ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ຫວຽດ​ນາມ ກຽມ​ຮັບ​ມື ​ກັບ​ລົມໄຕ້​ຝຸ່ນ​ນໍ​ຣຸ


​ຊາວ​ຫວຽດ​ນາມ​ຄົນ​ນຶ່ງ​ກຳ​ລັງ​ແປງ​ຫຼັງ​ຄາ​ເຮືອນ​ຂອງ​ລາວ ກ່ອນ​ທີ່​ໄຕ້​ຝຸ່ນ​ນໍ​ຣຸ ຈະ​ພັດ​ເຂົ້າ​ຖະ​ຫຼົ່ມ ທີ່​ເມືອງ​ຫອຍ​ອັນ ໃນ​ແຂວງກວາງ​ນາມ ເມື່ອ​ວັນ​ທີ 27 ກັນ​ຍາ 2022.
​ຊາວ​ຫວຽດ​ນາມ​ຄົນ​ນຶ່ງ​ກຳ​ລັງ​ແປງ​ຫຼັງ​ຄາ​ເຮືອນ​ຂອງ​ລາວ ກ່ອນ​ທີ່​ໄຕ້​ຝຸ່ນ​ນໍ​ຣຸ ຈະ​ພັດ​ເຂົ້າ​ຖະ​ຫຼົ່ມ ທີ່​ເມືອງ​ຫອຍ​ອັນ ໃນ​ແຂວງກວາງ​ນາມ ເມື່ອ​ວັນ​ທີ 27 ກັນ​ຍາ 2022.

ໄຕ້​ຝຸ່ນ​ນໍ​ຣຸ​ພັດ​ເຂົ້າ​ຖະ​ຫຼົ່ມ​ແຄມ​ຝັ່ງ​ທະ​ເລ​ໃນ​ເຂດ​ພາກ​ກາງ​ຂອງ​ຫວຽດ​ນາມ​ໃນ​ຕອນ​ເຊົ້າ​ວັນ​ພຸດມື້ນີ້.

ໄຕ້​ຝຸ່ນ​ນໍ​ຣຸ​ພັດ​ຂຶ້ນ​ຝັ່ງ​ໃກ້​ກັບ​ເມືອງ​ທ່າ​ດາ​ນັງ ໃນ​ເຂດ​ພາກ​ກາງ​ຂອງ​ຫວຽດ​ນາມ ທີ່​ມີ​ລົມ​ແຮງ​ເຖິງ 117 ກິ​ໂລ​ແມັດ​ຕໍ່​ຊົ່ວ​ໂມງ ຊຶ່ງ​ມີ​ຄວາມ​ແຮງ​ເທົ່າ​ກັບ​ລົມ​ເຮີ​ຣິ​ເຄນ​ປະ​ເພດ 1 ໃນ​ເຂດ​ມະ​ຫາ​ສະ​ໝຸດ​ແອັດ​ແລນ​ຕິກ.

ເຈົ້າ​ໜ້າ​ທີ່​ໄດ້​ຍົກ​ຍ້າຍ​ປະ​ຊາ​ຊົນ ກ່ອນ​ທີ່​ໄຕ້​ຝຸ່ນ​ນໍ​ຣຸ​ຈະ​ໄປ​ເຖິງ ແລະ​ເຈົ້າ​ໜ້າ​ທີ່​ຍັງ​ໄດ້​ອັດ​ສະ​ໜາມ​ບິນ​ຫຼາຍໆ​ແຫ່ງ ໃນ​ຂະ​ນະ​ທີ່​ລັດ​ຖະ​ບານ​ທ້ອງ​ຖິ່ນ​ໄດ້​ປະ​ກາດ​ຫ້າມ​ອອກນອກ​ເຮືອນ ປິດ​ໂຮງ​ຮຽນ ແລະ​ຍົກ​ເລີກ​ການ​ສະ​ຫຼອງ​ແລະ​ພິ​ທີ​ຕ່າງໆ​ຂອ​ງ​ທາງ​ການ.

ອົງ​ການ​ຂ່າວ​ຝ​ຣັ່ງ ລາຍ​ງານ​ວ່າ ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ຂອງ​ຫວຽດ​ນາມ​ໄດ້​ລະ​ດົມ​ກຳ​ລັງ​ທະ​ຫານ 40,000 ຄົນ ແລະ​ພວກທະ​ຫານ​ກອງ​ໜຸນ 200,000 ​ຄົນ​ພ້ອມ​ດ້ວຍ​ລົດ​ຫຸ້ມ​ເກາະ ແລະ​ເຮືອ ເພື່ອ​ກະ​ກຽມ​ໃນ​ການ​ປະ​ຕິ​ບັດ​ງານ​ກູ້​ໄພ​ແລະ​ບັນ​ເທົາ​ທຸກ.

ໄຕ້​ຝຸ່ນ​ນໍ​ຣຸ​ກຳ​ລັງ​ມຸ່ງ​ໜ້າ​ສູ່​ຫວຽດ​ນາມ ຫຼັງ​ຈາກ​ໄດ້​ປະ​ຮ່ອງ​ຮອຍ​ໃນ​ການ​ຖືກ​ທຳ​ລາຍ​ໄວ້​ຢູ່​ຟີ​ລິບ​ປິນ ​ໃນ​ທ້າຍ​ອາ​ທິດ​ທີ່​ຜ່ານ​ມາ. ມີ​ຜູ້​ເສຍ​ຊີ​ວິດ 8 ຄົນ ແລະ​ອີກ​ເກືອບ 80,000 ຄົນ​ໄດ້​ຖືກ​ຍົກ​ຍ້າຍ​ໄປ​ຢູ່​ບ່ອນ​ຫຼົບ​ໄພ ຂະ​ນະ​ທີ່​ໄຕ້​ຝຸ່ນ​ນໍ​ຣຸພາ​ໃຫ້​ເກີດ​ນ້ຳ​ຖ້ວມ​ຂະ​ໜາດ​ແຮງ ແລະ​ບໍ່​ມີ​ໄຟ​ຟ້າ​ໃຊ້​ທີ່​ນະ​ຄອນ​ຫຼວງ​ມະ​ນີ​ລາ ແລະ​ບັນ​ດາ​ແຂວງ​ອ້ອມ​ແອ້ມ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG