ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຫວຽດນາມຈະປົກປ້ອງ ການອ້າງກຳມະສິດຂອງຕົນ ໃນທະເລຈີນໃຕ້


ຮອງນາຍົກລັດຖະມົນຕີຫວຽດນາມ ທ່ານ Nguyen Sinh Hung ກ່າວຄຳປາໄສເປີດສະໄໝປະຊຸມສະພາແຫ່ງ ຊາດຊຸດໃໝ່ເທື່ອທຳອິດ (21 ກໍລະກົດ 2011)
ຮອງນາຍົກລັດຖະມົນຕີຫວຽດນາມ ທ່ານ Nguyen Sinh Hung ກ່າວຄຳປາໄສເປີດສະໄໝປະຊຸມສະພາແຫ່ງ ຊາດຊຸດໃໝ່ເທື່ອທຳອິດ (21 ກໍລະກົດ 2011)

ຮອງນາຍົກລັດຖະມົນຕີຫວຽດນາມ ໃຫ້ຄຳໝັ້ນສັນຍາວ່າ ຈະປົກປ້ອງການອ້າງກຳມະສິດ
ກ່ຽວກັບເຂດນໍ້າແດນດິນຂອງຕົນຢູ່ໃນເຂດທະເລຈີນໃຕ້ ຂະນະທີ່ສະພາແຫ່ງຊາດຊຸດໃໝ່
ຂອງຫວຽດນາມເປີດປະຊຸມເປັນເທື່ອທຳອິດໃນວັນພະຫັດມື້ນີ້.

ທ່ານ Nguyen Sinh Hung ກ່າວວ່າ ລັດຖະບານຈະດຳເນີນການເພື່ອປົກປ້ອງຊາວປະ
ມົງຫວຽດນາມແລະປ້ອງກັນກິດຈະການເສດຖະກິດຂອງປະເທດໃນບໍລິເວນນ່ານນໍ້າດັ່ງກ່າວ
ຮວມທັງການສຳຫຼວດຫາບໍ່ນໍ້າມັນແລະແກັສທຳມະຊາດນຳດ້ວຍ.

ເມື່ອໄວໆມານີ້ລັດຖະບານຫວຽດນາມໄດ້ນຳສະເໜີມາດຕະການຕ່າງໆ ເພື່ອເພີ່ມການຮັກ
ສາຄວາມປອດໄພຫຼັງຈາກມີການຮ້ອງທຸກວ່າ ກຳປັ່ນຈີນໄດ້ຮາວີລົບກວນຊາວປະມົງແລະ
ກຳປັ່ນສຳຫຼວດນໍ້າມັນ ຢູ່ໃນບໍລິເວນທະເລທີ່ມີການຂັດແຍ້ງກັນ ນອກແຄມຝັ່ງຂອງຫວຽດ
ນາມ.

ທ່ານ Hung ໄດ້ກ່າວຄຳປາໄສ ໃນພິທີເປີດສະໄມປະຊຸມຂອງສະພາແຫ່ງຊາດທີ່ມີພວກຜູ້
ແທນ 500 ຄົນທີ່ໄດ້ຮັບເລືອກໃນການເລືອກຕັ້ງທີ່ມີພັກການເມືອງພຽງພັກດຽວເມື່ອເດືອນ
ພຶດສະພາຜ່ານມາ.

ນອກນັ້ນ ສະພາແຫ່ງຊາດຫວຽດນາມຍັງຈະຕ້ອງໄດ້ໃຫ້ການອະນຸມັດຕໍ່ການຄັດເລືອກຂອງ
ພັກເອົາປະທານປະເທດ ນາຍົກລັດຖະມົນຕີແລະຕຳແໜ່ງສຳຄັນອື່ນໆ ໃນສະໄໝປະຊຸມເປັນ
ເວລາ 11 ມື້ຊຶ່ງຈະສິ້ນສຸດລົງໃນວັນທີ 6 ເດືອນໜ້າ.

ໃນຕອນທ້າຍຂອງການປະຊຸມນັ້ນ ເປັນທີ່ຄາດກັນວ່າ ພວກຜູ້ແທນຂອງຫວຽດນາມຈະໄດ້
ຫາລືກັນກ່ຽວກັບການສ້າງຕັ້ງຄະນະກຳມະການນຶ່ງຂຶ້ນເພື່ອດັດແປງແກ້ໄຂລັດຖະທຳມະນູນ
ສະບັບປີ 1992.

XS
SM
MD
LG