ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຊາວຫວຽດນາມປະທ້ວງ ຈີນ ຢູ່ຮາໂນ່ຍ


ປະຊາຊົນຫວຽດນາມທໍາການປະທ້ວງ ຢູ່ຕໍ່ໜ້າສະຖານທູດຈີນ
ທີ່ກຸງຮາໂນຍ, ວັນທີ 5 ມິຖຸນາ 2011.
ປະຊາຊົນຫວຽດນາມທໍາການປະທ້ວງ ຢູ່ຕໍ່ໜ້າສະຖານທູດຈີນ ທີ່ກຸງຮາໂນຍ, ວັນທີ 5 ມິຖຸນາ 2011.

ປະຊາຊົນ​ຫລາຍ​ຮ້ອຍ​ຄົນ​ໃນ​ຫວຽດນາມ​ ​ໄດ້ພາກັນ​ໄປ​ໂຮມ​ຊຸມນຸມປະ​ທ້ວງ​ ຢູ່ທີ່​ສະຖານທູດ​ຈີນ​ໃນ​ກຸງ​ຮາ​ໂນ​ຍ​ໃນ​ວັນ​ອາທິດ​ມື້​ນີ້ ​ທວງ​ໃຫ້​ຈີນ​ໜີ​ຈາກນ່ານນໍ້າທີ່ຫວຽດນາມ​ອ້າງ​ເອົາ​ກໍາມະສິດ​ນັ້ນ.

ຕໍາຫລວດ​ໄດ້​ປະ​ໃຫ້​ພວກ​ປະ​ທ້ວງ​ຊຶ່ງ​ສ່ວນ​ຫລາຍຍັງ​ໜຸ່ມນັ້ນ ທໍາ​ການ​ປະ​ທ້ວງ​ໄປ​ຢ່າງ​ສັນຕິຊົ່ວ​ໄລຍະນຶ່ງ ກ່ອນ​ຈະ​ຂັບ​ໄລ່​ໃຫ້​ພວກ​ເຂົາ​ເຈົ້າແຕກ​ໜີ​ໄປ.

ການປະ​ທ້ວງ​ຊຶ່ງ​ບໍ່​ສູ້​ມີ​ຂຶ້ນ​ໃນ​ຫວຽດນາມ​ຄັ້ງ​ນີ້ ໄດ້​ມີ​ຂຶ້ນ​ຫລັງ​
ຈາກບັນດາ​ເຈົ້າ​ໜ້າ​ທີ່​ຫວຽດນາມ​ກ່າວ​ວ່າ ​ເຮືອ​ລາດ​ຕາ​ເວນ​ຈີນ​ລໍາ​ນຶ່ງ​ໄດ້​ຕັດສາຍ cable ໃຕ້​ນໍ້າ​ໂດຍ​ເຈດ​ຕະນາ​ໃນ​ເດືອນແລ້ວ​ນີ້ ຊຶ່ງ​ເປັນ​ສາຍ​ເຄ​ເບິ້ລ
ທີ່​ເຮືອ​ລໍາ​ນຶ່ງ​ຂອງ​ກຸ່ມ​ສໍາ​ຫລວດ​ນໍ້າມັນ​ແລະ​ແກ​ສທໍາ​ມະ​ຊາດ​ແຫ່ງ​ຊາດ​ຂອງ​ຫວຽດນາມ​ ກໍາລັງລາກ​ດຶງໄປ ​ໃນ​ການທົດ​ລອງ​ຟັງສຽງ​ກ່ຽວ​ກັບ​ແຜ່ນດິນ​ໄຫວ​ໃຕ້​ພື້ນ​ທະ​ເລ ໃນ​ເຂດ​ນ່ານນໍ້າ​ທີ່​ເປັນ​ບັນຫາ​ໂຕ້​ແຍ້​ງກັນ​ໃນ​ທະເລ​ຈີນ​ໃຕ້​ນັ້ນ.

ກະຊວງ​ການ​ຕ່າງປະ​ເທດ​ຫວຽດນາມ​ໄດ້​ກ່າວ​ຫາ​ລັດຖະບານ​ກຸງ​ປັກ​ກິ​ງວ່າ​ລະ​ເມີດ​ສິດ​ອະທິປະ​
ໄຕ​ຂອງ​ຫວຽດນາມ​ໃນ​ນ່ານນໍ້າຂອງ​ຕົນ ​ໃນ​ຂະນະ​ດຽວ​ກັນ​ທາງ​ຝ່າຍ​ຈີນ​ຕອບ​ໂຕ້​ວ່າ ຕົນ​ຄັດ
ຄ້ານ​ຕໍ່​ການ​ບຸກ​ເບີກຫາ​ບໍ່​ນໍ້າມັນ​ແລະແກ​ສທໍາ​ມະ​ຊາດ​ຂອງ​ຫວຽດນາມ ຢູ່ໃນບ່ອນທີ່​ກຸງ​ປັກ​ກິ​ງ
ເອີ້ນ​ວ່າ ຂົງ​ເຂດທີ່ຢູ່​ພາຍ​ໃຕ້​ສິດ​ອໍານາດ​ຂອງ​ຈີນ​ນັ້ນ.

ຈີນ ຫວຽດນາມ ຟີ​ລິບ​ປິນ ມາ​ເລ​ເຊ​ຍ ບຣູ​ໄນ ​ແລະ​ໄຕ້​ຫວັນ ຕ່າງ​ກໍອ້າງ​ເອົາ​ກໍາມະສິດ
ໃນ​ດິນ​ແດນ​ຕ່າງໆ​ໃນ​ທະ​ເລ​ຈີນ​ໃຕ້ ຊຶ່ງມີ​ການ​ຄິດ​ກັນ​ວ່າ ​ອຸດົມສົມບູນ​ດ້ວຍ​ບໍ່​ນໍ້າມັນ​ແລະ​
ແກ​ສທໍາ​ມະ​ຊາດ​ທີ່​ຍັງ​ບໍ່​ໄດ້​ຖືກ​ບຸກ​ເບີກນັ້ນ.

XS
SM
MD
LG