ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສະພາແຫ່ງຊາດຫວຽດນາມ ຮັບຮອງເອົາ ຄະນະລັດຖະບານໃໝ່


ທ່ານ Nguyen Tan Dung ນາຍົກລັດຖະມົນຕີຫວຽດນາມ
ທ່ານ Nguyen Tan Dung ນາຍົກລັດຖະມົນຕີຫວຽດນາມ

ສະພາ​ແຫ່ງ​ຊາດ​ຫວຽດນາມ​ໄດ້​ຮັບ​ຮອງ​ເອົາ​ຄະນະ​ລັດຖະບານ​ໃໝ່ທີ່​ຄອບ​ງໍາ​ໂດຍ​ພວກ​ທີ່​
ສະໜັບສະໜຸນ​ນາຍົກລັດຖະມົນຕີ ຫງຽນ ຕັນ​ ຢຸງ.

ລາຍ​ຊື່​ພວກ​ທີ່​ໄດ້​ຖືກ​ຮັບ​ຮອງ​ເອົາໃນ​ວັນ​ພຸດ​ມື້​ນີ້​ ແມ່ນ​ຮວມທັງ​ລັດຖະມົນຕີ​ໃໝ່ ​ຫລືຫົວໜ້າ​
ກະຊວງ​ທະບວງ​ກົມ​ຕ່າງໆ 15 ຄົນ ໃນ​ຈໍານວນ​ທັງ​ໝົດ 22 ຕໍາ​ແໜ່​ງ ​ແຕ່ຫລາຍ​ຄົນ​ໄດ້
ຖືກເລື່ອນ​ຊັ້ນ​ຈາກ​ຕໍາ​ແໜ່​ງ​ຜູ້​ຮອງຂຶ້ນ​ມາແລະ​ບັນດານັກວິ​ເຄາະ​ມອງເຫັນ​ຮ່່ອງຮອຍ​ໜ້ອຍ​
ຫລາຍທີ່​ສະ​ແດງວ່າ​ ຈະ​ມີ​ການ​ປ່ຽນ​ແປງໃດ​ໆ​ໃນທິດ​ທາງ ​ນັ້ນ.

ນອກ​ນັ້ນ​ສະພາ​ຍັງ​ໄດ້​ຮັບ​ຜ່ານ​ຮອງ​ນາຍົກລັດຖະມົນຕີ 4 ຄົນ​ເຊ່ນ​ກັນ ຊຶ່ງ 2 ຄົນເປັນ​ຄົນ​
ໜ້າ​ໃໝ່​ ທີ່​ມາ​ກໍາ​ຕໍາ​ແໜ່​ງ. ພວກ​ລັດຖະມົນຕີ​ແລະ​ຫົວໜ້າ​ອົງການ​ຕ່າງໆທັງ​ໝົດ​ຖື​ວ່າ​ມີ​
ຄວາມ​ຈົງ​ຮັກ​ພັກດີ​ຕໍ່​ທ່ານ​ຫງຽນຕັນ​ຢຸງ ທີ່ໄດ້ຖືກ​ເລືອກ​ໃຫ້​ດໍາລົງ​ຕໍາແໜ່​ງນາຍົກລັດຖະມົນ
ຕີສະ​ໄໝ​ທີ​ສອງ​ຕື່ມ​ອີກ 5 ປີ​ ໃນ​ສັບປະດາ​ແລ້ວ​ນີ້.

ຕໍາ​ແໜ່​ງລັດຖະມົນຕີ​ການ​ເງິນ​ທີ່​ສໍາຄັນ​ໄດ້​ຕົກ​ເປັນ​ຂອງ​ທ່ານ Vuong Dinh Hue ຜູ້​ກວດ
ກາ​ບັນຊີ​ແຫ່ງ​ຊາດ​ທີ່​ໄດ້​ຮັບ​ການ​ເຝິກ​ແອບ​ມາ​ຈາກຣັດ​ເຊຍ ຊຶ່ງ​ຈະ​ມີ​ໜ້າ​ທີ່​ຫາ​ທາງ​ດຶງ​ອັດຕາ
ເງິນ​ເຟີ້ ​ທີ່ຖື​ວ່າ​ສູງທີ່​ສຸດ​ອັນ​ນຶ່ງຂອງ​ໂລກ​ນັ້ນໃຫ້​ຕໍ່າລົງ. ການ​ຄັດ​ເລືອກ​ເອົາ​ທ່ານ Hue ຖື​
ວ່າ​ເປັນ​ສັນຍານ​ຊີ້​ບອກອັນ​ນຶ່ງວ່າ ລັດຖະບານ​ຢາກຕິດຕາມ​ເບິ່ງ​ຢ່າງ​ໃກ້ຊິດ​ພວກ​ລັດ​ວິສາ​
ຫະກິດ​ຕ່າງໆ​ ຫລັງ​ຈາກ​ບໍລິສັດ​ລັດ​ວິ​ສາ​ຫະກິດ​ຕໍ່​ເຮືອ Vinashin ພັງ​ທະລາ​ຍລົງ ​ທ່າມ
ກາງໜີ້​ສິນ​ຈໍານວນຫລວງຫລາຍ​ໃນ​ປີ​ແລ້ວ​ນີ້.

ການສະ​ເໜີ​ແຕ່ງ​ຕັ້ງ​ເຫລົ່າ​ນີ້​ມີ​ຂຶ້ນ 1 ມື້​ຫລັງ​ຈາກ​ສານ​ອຸທອນ​ຫວຽດນາມ​ຢືນຢັນໂທດ​ຈໍາ
ຄຸກ​ 7 ປີ​ ຕໍ່ນາຍ Cu Huy Ha Vu ຜູ້​ຄັດຄ້ານລັດຖະບານ​ທີ່​ມີ​ຊື່​ສຽງໂດ່​ງດັງ​ນັ້ນ.

ກະຊວງ​ການ​ຕ່າງປະ​ເທດ​ສະຫະລັດ​ໄດ້ຕິຕຽນ​ຄໍາ​ຕັດສິນ​ຂອງ​ສານ​ໃນ​ວັນ​ອັງຄານ​ວານ​ນີ້
ແລະຮຽກຮ້ອງ​ໃຫ້​ລັດຖະບານ​ຫວຽດນາມປ່ອຍ​ໂຕ​ນາຍ Vu ​ແລະ​ພວກນັກ​ໂທດ​ຈິດ​ສໍານຶກ
ອື່ນໆໂດຍ​ທັນທີ.

XS
SM
MD
LG