ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ນຍ ຫວຽດນາມ ຢ້ຽມຢາມກຳປູເຈຍ


ນາຍົກລັດຖະມົນຕີຫວຽດນາມ ທ່ານ Nguyen Tan Dung
ນາຍົກລັດຖະມົນຕີຫວຽດນາມ ທ່ານ Nguyen Tan Dung

ນາຍົກລັດຖະມົນຕີຫວຽດນາມທ່ານ Nguyen Tan Dung ພວມຢ້ຽມຢາມກຳປູເຈຍເພື່ອ
ເຈລະຈາຫາລືສອງຝ່າຍກັບພວກຜູ້ນຳຂອງປະເທດດັ່ງກ່າວແລະເຂົ້າຮ່ວມ 2 ກອງປະຊຸມສຸດ
ຍອດຢູ່ໃນຂົງເຂດ.

ສື່ມວນຊົນຂອງທາງການຫວຽດນາມລາຍງານວ່າລຸນຫຼັງທີ່ໄດ້ເດີນທາງໄປເຖິງກຳປູເຈຍໃນ
ມື້ວັນຈັນວານນີ້ແລ້ວ ທ່ານ Dung ແລະນາຍົກລັດຖະມົນຕີຮຸນເຊນແຫ່ງກຳປູເຈຍກໍໄດ້ສົນ
ທະນາຫາລືກັນກ່ຽວກັບການຮ່ວມມືໃນຫຼາຍໆຂົງເຂດວຽກງານຮວມທັງການສຳຫຼວດຫາ
ບໍ່ນໍ້າມັນແລະແກັສທຳມະຊາດ. ນອກນັ້ນພວກຜູ້ນຳທັງສອງຍັງໄດ້ໃຫ້ຄຳໝັ້ນສັນຍາວ່າຈະ
ເລັ່ງລັດການປັກຫຼັກໝາຍຊາຍແດນລະຫວ່າງປະເທດທັງສອງແລະໃຫ້ແລ້ວສຳເລັດເສັດສິ້ນ
ຂັ້ນຕອນດັ່ງກ່າວ ພາຍໃນປີ 2012.

ພວກຜູ້ນຳທັງສອງຍັງມີໝາຍກຳນົດທີ່ຈະເຂົ້າຮ່ວມເປັນສັກຂີພະຍານໃນພິທີລົງນາມໃນຂໍ້
ຕົກລົງສະບັບນຶ່ງລະຫວ່າງທະນາຄານແຫ່ງຊາດຂອງປະເທດທັງສອງ.

ກຳປູເຈຍເປັນເຈົ້າພາບຈັດກອງປະຊຸມສຸດຍອດພູມີພາກໃນວັນອັງຄານມື້ນີ້ແລະໃນວັນພຸດ
ມື້ອື່ນ. ທ່ານ Dung ຈະເຂົ້າຮ່ວມກອງປະຊຸມສຸດຍອດລະຫວ່າງກຳ ປູເຈຍ ລາວ ຫວຽດ
ນາມ ໃນວັນອັງຄານມື້ນີ້ ຕະຫຼອດທັງກອງປະຊຸມສຸດຍອດ ຂອງປະເທດທັງ 3 ຮ່ວມກັບ
ມຽນມາໃນມື້ວັນພຸດມື້ອື່ນ.

XS
SM
MD
LG