ຕໍາຫລວດໃນພາກໃຕ້ຂອງຫວຽດນາມກ່າວໃນວັນເສົາວານນີ້ວ່າ ປະຊາຊົນ 15 ຄົນ ຮວມທັງເດັກນ້ອຍ 5 ຄົນເສຍຊີວິດ ຫລັງຈາກເຮືອນໍາທ່ຽວລໍານຶ່ງຫລົ້ມ ໃນລະຫວ່າງການສະຫລອງວັນເກີດຂອງເດັກນ້ອຍຄົນນຶ່ງ ໃນວັນສຸກຜ່ານມານີ້.
ເຮື້ອລໍາດັ່ງກ່າວໄດ້ຫລົ້ມຈົມນໍ້າ ໃນຂະນະທ່ີມີລົດພັດແຮງແລະຝົນຕົກໜັກ ໃນລະຫວ່າງງານວັນເກີດເດັກຊາຍອາຍຸ 3 ຂວບ ທີ່ຮວມຢູ່ໃນຈໍານວນພວກເສຍຊີວິດໄປນັ້ນ. ບັນດາເຈົ້າໜ້າທີ່ຫວຽດນາມກ່າວວ່າ ມີ ຄົນຢູ່ໃນເຮືອລໍາດັ່ງກ່າວ 26 ຄົນ ເວລາເຮືອ 2 ຊັ້ນລໍານັ້ນ ຫລົ້ມໃນແຂວງ Binh Duong ໃກ້ໆກັບນະຄອນໂຫຈິມິນຫລືໄຊງ່ອນເກົ່ານັ້ນ.
ໄດ້ມີການສົ່ງທະຫານຈໍານວນຫລາຍຮ້ອຍຄົນໄປຍົງບ່ອນເກີດເຫດໂສກນາຕະກໍາດັ່ງກ່າວ ແລະທາງເຈົ້າໜ້າທີ່ກໍເກັບກູ້ສົບຂອງພວກທີ່ເສຍຊີວິດ ມາໄດ້ໜົດແລ້ວ.