ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

​ການ​ຄ້າ ແລະ​ຄວາມ​ໝັ້ນ​ຄົງ​ ຈະເປັນ​ບັນ​ຫາ ​ຄອບ​ງຳ​ໃນການ​ເປັນ​ປະ​ທານ ​ກຸ່ມ​ອາ​ຊຽນ ຂອງ ​ຫວຽດ​ນາມ​


ນາ​ຍົກ Nguyen Xuan Phuc ຂອງ​ຫວຽດ​ນາມ ຮັບ​ເອົາ​ຄ້ອນ ສັນ​ຍາ​ລັກ​ການ​ເປັນ​ປະ​ທານກຸ່ມ​ອາ​ຊຽນ​ຈາກນາ​ຍົກ​ປຣ​ະ​ຢຸດ ຈັນ​ໂອ​ຊາ​ຂອງ​ໄທ ຢູ່​ໃນ​ພິ​ທີ​ປິດກອງ​ປະ​ຊຸມ​ສຸດຍອດຄັ້ງ​ທີ 35 ຂອງ ASEAN ແລະ​ກອງ​ປະ​ຊຸມ​ກ່ຽວ​ຂ້ອງທີ່​​ບາງກອກ…
ນາ​ຍົກ Nguyen Xuan Phuc ຂອງ​ຫວຽດ​ນາມ ຮັບ​ເອົາ​ຄ້ອນ ສັນ​ຍາ​ລັກ​ການ​ເປັນ​ປະ​ທານກຸ່ມ​ອາ​ຊຽນ​ຈາກນາ​ຍົກ​ປຣ​ະ​ຢຸດ ຈັນ​ໂອ​ຊາ​ຂອງ​ໄທ ຢູ່​ໃນ​ພິ​ທີ​ປິດກອງ​ປະ​ຊຸມ​ສຸດຍອດຄັ້ງ​ທີ 35 ຂອງ ASEAN ແລະ​ກອງ​ປະ​ຊຸມ​ກ່ຽວ​ຂ້ອງທີ່​​ບາງກອກ…

ຫວຽດ​ນາມເປັນ​ປະ​ທານ​ສະ​ມ​າ​ຄົມບັນ​ດາ​ປະ​ເທດໃນ​ເຂດ​ຕາ​ເວັນ​ອອກ​ສຽງ​ໃຕ້ ຫລື ອາ​ຊຽນ (ASEAN) ໃນ​ປີນີ້ ໂດຍ​ທີ່​ບັນ​ຫາ​ການ​ຄ້າ ແລະ​ຄວາມ​ໝັ້ນ​ຄົງ​ ຄາດ​ວ່າຈະ​ເປັນ​ຫົວ​ຂໍ້​ສູງ​ສຸດ ຢູ່​ໃນລາຍ​ການດ້ານ​ນະ​ໂຍ​ບາຍຂອງ​ກຸ່ມ. ພວກ​ນັກ​ວິ​ເຄາະ​ເຫດ​ການເວົ້າ​ວ່າ ໃນ​ຂະ​ນະ​ທີ່ຫວຽດ​ນາມໄດ້ມີ​ຜົນສຳ​ເລັດ​ໃນ​ການ​ເປັນ​ເຈົ້າ​ພາບ​ຈັດ​ກອງ​ປະ​ຊຸມ​ລະ​ດັບສາ​ກົນ​ຕ່າງໆ ເຊັ່ນກອງ​ປະ​ຊຸມ​ສຸດຍອດ ລະ​ຫວ່າງ​ສະ​ຫະ​ລັດ​ກັບເກົາ​ຫລີ​ເໜືອໃນ​ປີ 2019 ນັ້ນ ຜົນ​ສຳ​ເລັດ​ຂອງ​ປະ​ເທດດັ່ງ​ກ່າວໃນ​ເລື້ອງນີ້ອາດ​ຈະ​ຖືກຈຳ​ກັດໂດຍ​ບັນ​ຫາທ້າ​ທາຍຕ່າງໆ ​ເຊັ່ນ​ການ​ລະ​ບາດ ຂອ​ງ​ເ​ຊື້ອໄວ​ຣັ​ສໂຄ​ໂຣ​ນາ ແລະ​ຄວາມ​ຕ້ອງ​ການ​ໃຫ້​ມີ​ຄວາມ​ເຫັນ​ພ້ອມ​ເປັນ​ເອ​ກະ​ສັນ​ກັນ​ຢູ່​ໃນ​ກຸ່ມ​ອາ​ຊຽນ (ASEAN).

ນອນ​ຢູ່​ໃນ​ບູ​ລິ​ມະ​ສິດ​ທີ່​ໄດ້​ປະ​ກາດ​ອອກ​ໄປ ​ສຳ​ລັບ​ການ​ເປັນ​ປະ​ທານ​ຂອງ​ກຸ່ມ​ອາ​ຊຽນ (ASEAN) ຂອງ​ຮາ​ໂນ່ຍນັ້ນ ລວມ​ມີ ​ສອງ​ຂົງ​ເຂດ ​ທີ່​ພວກ​ນັກ​ສັງ​ເກດ​ການຄາດ​ວ່າ ​ກຸ່ມ​ດັ່ງ​ກ່າວໄດ້​ມີ​ຄວາມ​ກ້າວ​ໜ້າ​ຫລາຍ​ທີ່​ສຸດ​ກໍ​ຄື ໃນ​ດ້ານ​ເສດ​ຖະ​ກິດ ແລະ​ການ​ຮ່ວມ​ມື​ກັນ​ໃນດ້ານ​ການ​ປ້ອງ​ກັນ​ຊາດ. ຈຸດ​ປະ​ສົງ​ອັນ​ອື່ນ​ແມ່ນ​ລວມ​ມີ ການ​ເພີ້ມ​ຂຶ້ນ​ຂອງ​ຄວາມ​ສາ​ມັກ​ຄີ​ກັນ​ຂອງ 10 ປະ​ເທດ​ສະ​ມາ​ຊິກ ແລະ​ເຮັດ​ໃຫ້ຄົນ​ຮູ້​ຈັກກ່ຽວ​ກັບ​ກຸ່ມ​ອາ​ຊຽນ (ASEAN) ໃນ​ລະ​ດັບໂລກເພີ້ມ​ຂຶ້ນ ວ່າ ເປັນ​ກຸ່ມ​ຂອງ​ຂົງ​ເຂດທີ່​ມີ​ພົນ​ລະ​ເມືອງ 600 ລ້ານ​ຄົນ.

ໃນ​ທາງ​ປະ​ຫວັດ​ສາດ​ແລ້ວ ກຸ່ມ​ອາ​ຊຽນ (ASEAN) ແມ່ນດີ້ນ​ຮົນ​ທີ່​ຈະ​ທຳ​ການ​ຕັດ​ສິນ​ໃຈ​ຂອງ​ກຸ່ມ​ອອກ​ມາ ເພາະ​ວ່າ ຕົ້ນ​ແບບ​ໃນການ​ເປັນ​ເອ​ກະ​ສັນ​ກັນ​ຂອງ​ກຸ່ມ​ແມ່ນ​ອະ​ນຸ​ຍາດ​ໃຫ້​ແຕ່​ລະ​ປະ​ເທດສະ​ມາ​ຊິກ ສາ​ມາດເປັນ​ຜູ້​ລົງ​ຄະ​ແນນ​ສຽງ​ຄັດ​ຄ້ານ​ໂດຍ​ທ່ອງ​ແທ້​ໄດ້, ອີງ​ຕາມ​ຄຳ​ເຫັນ​ຂອງທ່ານ ຣີ​ຊາດ ຈາ​ວາດ ເຮ​ດາ​ຣຽນ (Richard Javad Heydarian), ອາ​ຈານ​ສອນ​ດ້ານວິ​ທະ​ຍາ​ສາດ​ການ​ເມືອງ ຢູ່​ໃນ​ມະ​ຫາ​ວິ​ທະ​ຍາ​ໄລ De La Salle ໃນ​ຟີ​ລິບ​ປິນ. ເລື້ອງນີ້​ແມ່ນ​ເປັນ​ຄວາມ​ຈິງແທ້ ໂດຍ​ສະ​ເພາະ​ໃນ​ເລື້ອງ​ທີ່​ເປັນຂວາກ​ໜາມ ເຊັ່​ນ​ນະ​ໂຍ​ບາຍ​ດ້ານ​ອົບ​ພະ​ຍົບ ຫລື ວິ​ກິດ​ການ​ຂອງ​ຊາວໂຣ​ຮິງ​ຢາໃນ​ຂະ​ນະ​ທີ່​ຊາວໂຣ​ຮິງ​ຢາ​ມຸ​ສ​ລິມ ​ຫລາຍ​ພັນ​ຄົນໄດ້​ຫລົບ​ໜີ​ຈາກ​ການກໍ່​ຄວາມ​ຮຸນ​ແຮງ​ໃນ​ມຽນ​ມາ ​ໄປ​ຫລົບໄພ​ຢູ່​ໃນ​ບັງ​ກະລາ​ແດັສ.

ສະ​ນັ້ນ ພວກ​ສະ​ໜັບ​ສະ​ໜຸນກຸ່ມດັ່ງ​ກ່າວ ໄດ້​ຫັນ​ໜ້າໄປ​ຫາ​ຂົງ​ເຂດ​ທີ່​ພວກ​ເຂົາ​ເຈົ້າມີ​ໂອ​ກາດ ທີ່​ຈະ​ໄດ້​ຮັບ​ຜົນທີ່​ດີ​ກວ່າ ໃນ​ການເຮັດ​ການ​ຄ້າ. ບັນ​ດາ​ປະ​ເທດ ສະ​ມາ​ຊິກໄດ້​ຮັບ​ຜົນ​ສຳ​ເລັດ​ໃນ​ການ​ສ້າງ​ຕັ້ງປະ​ຊາ​ຄົມ​ເສດ​ຖະ​ກິດ​ອາ​ຊຽນ ຫລື ASEAN Economic Community ຂຶ້ນ​ໃນ​ປີ 2016 ແລະ​ໄດ້​ປະ​ຕິ​ບັດ​ການ​ຫລຸດ​ພາ​ສີ​ລົງ ແລະ​ອະ​ນຸ​ຍາດ​ໃຫ້​ປະ​ຊາ​ຊົນ​ຂອງ​ປະ​ເທດ​ໃນ​ກຸ່ມເຄື່ອນ​ຍ້າຍ​ຂ້າມ​ແດນ​ຂອງ​ກັນ ແລະ​ກັນໄປ​ມາ​ໄດ້. ໃນ​ປີນີ້ ຫວຽດ​ນາມເວົ້າ​ວ່າ ຈະ​ຜັກ​ດັນ​ໃຫ້​ມີ​ການ​ຫລຸດ​ພາ​ສີ​ລົງ​ເພີ້ມ​ອີກ ຊຶ່ງ​ລວມ​ທັງ​ມີ​ການ​ເສຍ​ສະ​ລະ​ຂອງ​ຕົນໃນ​ການ​ຫລຸດ​ພາ​ສີ​ນຳ​ເຂົ້າ​ນ້ຳ​ຕານ​ລົງ ຊຶ່ງ​ເປັນ​ອຸດ​ສາ​ຫະ​ກຳ​ທີ່​ສຳ​ຄັນ ​ສຳ​ລັບບໍ​ລິ​ສັດ​ຜະ​ລິດ​ຢູ່​ພາຍ​ໃນ​ປະ​ເທດນັ້ນ​ອີກ​ດ້ວຍ.

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG