ເລື້ອງການຮ່ວມມືກັນດ້ານການຄ້າແລະເສດຖະກິດ ແມ່ນຢູ່ໃນອັນດັບສູງສຸດຂອງລາຍການປະຊຸມ ເວລາພວກຜູ້ນໍາອາຊ່ຽນພົບປະກັນຢູ່ຫວຽດນາມ ໃນລະຫວ່າງວັນທີ 28 ຫາ 30 ຕຸລານີ້.
10 ປະເທດສະມາຊິກຂອງອາຊ່ຽນ ອັນມີ ບຣູໄນ ມຽນມາ ກໍາປູເຈຍ ອິນໂດເນເຊຍ ສປປ ລາວ ມາເລເຊຍ ຟີລິບປິນ ສິງກະໂປ ໄທ ແລະຫວຽດນາມ ນັ້ນ ມີເປົ້າໝາຍທີ່ຈະຈັດຕັ້ງປະຊາຄົມຫລືຕະຫລາດຮ່ວມ ຄືກັນກັບສະຫະພາບຢູໂຣບນັ້ນ ຂຶ້ນມາພາຍໃນປີ 2015. ແຜນການກໍແມ່ນວ່າ ໂຮມເອົາກົນໄກຕ່າງໆມາ ເພື່ອປັບປຸງການຮ່ວມມືດ້ານເສດ ຖະກິດ ແລະປະຕິບັດງານຮ່ວມກັນກ່ຽວກັບບັນຫາຕ່າງໆ ນັບຕັ້ງແຕ່ເລື້ອງການປ້ອງກັນແລະອາຊະຍາກໍາຂ້າມຊາດ ໄປຈົນຮອດເລື້ອງພະລັງງານ ສິ່ງແວດລ້ອມ ແລະຄວາມ ທຸກຍາກ.
ນອກນີ້ແລ້ວ ພວກຜູ້ນໍາອາຊ່ຽນຍັງຈະໄດ້ປະຊຸມກັນກັບປະມຸກລັດຈາກພວກປະເທດຄູ່ສົນທະນາ ຫລື dialogue partners ອັນມີອອ໊ສເຕຣເລຍ ຈີນ ອິນເດຍ ຍີ່ປຸ່ນ ນິວຊີແລນດ໌ ແລະເກົາຫລີໃຕ້ນັ້ນນໍາອີກ ຢູ່ໃນກອງປະຊຸມສຸດຍອດ ເອເຊຍຕາເວັນອອກ.
ສະຫະລັດແລະຣັດເຊຍ ຊຶ່ງເປັນປະເທດສັງເກດການຢູ່ໃນກອງປະຊຸມນີ້ ໄດ້ຖືກເຊື້ອເຊີນໃຫ້ເຂົ້າຮ່ວມໃນປີໜ້າ ຫລື 2011.
ທ່ານ Carl Thayer ອາຈານສອນວິຊາການເມືອງ ທີ່ສະຖາບັນກໍາລັງປ້ອງກັນຂອງອອ໊ສເຕຣເລຍ ກ່າວວ່າ ປັກກິ່ງບໍ່ດີໃຈປານໃດນໍາການ ເຂົ້າມາພົວພັນຄືນໃໝ່ຂອງສະຫະລັດໃນຂົງເຂດນັ້ນ ຊຶ່ງຖືກເບິ່ງເຫັນວ່າ ມີເປົ້າໝາຍເພື່ອຕ້ານຢັນອິດທິພົນຂອງຈີນ.
“ໃນອະດີດຜ່ານມາ ຈີນໄດ້ເນ້ນໃສ່ກຸ່ມອາຊ່ຽນບວກສາມ ແຕ່ມາບັດນີ້ ສະຫະລັດໄດ້ເຂົ້າຮ່ວມໃນກອງປະຊຸມສຸດຍອດເອເຊຍຕາເວັນອອກນໍາ. ດັ່ງນັ້ນ ສະຫະລັດຈຶ່ງບໍ່ຢູ່ໃນເງົາມືດອີກແລ້ວ ແຕ່ມາຢູ່ຈຸດໃຈກາງຂອງເວທີແລ້ວ.”
ເຈົ້າໜ້າທີ່ຈີນໄດ້ມີປະຕິກິລິຍາຕອບຢ່າງແຮງ ຫລັງຈາກທີ່ທ່ານນາງ Hillary Clinton ລມຕ ການຕ່າງປະເທດສະຫະລັດ ໄດ້ກ່າວຢູ່ໃນກອງປະຊຸມອາຊ່ຽນເມື່ອເດືອນລະກົດຜ່ານມາວ່າ ເສລີພາບໃນການເດີນທະເລຢູ່ໃນເຂດທະເລຈີນໃຕ້ນັ້ນ ແມ່ນນອນຢູ່ໃນຜົນປະໂຫຍດ ຂອງສະຫະລັດ.
ປັກກິ່ງໄດ້ອ້າງເອົາກໍາມະສິດໃນເຂດທະເລຈີນໃຕ້ທັງໝົດ ຊຶ່ງເຮັດໃຫ້ຈີນຂັດແຍ້ງກັນກັບບຣູໄນ ມາເລເຊຍ ຟີລິບປີນ ໄຕ້ຫວັນ ແລະຫວຽດນາມ ທີ່ຕ່າງກໍໄດ້ອ້າງເອົາກໍາມະສິດໃນໝູ່ເກາະ Paracel ແລະ Spratly ໃນເຂດທະເລດັ່ງກ່າວນັ້ນ. ເຊື່ອກັນວ່າ ພວກເກາະເຫລົ່ານັ້ນ ອຸດົມສົມບູນໄປດ້ວຍບໍ່ນໍ້າມັນແລະບໍ່ແກ໊ສທໍາມະຊາດ. ນອກນີ້ແລ້ວ ກໍຍັງຢູ່ໃກ້ເສ້ນທາງເດີນທະເລທີ່ສໍາຄັນ.
ການຄ້າລະຫວ່າງຈີນກັບອາຊ່ຽນ ຖີບຂຶ້ນ 50% ໃນປີນີ້ ຫລັງຈາກທີ່ ສັນຍາການຄ້າເສລີສະບັບນຶ່ງ ໄດ້ມີຜົນບັງຄັບໃຊ້ໃນເດືອນມັງກອນປີນີ້.
ທ່ານ Mark Beeson ອາຈານສອນວິຊາການເມືອງແລະສາຍພົວພັ ລະຫວ່າງປະເທດ ທີ່ມະຫາວິທະຍາໄລ Western Australia ກ່າວວ່າ ແຕ່ເຖິງແມ່ນຈະມີສາຍພົວພັນດ້ານເສດຖະກິດທີ່ຂະຫຍາຍໂຕອອກນັບມື້ກໍຕາມ ການຢືນຢັດເອົາກໍາມະສິດຂອງຈີນ ກໍກໍາລັງສ້າງຄວາມເຄ່ງຕຶງຂຶ້ນ ຊຶ່ງທ່ານອະທິບາຍວ່າ:
“ພວກປະເທດທີ່ນ້ອຍກ່ວາ ຈໍານວນນຶ່ງໃນຂົງເຂດເອເຊຍຕາເວັນອອກສຽງໃຕ້ນັ້ນ
ຖ້າຈະເວົ້າໃນແງ່ວັດຖຸແລະຍຸດທະສາດແລ້ວ ແນ່ນອນວ່າ ພວກເຂົາເຈົ້າມີຄວາມ
ເປັນຫ່ວງ ກ່ຽວກັບການໂຜ່ໂຕຂື້ນມາຂອງຈີນ ເພາະພວກເຂົາເຈົ້າຮູ້ສຶກວ່າກໍາລັງ
ຖືກຂົ່ມຂູ່ແບບໃດແບບນຶ່ງ ແລະຂ້າພະເຈົ້າຄິດວ່າ ເຫດການຕ່າງໆເມື່ອບໍ່ນານມານີ້
ໂດຍສະເພາະໃນເລື້ອງທີ່ພົວພັນກັບຍີ່ປຸ່ນ ແລະພຶດຕິການຂອງຈີນໃນເຂດທະເລ
ຈີນໃຕ້ນັ້ນ ແມ່ນໄດ້ກໍ່ໃຫ້ເກີດຄວາມວິຕົກກັງວົນຢູ່ໃນທົ່ວຂົງເຂດ ແລະເລຶ່ອງນີ້ ຈະເປັນຈຸດເພັ່ງເລັ່ງທີ່ໃຫຍ່ອັນນຶ່ງຂອງການປຶກສາຫາລືກັນໃນກອງປະຊຸມ ທີ່ຈະ ມາເຖິງນີ້ ທີ່ຫວຽດນາມນັ້ນ.”
ບັນດາຜູ້ບໍລິການການຄ້າເວົ້າວ່າ ຈີນໄດ້ຕັດການສົ່ງອອກແຮ່ທາດທີ່ຫາຍາກ ໄປໃຫ້ຍິ່ປຸ່ນ
ນັ້ນລົງ ຫລັງຈາກເຮືອລາດຕະເວນຂອງຍິ່ປຸ່ນໄດ້ຍຶດແລະກັກເຮືອປະມົງຂອງຈີນລໍານຶ່ງໄວ້
ໃນເດືອນກັນຍາ ຢູ່ໃກ້ໆໝູ່ເກາະ ທີ່ເປັນບັນຫາຜິດຖຽງກັນນັ້ນ.
ແລະທາງກອງທັບເຣືອຂອງຈີນ ກໍໄດ້ກັກເຮືອປະມົງຂອງຫວຽດນາມໄວ້ເປັນປະຈໍາ ຢູ່ໃນເຂດທະເລຈີນໃຕ້ ຊຶ່ງກໍ່ໃຫ້ເກີດຄວາມເປັນຫ່ວງວ່າ ຈີນມີຄວາມຕັ້ງໃຈທີ່ຈະຢືນຢັດການກ່າວອ້າງເອົາກໍາມະສິດໃນດິນດອນຂອງຕົນ ໂດຍການນໍາໃຊ້ທັງກໍາລັງທາງເສດຖະກິດແລະທະຫານ.
ເປັນທີ່ຄາດເຊ່ນກັນວ່າ ໃນກອງປະຊຸມທັງສອງບັ້ນທີ່ຮາໂນຍນັ້ນ ຈະມີການເວົ້າເຖິງເລື້ອງຄວາມເປັນຫ່ວງກ່ຽວກັບການເລືອກຕັ້ງ ຢູ່ໃນມຽນມາ ໃນວັນທີ 7 ພະຈິກນັ້ນ.
ລັດຖະບານທະຫານຂອງມຽນມາໄດ້ກ່າວວ່າ ການເລືອກຕັ້ງຄັ້ງນີ້ແມ່ນ ສ່ວນນຶ່ງຂອງການຫັນປ່ຽນໄປສູ່ປະຊາທິປະໄຕໃນມຽນມາ ລຸນຫລັງການປົກຄອງໂດຍທະຫານ ມາເປັນເວລາເຄິ່ງສັດຕະວັດ. ແຕ່ວ່າຝ່າຍທະຫານໄດ້ຮັບການຄໍ້າປະກັນບ່ອນນັ່ງ ໃນຈໍານວນ ¼ ຂອງບ່ອນນັ່ງທັງໝົດໃນສະພາແຫ່ງຊາດ ແລະບໍ່ໃຫ້ໂອກາດເທົ່າທຽມກັນແກ່ພວກພັກ ຝ່າຍຄ້ານ ທັງບໍ່ຍອມໃຫ້ພວກຊົນກຸ່ມນ້ອຍຫລາຍລ້ານຄົນ ມີໂອກາດໄດ້ປ່ອນບັດ.
ທ່ານ Thayer ກ່າວວ່າ ອາຊ່ຽນຄົງຈະບໍ່ຕໍາໜິຕິຕຽນການເລືອກຕັ້ງໃນມຽນມາ ຫລືພະມ້ານັ້ນ. ທ່ານອະທິບາຍວ່າ ອາຊ່ຽນຊື່ງເປັນກຸ່ມຈັດຕັ້ງ ຂອງຫລາຍປະເທດປະຊາທິປະໃຕທີ່ແຂງເຮງ ເຊ່ນອິນໂດເນເຊຍ ກັບປະເທດນຶ່ງທີ່ປົກຄອງໂດຍລະບອບລາຊາທິປະໄຕ ກັບອີກສອງປະເທດຄອມມິວນິສຕ໌ທີ່ປົກຄອງໂດຍພັກດຽວ ແລະປະເທດອື່ນໆອີກທີ່ຢູ່ໃນລະ ຫວ່າງກາງນັ້ນ ຈະຕ້ອງໄດ້ດໍາເນີນສາຍກາງໃນລະຫວ່າງຄວາມເປັນຫ່ວງກ່ຽວກັບປະຊາ ທິປະໄຕ ກັບກົດລະບຽບທີ່ໄດ້ຕັ້ງຂຶ້ນ ທີ່ຫ້າມການແຊກແຊງເຂົ້າໃນກິດຈະການພາຍໃນ ຂອງສະມາຊິກນັ້ນ.
“ດັ່ງນີ້ ມັນຈຶ່ງເປັນບັນຫາຫຍຸ້ງຍາກອັນນຶ່ງ. ມັນງ່າຍທີ່ຈະປະນາມ ແຕ່ມັນຍາກທີ່ຈະເຮັດນໍາ ແຕ່ກຸ່ມອາຊ່ຽນກໍຈະຕ້ອງໄດ້ທົນກັບສະຖານະການແບບນີ້ ເພາະວ່າ ຖ້າພວກເຮົາມອງເບິ່ງການເລືອກຕັ້ງໃນກໍາປູເຈຍຫລືໃນລາວ ຫລືໃນຫວຽດນາມ ຊຶ່ງເປັນການເລືອກຕັ້ງແບບຈອມປອມນັ້ນແລ້ວ ການເລືອກຕັ້ງໃນມຽນມາ ເວົ້າໃນຫລາຍໆຈຸດແລ້ວ ກໍແມ່ນຈະດີກວ່າພວກໂຕຢ່າງທີ່ເວົ້າມານັ້ນ ໜ້ອຍນຶ່ງ.”
ເລຂາທິການໃຫຍ່ຂອງອົງການ ສປຊ ທ່ານ Ban Ki-moon ກໍຈະໄປຮ່ວມກອງປະຊຸມທີ່ຮາໂນຍນັ້ນເຊ່ນກັນ. ທ່ານ Ban ເວົ້າວ່າການ ເລືອກຕັ້ງໃນມຽນມາ ຈະບໍ່ທີຄວາມຖືກຕ້ອງຊອບທໍາ ຕາບໃດທີ່ທ່ານນາງອອງ ຊານຊູຈີ ຍັງຖືກກັກບໍລິເວນຢູ່.
ພັກສັນນິບາດແຫ່ງຊາດເພື່ອປະຊາທິປະໄຕຂອງທ່ານນາງ ໄດ້ຊະນະ ການເລືອກຕັ້ງເທື່ອແລ້ວຂອງມຽນມາ ເມື່ອປີ 1990 ນັ້ນ ແຕ່ພວກທະຫານບໍ່ເອົາຫົວຊາຕໍ່ຜົນການເລືອກຕັ້ງ ແລະໄດ້ກັກຂັງທ່ານນາງໄວ້ ຈະຫລອດເວລາສ່ວນໃຫຍ່ ນັບແຕ່ນັ້ນມາ.