ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຫວຽດນາມ ສ້າງສາຍພົວພັນ ອັນໃກ້ຊິດ ກວ່າເກົ່າກັບ ອອສເຕຣເລຍ ເພື່ອຄວບຄຸມ ຈີນ


ນາຍົກລັດຖະມົນຕີ ສັງຄົມນິຍົມ ຫວຽດນາມ ທ່ານ ຫງວຽນ ຊ່ວນ ຝຸກ ເຂົ້າຮ່ວມໃນພິທີເຊັນສັນຍາກັບນາຍົກລັດຖະມົນຕີ ອອສເຕຣເລຍ ທ່ານ ມາລຄອມ ເທີນບູລ ທີ່ສະພາແຫ່ງຊາດ ອອສເຕຣເລຍ ໃນນະຄອນຫຼວງ ແຄນເບີຣາ, ປະເທດ ອອສເຕຣເລຍ. 15 ມີນາ, 2018.
ນາຍົກລັດຖະມົນຕີ ສັງຄົມນິຍົມ ຫວຽດນາມ ທ່ານ ຫງວຽນ ຊ່ວນ ຝຸກ ເຂົ້າຮ່ວມໃນພິທີເຊັນສັນຍາກັບນາຍົກລັດຖະມົນຕີ ອອສເຕຣເລຍ ທ່ານ ມາລຄອມ ເທີນບູລ ທີ່ສະພາແຫ່ງຊາດ ອອສເຕຣເລຍ ໃນນະຄອນຫຼວງ ແຄນເບີຣາ, ປະເທດ ອອສເຕຣເລຍ. 15 ມີນາ, 2018.

ຫວຽດນາມ ໄດ້ເຂົ້າຫາປະເທດ ອອສເຕຣເລຍ ໃນຂະນະທີ່ເຂົາເຈົ້າກຳລັງພະຍາຍາມ
ຊອກຫາຄວາມຊ່ວຍເຫຼືອຢ່າງກວ້າງຂວາງຈາກສາ ກົນ ໃນການຄວບຄຸມການຂະ
ຫຍາຍເຂດແດນຂອງ ຈີນ ໃນທະເລຈີນໃຕ້ ທີ່ມີບັນຫາ.

ສອງປະເທດດັ່ງກ່າວໄດ້ເຊັນການເປັນພາຄີຍຸດທະສາດ ໃນວັນທີ 15 ມີນາທີ່ຜ່ານມາ
ເພື່ອຂະຫຍາຍການປຶກສາຫາລືໃນລະດັບສູງ, ອັນເປັນຂີດໝາຍການຍົກລະດັບ ຕໍ່
ການເປັນຄູ່ຮ່ວມງານໃນດ້ານອື່ນໆ ເຊິ່ງມີຜົນບັງຄັບໃຊ້ນັບຕັ້ງແຕ່ປີ 2009 ເປັນຕົ້ນ
ມາ, ອີງຕາມການຖະແຫຼງຂອງກະຊວງການຕ່າງປະເທດ ອອສເຕຣເລຍ. ການເປັນ
ຄູ່ຮ່ວມງານນັ້ນ ລວມມີສັນຍາເພື່ອແກ້ໄຂ “ໄພຂົ່ມຂູ່ດ້ານຄວາມປອດໄພ,” ແລະ ການ
ເຮັດວຽກຮ່ວມກັນ ກ່ຽວກັບ “ການສ້າງຍະໂຍບາຍການເດີນເຮືອທາງທະເລ.”

ອອສເຕຣເລຍ ແລະ ຫວຽດນາມ ໄດ້ບັນລຸຂໍ້ຕົກລົງນຳກັນ ໃນຂະນະທີ່ ຫວຽດນາມ
ກຳລັງຊອກຫາການຊ່ວຍເຫຼືອຢ່າງກວ້າງຂວາງ ໃນການຄວບຄຸມອຳນາດທີ່ມີເພີ້ມຂຶ້ນ
ຂອງ ປັກກິ່ງ ໃນທະເລຈີນໃຕ້ ທີ່ມີບັນຫານັ້ນ. ອອສເຕຣເລຍ ກໍໄດ້ພະຍາຍາມຊອກ
ຫາຊ່ອງທາງເຂົ້າໃນເຂດເອເຊຍຕາເວັນອອກສຽງໃຕ້ ຫຼາຍຂຶ້ນເຊັ່ນກັນ, ບ່ອນທີ່ເຂົາ
ເຈົ້າມີຜົນປະໂຫຍດດ້ານຄວາມປອດໄພ ແລະ ທຸລະກິດ.

ທ່ານ ເຟຣເດີຣິກ ເບີກ “Frederick Burke,” ຮຸ້ນສ່ວນຂອງບໍລິສັດກົດໝາຍ ເບເກີ
ແມັກເຄັນຊີ “Baker McKenzie” ໃນນະຄອນ ໂຮຈິມິນ ໄດ້ກ່າວວ່າ “ໃນຂອບເຂດ
ດັ່ງກ່າວນັ້ນ ທັງສອງປະເທດແມ່ນໄດ້ເປັນຫ່ວງ ກ່ຽວກັບ ສິ່ງຕ່າງໆໂດຍສະເພາະ
ແມ່ນ ເສລີພາບໃນການເດີນເຮືອ ແລະ ທະເທຈີນໃຕ້ ທີ່ເຂົາເຈົ້າໄດ້ແບ່ງປັນຜົນປະ
ໂຫຍດຮ່ວມກັນກັບ ຫວຽດນາມ ເພື່ອເຮັດໃຫ້ການເດີນເຮືອທາງທະເລເປີດຢູ່.”

ຈີນ ແລະ ຫວຽດນາມ ໄດ້ຂັດແຍ້ງກັນ ກ່ຽວກັບ ອຳນາດອະທິປະໄຕໃນຫຼາຍພວກ
ສ່ວນຂອງທະເລ ທີ່ອຸດົມສົມບູນໄປດ້ວຍຊັບພະຍາກອນ ທຳມະຊາດ ເຊິ່ງກວມເອົາ
ພື້ນທີ່ 3 ລ້ານ 5 ແສນຕາລາງກິໂລແມັດ ຈາກ ເກາະຮົງກົງ ຫາ ເກາະ ບໍນຽວ. ໄຕ້ຫວັນ
ແລະອີກສາມປະເທດ ອື່ນໆໃນເອເຊຍຕາເວັນອອກສຽງໃຕ້ ກໍໄດ້ອ້າງເອົາກຳມະສິດ
ໃນທະເລດັ່ງກ່າວເຊັ່ນດຽວກັນ.

ບັນດານັກວິເຄາະເວົ້າວ່າ, ຫວຽດນາມ ໄດ້ສ້າງມິດຕະພາບກັບຫຼາຍປະເທດ ເພື່ອ
ປົກປ້ອງເຮືອຫາປາ, ການຂຸດຄົ້ນພະລັງງານນອກຊາຍຝັ່ງ ແລະ ການອ້າງອຳນາດ
ອະທິປະໄຕອື່ນໆຂອງເຂົາເຈົ້າ.

ທ່ານ ເຕີມສັກ ສະເຫຼີມພະລານຸພາບ, ນັກຄົ້ນຄວ້າທີ່ສະຖາບັນ ISEAS Yusof
Ishak ໃນປະເທດ ສິງກະໂປ ໄດ້ກ່າວວ່າ “ຫວຽດນາມ ກຳລັງຊອກຫາໝູ່ເພື່ອນ
ແລະ ການສະໜັບສະໜູນຈາກທຸກໆບ່ອນ. ເຂົາເຈົ້າໄດ້ທຳການປ່ຽນແປງຫຼາກ
ຫຼາຍ.”

ອອສເຕຣເລຍ, ເຊິ່ງແມ່ນພັນທະມິດທີ່ດົນນານຂອງ ສະຫະລັດ ທີ່ໄດ້ປະເຊີນກັບ
ບັນຫາຂອງເຂົາເຈົ້າເອງກັບ ຈີນ ນັ້ນ, ເປັນສະມາຊິກຂອງພັນທະມິດສີ່ຝ່າຍ ທີ່ເຂົ້າ
ຮ່ວມກັບປະເທດພັນທະມິດຕາເວັນຕົກ ເຊິ່ງລວມມີ ອິນເດຍ, ຍີ່ປຸ່ນ ແລະ ສະຫະ
ລັດ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG