ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ເຮືອທ່ອງທ່ຽວຫຼົ້ມ ໃນອ່າວ Ha Long ຂອງຫວຽດນາມ


ເຈົ້າໜ້າທີ່ສາທາລະນະສຸກຫວຽດນາມ ຍົກສົບພວກນັກທ່ອງທ່ຽວ ເສຍຊີວິດຍ້ອນອຸບັດຕິເຫດເຮືອຫຼົ້ມ ຂຶ້ນໃສ່ລົດໂຮງໝໍ ທີ່ແຂວງ Quang Ninh (17 ກຸມພາ 2011)
ເຈົ້າໜ້າທີ່ສາທາລະນະສຸກຫວຽດນາມ ຍົກສົບພວກນັກທ່ອງທ່ຽວ ເສຍຊີວິດຍ້ອນອຸບັດຕິເຫດເຮືອຫຼົ້ມ ຂຶ້ນໃສ່ລົດໂຮງໝໍ ທີ່ແຂວງ Quang Ninh (17 ກຸມພາ 2011)

ມີ 12 ຄົນເສຍຊີວິດ ຫຼັງຈາກເຮືອທ່ອງທ່ຽວລຳນຶ່ງຫຼົ້ມ
ໃນຕອນເຊົ້າຂອງວັນພະຫັດມື້ນີ້ ໃນບໍລິເວນອ່າວ Ha
Long ທີ່ມີທິວທັດອັນສວຍສົດງົດງາມຂອງຫວຽດນາມ.

ຜູ້ອຳນວຍການພະ​ແນ​ກຄຸ້ມຄອງເຂດອ່າວ Ha Long
ທ່ານ Ngo Van Hung ກ່າວວ່າ ສົບຂອງພວກນັກ
ທ່ອງທ່ຽວ ຊາວຕ່າງປະເທດ 11 ສົບ ແລະຜູ້ນຳທ່ຽວ
ຊາວຫວຽດນາມຄົນນຶ່ງ ໄດ້ພົບເຫັນແລ້ວ ໃນບໍລິເວນ
ທີ່ເກີດເຫດ ໃນຂະນະທີ່ ພວກນັກທ່ອງທ່ຽວຊາວຕ່າງ
ປະເທດອີກ 9 ຄົນ ແລະພວກລູກເຮືອ 6 ຄົນໄດ້ຖືກ
ຊ່ອຍຊີວິດໄວ້ໄດ້.

ພວກນັກທ່ອງທ່ຽວເຫຼົ່ານີ້ ແມ່ນມາຈາກສະຫະລັດ ຝຣັ່ງ
ສະວິດເຊີແລນ, ສະວີເດັນ ແລະປະເທດອື່ນໆອີກ.

ອ່າວ Ha Long ຊຶ່ງຕັ້ງຢູ່ທາງພາກຕາເວັນອອກສຽງເໜືອ ຂອງນະຄອນຫຼວງຮາໂນ່ຍນັ້ນ
ເປັນບ່ອນທ່ອງທ່ຽວ ທີ່ໄດ້ຮັບຄວາມນິຍົມສູງ ສຳລັບພວກນັກທ່ອງທ່ຽວ ຊາວຕ່າງປະເທດ
ແລະຈຳນວນນຶ່ງ ໄດ້ພາກັນລົງເຮືອທ່ອງທ່ຽວ ໄປຊົມທັດສະນີຍະພາບອັນສວຍສົດງົດງາມ
ຂອງອ່າວດັງກ່າວ ໃນຕອນກາງຄືນ.

XS
SM
MD
LG