ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຫວຽດນາມແລະຈີນ ຈະເຈລະຈາ ແກ້ໄຂບັນຫາຂັດແຍ້ງ ທາງທະເລ


ທະຫານຫວຽດນາມ ທີ່ປະຈຳການຢູ່ທີ່ໝູ່ເກາະ Spratly
ທະຫານຫວຽດນາມ ທີ່ປະຈຳການຢູ່ທີ່ໝູ່ເກາະ Spratly

ຫວຽດນາມກ່າວວ່າ ຕົນໄດ້ຕົກລົງກັບຈີນ ທີ່ຈະດຳເນີນ
ບາດກ້າວອັນທຳອິດເພື່ອແກ້ໄຂບັນຫາຂັດແຍ້ງທາງທະ
ເລທີ່ມີມາເປັນເວລາດົນນານລະຫວ່າງປະເທດທັງສອງຢູ່
ໃນເຂດທະເລຈີນໃຕ້.

ຮ່າໂນ່ຍແລະປັກກິ່ງ ຍັງບໍ່ສາມາດລົງຮອຍກັນ ກ່ຽວກັບ
ການທີ່ຕ່າງຝ່າຍກໍອ້າງກຳມະສິດ ເອົາດິນແດນ 2 ເຂດ
ທີ່ອຸດົມສົມບູນໄປດ້ວຍນໍ້າມັນຄືໝູ່ເກາະ Spratly ແລະ
ໝູ່ເກາະ Paracel ແລະຮ່າໂນ່ຍໄດ້ລາຍງານ ກ່ຽວກັບ
ຫຼາຍໆກໍລະນີທີ່ເຮືອປະມົງຂອງຕົນແລະອຸບປະກອນອື່ນໆ
ຖືກເຮືອລົບ ຂອງກອງທັບເຮືອຈີນ ຢຶດໄປໃນຮອບ 2 ປີ
ຜ່ານມານີ້.

ແຕ່ໃນມື້ວັນພະຫັດວານນີ້ໂຄສົກຂອງກະຊວງການຕ່າງ
ປະເທດຫວຽດນາມນາງ Nguyen Phuong Nga ກ່າວ
ວ່າທັງສອງຝ່າຍໄດ້ຕົກລົງກັນໃນສັບປະດານີ້ເພື່ອເປີດ
ການເຈລະຈາສຳລັບຮ່າງຂອບ ຂອງການສົນທະນາຫາລື
ໃນອະນາຄົດ ກ່ຽວກັບຖານະຂອງດິນແດນທີ່ມີການຂັດແຍ້ງ. ນາງ Nguyen Phuong
Nga ກ່າວວ່າ ຂໍ້ຕົກລົງດັ່ງກ່າວໄດ້ບັນລຸກັນໃນການເຈລະຈາລະຫວ່າງຮອງລັດຖະມົນຕີ
ການຕ່າງປະເທດຈີນທ່ານ Zhang Zhijun ແລະນາຍົກລັດຖະມົນຕີຫວຽດນາມທ່ານ
Nguyen Tan Dung. ບໍ່ໄດ້ມີການແຈ້ງໃຫ້ຊາບກ່ຽວກັບວັນເວລາໃນການ ເຈລະຈາ
ຫາລືເບື້ອງຕົ້ນແຕ່ຢ່າງໃດ.

ນອກນັ້ນແລ້ວຈີນ ຍັງໄດ້ພົວພັນກັບບັນຫາຂັດແຍ້ງທາງທະເລອີກຈຳນວນນຶ່ງ ກັບບັນດາ
ປະເທດໃນເຂດເອເຊຍຕາເວັນອອກສຽງໃຕ້ ຮວມທັງ ຟີລິບປິນ ບຣູນາຍ ມາເລເຊຍແລະ
ໄຕ້ຫວັນ. ລັດຖະບານມະນີລາ ໄດ້ຍື່ນປະທ້ວງຕໍ່ຈີນ ໃນເດືອນມີນາຜ່ານມາ ໂດຍເວົ້າວ່າ
ເຮືອລາດຕະເວນຂອງຈີນ ໄດ້ບັງຄັບໃຫ້ກຳປັ່ນສຳຫຼວດນໍ້າມັນລຳນຶ່ງຂອງຕົນອອກໄປ
ຈາກບໍລິເວນໃກ້ໆໝູ່ເກາະ Spratly. ໃນເວລາບໍ່ດົນຕໍ່ມາ ປັກກິ່ງກໍເຕືອນປະເທດຕ່າງໆ
ບໍ່ໃຫ້ທຳການສຳຫຼວດນໍ້າມັນຢູ່ໃນເຂດດັ່ງກ່າວ.

XS
SM
MD
LG