ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຫວຽດນາມ ສະຫຼອງ ວັນຄົບຮອບ 40 ປີ ທີ່ສົງຄາມ ຍຸດຕິລົງ


ພວກນັກລົບເກົ່າຫວຽດນາມ ເຕົ້າໂຮມກັນ ເດີນສວນສະໜາມ ສະຫຼອງວັນຄົບຮອບ 40 ປີ ທີ່ສົງຄາມຍຸດຕິລົງ ທີ່ນະຄອນໂຫຈິມິນ ວັນທີ 30 ເມສາ 2015.
ພວກນັກລົບເກົ່າຫວຽດນາມ ເຕົ້າໂຮມກັນ ເດີນສວນສະໜາມ ສະຫຼອງວັນຄົບຮອບ 40 ປີ ທີ່ສົງຄາມຍຸດຕິລົງ ທີ່ນະຄອນໂຫຈິມິນ ວັນທີ 30 ເມສາ 2015.

ຫວຽດນາມຈັດການ​ເດີນ​ສວນສະໜາມ​ສະຫຼອງ​ວັນ​ຄົບຮອບ
40 ປີ​ແຫ່ງ​ໄຊຊະນະ​ທາງ​ທະຫານ ທີ່​ໄດ້​ຍຸດຕິ​ສົງຄາມຫວຽດ
ນາມ ​ແລະ​ທ້ອນໂຮມ​ປະ​ເທດ​ຄືນ​ເຂົ້າກັນ ພາຍ​ໃຕ້​ການ​ປົກ
ຄອງ​ຂອງ​ຄອມ​ມີ​ວນິດ.

​ໃນ​ຂະນະ​ທີ່​ບັນດາ​ເຈົ້າ​ໜ້າ​ທີ່​ຂັ້ນ​ສູງ​ສຸດ​ຂອງ​ປະ​ເທດ​ມອງ​ເບິ່ງ​
ໃນ​ວັນ​ພະຫັດ​ມື້​ນີ້ ພວກ​ທະຫານ​ຫວຽດນາມ​ຫລາຍ​ພັນ​ຄົນ​ທີ່​
ພາກັນ​ໂບກ​ທຸງຊາດ ພວກ​ນັກ​ລົບ​ເກົ່າ​ແລະ​ບຸກຄົນ​ອື່ນໆກໍ​ພາ
ກັນ​ຍ່າງໄປ​ສູ່​ໃຈ​ກາງ​ນະຄອນ​ໂຫຈິ​ມິນ.

ການ​ເດີນ​ສວນສະໜາມ​ເປັນ​ການສະ​ແດງ​ກ່ຽວກັບເຫດການ
​ຕ່າງໆ​ທີ່​ໄດ້ເກີດ​ຂຶ້ນ​ໃນ​ວັນ​ທີ 30 ​ເມສາ ປີ 1975 ​ເວລາ​ພວກ​ລົດ​ຖັງ​ຫວຽດ ນາມເໜືອ​ແລ່ນ​ຢ່າງ​ມີ​ໄຊ​ເຂົ້າ​ໄປໃນເຂດ​ໃຈກາງເມືອງທີ່ຮູ້ກັນໃນນາມ ໄຊ​ງ່ອນ ​ໃນ​ເວລາ​ນັ້ນ​ ຊຶ່ງເປັນ​ນະ​ຄອນຫຼວງ​ຂອງ​ຫວຽດນາມ​ໃຕ້. ​

ໄຊຊະນະດັ່ງກ່າວ​ໄດ້​ເປັນ​ຂີດ​ໝາຍ​ແຫ່ງ​ການ​ສິ້ນສຸດລົງ​ຂອງ​ສົງຄາມ ທີ່​ລັດຖະບານ​ຫວຽດນາມ​ເໜືອ​ໄດ້​ທຳ​ການ​ຕໍ່ສູ້​ມາ​ເປັນ​ເວລາ​ຫຼາຍ​ທົດ​ສະວັດ ຊຶ່ງ​ທຳ​ອິດ​ໄດ້​ຕໍ່ສູ້​ກັບ​ຝຣັ່ງ
​ແລະ​ຕໍ່​ມາ​ແມ່ນ​ສະຫະລັດ. ທະຫານສະຫະລັດ ປະມານ 58 ພັນຄົນ ​ແລະ​ປະຊາຊົນ​ຫວຽດນາມ​ຫຼາຍ​ເຖິງ 4 ລ້ານ​ຄົນ​ໄດ້​ເສຍ​ຊີວິດ​ໃນ​ສົງຄາມ​ດັ່ງກ່າວ.

ສະຫະລັດ ຊຶ່ງ​ໄດ້​ໃຫ້ການ​ສະໜັບສະໜຸນ​ແກ່​ຫວຽດນາມ​ໃຕ້ ​ໃນ​ຄວາມ​ ພະຍາຍາມ​ເພື່ອ​ຢຸດ​ການ​ຂະຫຍາຍ​ໂຕ​ຂອງ​ລັດທິ​ຄອມ​ມີ​ວນິດ ​ໄດ້​ຖອນ​ໂຕ​ອອກ​ຈາກ​ຫວຽດນາມ ​ໃນ​ເວລາ​ບໍ່​ດົນ ​ຫຼັງ​ຈາກ​ໄຊ​ງ່ອນ​ແຕກ.

Vietnam War Anniversary
please wait

No media source currently available

0:00 0:00:41 0:00

XS
SM
MD
LG