາມະສິດ
​ໃນ​ໝູ່​ເກາະ Spratly ​ແລະ Paracel ອັນ​ເປັນ​ດິນ​ແດນທີ່ ເຊື່ອວ່າອຸດົມສົມບູນດ້ວຍນໍ້າມັນ
ແລະແຮ່ທາດຕ່າງໆ ແລະດິນແດນດັ່ງກ່າວນີ້ ກໍຍັງຖືກອ້າງ​ເອົາກໍາມະສິດໂດຍປະເທດຈີນ
ເພື່ອນບ້ານທີ່ໃຫຍ່ກ່່ວາຂອງ​ຫວຽດນາມນັ້ນນໍາອີກ. ປັກກິ່ງກ່າວວ່າ ກົດໝາຍສະບັບດັ່ງ
ກ່າວຂອງຫວຽດນາມ ບໍ່ຖືກຕ້ອງຕາມກົດໝາຍ ແລະກໍໄດ້ຮຽກ​ໂຕທ່ານ Nguyen Van
Tho ເອກອັກຄະລັດຖະທູດຫວຽດນາມປະຈໍາປັກກິ່ງ ເຂົ້າ​ພົບ ເພື່ອປະທ້ວງ.

ທ່ານ Nguyen Van Tho ເອກອັກຄະລັດຖະທູດຫວຽດນາມ ປະຈໍາປັກກິ່ງ
ທ່ານ Nguyen Van Tho ເອກອັກຄະລັດຖະທູດຫວຽດນາມ ປະຈໍາປັກກິ່ງ

ບັນດານັກວິເຄາະກ່າວວ່າ
ການເຄຶ່ອນໄຫວຂອງຫວຽດ
ນາມຄັ້ງນີ້ແມ່ນແນໃສ່ ເພື່ອ
ປຸກລະດົມ​ຄວາມ​ຮູ້ສຶກ​ຂອງ
​ປະຊາຊົນຫວຽດນາມເອງ
ຫຼາຍກວ່າການ​ສ້າງ​ຄວາມ​
ໂກດ​ແຄ້ນ​ໃຫ້ຈີນ. ເມື່ອປີຜ່ານ
ມາ ພວກປະທ້ວງຫຼາຍຮ້ອຍ
ຄົນພາກັນຫຼັ່ງໄຫຼລົງສູ່ຖະໜົນ
ຫົນທາງ ເພື່ອເດີນຂະບວນເປັນ
ເວລາຫຼາຍອາທິດ ຊຶ່ງ​ເປັນ​ເຫດ
ການທີ່ບໍ່ຄ່ອຍຈະມີຂຶ້ນຢູ່ໃນ
ຫວຽດນາມນັ້ນ ເພື່ອປະທ້ວງ
ການລຸກລານຂອງຈີນ ຕໍ່ກໍ່າປັ່ນ
ສໍາຫຼວດນໍ້າມັນຂອງຫວຽດນາມ.

ນາຍ Nguyen Quang Thach ຊາວເມືອງຮາໂນ່ຍ ທີ່ໄດ້ໄປຮ່ວມປະທ້ວງນໍາໝູ່ ເມື່ອປີກາຍ
ນີ້ ກ່າວວ່າ ລາວຍິນດີກັບກົດໝາຍສະບັບໃໝ່.

“ຂ້ອຍດີໃຈຫຼາຍກັບກົດໝາຍນີ້ ເພາະວ່າພວກເຮົາຮູ້ວ່າ ເຂດຫຼັກໝາຍອານາເຂດທະເລ
ຂອງພວກເຮົາຢູ່​ໃສ ແລະມັນກໍເປັນວິທີທີ່ດີເພື່ອສົ່ງຂໍ້ຄວາມໄປຍັງປະເທດອື່ນໆ ​ໃຫ້ຮູ້ວ່າ
ພວກເຮົາກໍມີກົດໝາຍ ແລະຂໍ້ບັງຄັບອື່ນໆ ຄືກັນ.”

ການປະເຊີນໜ້າກັບຈີນ ເພີ່ມທະວີຂຶ້ນຢ່າງໄວ. ​ໃນມື້ດຽວກັນກັບທີ່ ຫວຽດນາມຮັບຜ່ານ
ກົດໝາຍວ່າດ້ວຍທະເລນັ້ນ ກະຊວງຕ່າງປະເທດຫວຽດນາມໄດ້ປະກາດວ່າ ຕົນໄດ້ຍົກ
ລະດັບການປົກຄອງຢູ່ໃນສາມໝູ່ເກາະໃນທະເລຈີນໃຕ້ນັ້ນ ຂຶ້ນຈາກລະດັບ​ເຂດເປັນລະດັບ
​ເມືອງ ທີ່ຂຶ້ນກັບເມືອງ Sansha.

ທີ່ທໍາການຂອງລັດຖະບານ​ແມ່ນຈະຕັ້ງຢູ່ເກາະ Woody ອັນເປັນພາກສ່ວນນຶ່ງຂອງໝູ່
ເກາະ Paracels ຊຶ່ງເປັນເຂດແດນທີ່ຈີນຍຶດມາໄດ້ຈາກຫວຽດນາມໃຕ້ໃນເວລານັ້ນ ເມື່ອ
ປີ 1974.

ທ່ານນາງ Jennifer Richmond ຜູ້ອໍານວຍການປະ​ຈໍາ​ປະ​ເທດຈີນ ຂອງບໍລິສັດວິເຄາະ
ຄວາມໝັ້ນຄົງ Statfor ກ່າວວ່າ ​ໂຄງການເມືອງ Sansha ແມ່ນ​ໄດ້​ມີ​ການວາງ​ແຜນ​ກັນ​
ມາໄດ້ດົນນານແລ້ວ ແລະກໍເຮັດໃຫ້ເປັນການງ່າຍຂຶ້ນທີ່ຈະຍົກຂຶ້ນມາ​ເປັນ​ຂໍ້ຕອບໂຕ້ຕໍ່ກົດ
ໝາຍໃໝ່ຂອງຫວຽດນາມ. ທ່ານນາງ ຣິຈມອນ ກ່າວວ່າ

“ເມືອງ Sanshan ບໍ່ໄດ້ເປັນເລຶ່ອງເວົ້າກັນໃໝ່ໆ. ທີ່ຈິງແລ້ວຂ້າພະເຈົ້າຄິດວ່າ ພວກ
ເຂົາເຈົ້າເລິ່ມຄິດເລຶ່ອງນີ້ມາຕັ້ງແຕ່ຊຸມປີ 1950 ແລະ 60 ພຸ້ນ. ສິ່ງທີ່ພວກເຂົາເຈົ້າໄດ້
ເຮັດມາ ກໍຄືເຮັດ​ເປັນເຂດປົກຄອງ ຕະຫລອດມາຢູ່ທີ່ນັ້ນ. ສິ່ງທີ່ພວກເຂົາເຈົ້າພະຍາ
ຍາມຈະເຮັດໃນ​ເວລານີ້ ກໍເພື່ອຕັ້ງໃຫ້ເປັນເຂດເມືອງ ພ້ອມກັບການອ້າງເອົາກໍາມະສິດ​
ໃນເຂດນໍ້າແດນດິນບາງຢ່າງ.”

ທ່ານນາງ ຣິຈມອນ ກ່າວອີກວ່າ ຄໍາປະກາດດັ່ງກ່າວແມ່ນໄດ້ເຮັດຂຶ້ນໃນການສະແດງປະຕິ
ກິລິຍາຕໍ່ກົດໝາຍສະບັບໃໝ່ຂອງ​ຫວຽດນາມ ແຕ່ກໍບໍ່​ໄດ້ແນໃສ່ຫວຽດນາມ ໂດຍທັງ​ໝົດ.
ກົງກັນຂ້າມ ທ່ານນາງກ່າວວ່າ ມັນເປັນພາກສ່ວນນຶ່ງຂອງວຽກ​ງານ​ປະຊາສໍາພັນທີ່ແນເປົ້າ
ໝາຍໃສ່ມະຫາຊົນຈີນ ໃນຂະນະທີ່ປະເທດຈີນ ກໍາລັງກຽມການໂອນອໍານາດນັ້ນ.

ການອ້າງເອົາກໍາມະສິດຕໍ່ເຂດ​ນໍ້າ​ແດນ​ດິນ​ໃນ​ເຂດ​ທະ​ເລ​ຈີນໃຕ້ລະ ຫວ່າງປະເທດຕ່າງໆ ໃນເຂດເອເຊຍຕາເວັນອອກສຽງໃຕ້ແລະຈີນ​
ການອ້າງເອົາກໍາມະສິດຕໍ່ເຂດ​ນໍ້າ​ແດນ​ດິນ​ໃນ​ເຂດ​ທະ​ເລ​ຈີນໃຕ້ລະ ຫວ່າງປະເທດຕ່າງໆ ໃນເຂດເອເຊຍຕາເວັນອອກສຽງໃຕ້ແລະຈີນ​

ຄາດກັນວ່າ ຮອງປະທານປະເທດ
ຊີ ຈິນຜິງ ຈະຂຶ້ນກໍາອໍານາດແທນ
ທ່ານ ຫູ ຈິນເຖົາ ໃນຕໍາແໜ່ງຫົວ
ໜ້າພັກຄອມມີວນີສຈີນໃນທ້າຍປີ
ນີ້. ໃນລະຫວ່າງ​ນີ້ ຄວາມເປັນ
ຫ່ວງທີ່ສໍາຄັນຂອງລັດຖະບານກໍ
ຄື ນໍາພາປະເທດໃຫ້ມີຄວາມເຂັ້ມ
ແຂງຢູ່ຕໍ່ໄປ ແລະໃຫ້ຄົນເຫັນວ່າ
ປະເທດຊາດມີຄວາມເປັນອັນນຶ່ງ
ອັນດຽວກັນເພື່ອໃຫ້ເປັນທີ່ແນ່ໃຈ
ວ່າ ການໂອນອໍານາດດໍາເນີນໄປຢ່າງລາບລື່ນ. ທ່ານນາງຣິຈມອນກ່າວວ່າ ຍຸດທະສາດ​ແບບ​ນີ້ ​ບໍ່
​ແມ່ນ​ເລື່ອງພິເສດສະ​ເພາະ​ແຕ່ ສໍາລັບຈີນປະ​ເທດ​ດຽວ ຊຶ່ງທ່ານນາງກ່າວວ່າ:

“ຫວຽດນາມ ຟິລິບປິນ ແລະຈີນ ໂດຍສະເພາະຫວຽດນາມແລະຈີນນັ້ນ ​ແມ່ນ​ຊ່ຽວຊານ
​ຫລາຍໃນການເຮັດ​ແບບນີ້. ເວລາໃດພວກເຂົາເຈົ້າມີບັນຫາພາຍໃນປະເທດ ທີ່ສ້າງຄວາມ ກົດດັນແກ່ພວກເຂົາເຂົ້ານັ້ນ ຫຼາຍຄັ້ງ ຫຼາຍຄາວ ພວກເຂົາເຈົ້າຈະສ້າງສະຖານະການໃຫ້ ເປັນລະດັບນານາຊາດ ເພື່ອເປັນການຜ່ອນເບົາຄວາມ ເຄ່ງຕຶງພາຍໃນປະເທດ.”

ທ່ານນາງ ຣິຈມອນ ກ່າວຕໍ່ໄປວ່າ ມັນຈະມີການປະ​ທະກັນແບບນ້ອຍໆ ຫຼາຍຂຶ້ນກັບຈີນ
ກ່ຽວກັບການ​ຍາດ​ແຍ່ງ​ດິນ​ແດນໃນທະເລນັ້ນ. ແຕ່ທ່ານນາງກໍກ່າວວ່າ ມັນ​ຈະ​ເປັນແບບ ປະຕິກິລິຍາໂຕ້ຕອບຕໍ່ກັນຫຼາຍກວ່າ ທີ່ຈະ​ເປັນ​ການລຸກລານກັນ.

ການປະກາດກົດໝາຍສະບັບໃໝ່ຂອງຫວຽດນາມອອກໄປ ​ແມ່ນ​ໄດ້ຕິດຕາມມາ ໂດຍທັນ
ທີ ດ້ວຍການປະ​ທະກັນອີກບັ້ນນຶ່ງ.

ມື່ອວັນເສົາ ທີ 23 ມິຖຸນາຜ່ານມານັ້ນ ບໍລິສັດຂຸດເຈາະນໍ້າມັນນອກຝັ່ງທະເລແຫ່ງຊາດ
ຂອງຈີນ ທີ່ລັດເປັນເຈົ້າຂອງ ມີຊື່ຫຍໍ້ວ່າ CNOOC ນັ້ນ ໄດ້ເຊື້ອເຊີນບັນດາບໍລິສັດຕ່າງ
ປະເທດ ​ໃຫ້​ເຂົ້າ​ຮ່ວມປະມູນການສໍາຫຼວດ ພະລັງງານຢູ່ໃນພື້ນທີ່ເກົ້າແຫ່ງ ນອກຝັ່ງທະ
ເລຫວຽດນາມ.

ກະຊວງຕ່າງປະເທດຫວຽດນາມເອີ້ນການເຄຶ່ອນໄຫວດັ່ງກ່າວ​ຂອງ​ຈີນ​ວ່າ ຜິດກົດໝາຍ
ແລະກ່າວວ່າ ພື້ນທີ່ທີ່ຈີນໄດ້ແຍກເອົາ​ເປັນ​ຂອງ​ຕົນເອງນັ້ນ ແມ່ນຢູ່ພາຍໃນລັດສະໝີ
200 ໄມ ຂອງເຂດເສດຖະກິດພິເສດຂອງ​ຫວຽດນາມໂດຍ​ທັງ​ໝົດ ແລະຢູ່ພາຍ​ໃນ​ເຂດ​
ພື້ນ​ທະ​ເລຂອງຫວຽດນາມ ຕາມທີ່ໄດ້ບົ່ງໄວ້ຢູ່ ໃນກົດໝາຍທະເລຂອງອົງການສະຫະ
ປະຊາຊາດນັ້ນ.

ທ່ານນາງ ຣິຈມອນ ກ່າວໃນທີ່ສຸດວ່າ ການເຄຶ່ອນໄຫວເຫຼົ່ານີ້ ເຮັດໃຫ້ຄວາມເຄ່ງຕຶງເພີ່ມ
ສູງຂຶ້ນໄປ ແຕ່ກໍຍັງຄົງເປັນພາກສ່ວນນຶ່ງຂອງຮູບແບບ ທີ່​ໃຊ້​ກັນ​ມາ​ດົນ​ແລ້ວ ຂອງການ
ຂົ່ມຂູ່ ແລະຂົ່ມຂູ່ຕອບ​ຄືນ ​ແລະຍົກລະດັບການໃຊ້ສໍານວນ​ໂວຫານ​ຕອບ​ໂຕ້ກັນ ສູງຂຶ້ນ
ໄປອີກເທົ່ານັ້ນ.

ຫລ້າ​ສຸດ​ກໍ​ແມ່ນ​ໄດ້​ມີ​ການ​ເດີນ​ຂະ​ບວນປະ​ທ້ວງ​ຕໍ່ຕ້ານ​ຈີນ ຢູ່​ໃນ​ສອງ​ຫົວ​ເມືອງ​ໃຫຍ່​ສຸດ
​ຂອງ​ຫວຽດນາມ ກໍ​ຄື​ຢູ່​ນະຄອນຫລວງ​ຮາ​ໂນ່ຍ ​ທາງ​ພາກ​ເໜືອ ແລະ​ນະຄອນ​ໂຮ​ຈີ​ມິນ
ທາງ​ພາກ​ໃຕ້​ຂອງ​ຫວຽດນາມ ເມື່ອ​ວັນ​ອາທິດ​ຕົ້ນເດືອນ​ນີ້ ຊຶ່ງ​ມີ​ຊາວ​ຫວຽດນາມຫລາຍ​
ຮ້ອຍ​ຄົນ​ປະກອບສ່ວນ ຢູ່​ໃນ​ແຕ່ລະ​ແຫ່ງ.

XS
SM
MD
LG