ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ຫວຽດນາມ ເພີ່ມທະວີ ການປາບປາມ ຕ້ານການສໍ້ລາດບັງຫຼວງ ພາຍໃນພັກ

ລັດຖະມົນຕີ ກະຊວງຮັກສາຄວາມສະຫງົບມະຫາຊົນ ຂອງຫວຽດນາມ ພົນເອກ ຈັນ ໄດ ກວາງ (Tran Dai Quang) (ກາງ) ຢືນຢູ່ກັບ ເລຂາທິການໃຫຍ່ ພັກຄອມມິວນິສ ທ່ານ ຫງຽວນ ຟູ ຈົ່ງ (Nguyen Phu Trong) (ຂວາ) ແລະ ສະມາຊິກກົມການເມືອງ ທ່ານ ດິນ ທີ ຮຽນ (Dinh The Huynh) (ຊ້າຍ) ຢູ່ທີ່ພິທີປິດກອງປະຊຸມ ໃນນະຄອນຫຼວງ ຮາໂນ່ຍ, ວັນທີ 28 ມັງກອນ 2016.

ພັກຄອມມິວນິສຫວຽດນາມ ທີ່ປົກຄອງປະເທດໃນປັດຈຸບັນ ຈະເຊີນບັນດາສະມາຊິກ
ຈຳນວນຫຼາຍຮ້ອຍຄົນ ຜູ້ທີ່ຕົນເຊື່ອວ່າ ສາມາດຍັບຍັ້ງຕົນເອງ ຕໍ່ການສໍ້ລາດບັງຫຼວງນັ້ນ
ເຂົ້າມາຮ່ວມກັນ ແລະໃຫ້ກວດສອບພວກສະມາຊິກຄົນອື່ນໆຢ່າງເຂັ້ມງວດ ເພື່ອຫລຸດ
ຜ່ອນບັນຫາທີ່ກຳລັງເກີດຂຶ້ນ ຢູ່ພາຍໃນລັດຖະບານ ຂອງປະເທດ ໃນເອເຊຍຕາເວັນ
ອອກສຽງໃຕ້ແຫ່ງ ນັ້ນ.

ອະດີດປະທານ ບໍລິສັດ PetroVietnam ທ່ານ ຫງຽວນ ຊວນ ຊັນ (Nguyen Xuan Son) ກຳລັງຖືກຄວບຄຸມໂຕໂດຍຕຳຫຼວດ ໃນຂະນະ ອອກໄປຈາກສານ ຫຼັງຈາກ ການພິຈາລະນາ ໃນນະຄອນຫຼວງ ຮາໂນ່ຍ ຂອງຫວຽດນາມ, ວັນທີ 29 ກັນຍາ 2017.
ອະດີດປະທານ ບໍລິສັດ PetroVietnam ທ່ານ ຫງຽວນ ຊວນ ຊັນ (Nguyen Xuan Son) ກຳລັງຖືກຄວບຄຸມໂຕໂດຍຕຳຫຼວດ ໃນຂະນະ ອອກໄປຈາກສານ ຫຼັງຈາກ ການພິຈາລະນາ ໃນນະຄອນຫຼວງ ຮາໂນ່ຍ ຂອງຫວຽດນາມ, ວັນທີ 29 ກັນຍາ 2017.

ຢູ່ທີ່ກອງປະຊຸມສາມັນ ທີ່ໄດ້ສິ້ນສຸດລົງໃນວັນເສົາທີ່ຜ່ານມານີ້ ຄະນະກຳມະການສູນ
ກາງພັກ ໄດ້ເພັ່ງເລັງຢ່າງໜັກ ໃສ່ບັນດາສະມາຊິກພັກ ລວມທັງ ການມີມະຕິ ໃຫ້ກວດ
ສອບຄືນ ບັນດາສະມາຊິກຂອງຕົນ ຢ່າງເຂັ້ມງວດຫຼາຍຂຶ້ນ ອີງຕາມ ການລາຍງານ
ຂອງ ຫວຽດ ນາມ ນິວສ ທີ່ເປັນອົງການຂ່າວຂອງລັດຖະບານ. ພັກດັ່ງກ່າວ ບັດນີ້
ແມ່ນມີກຳນົດທີ່ຈະຮັບຮອງເອົາ “ທີມງານດີເດັ່ນ” ທີ່ປະກອບດ້ວຍສະມາຊິກພັກ
ຈຳນວນ 600 ຄົນ ຜູ້ທີ່ຈະກຳນົດ “ເງື່ອນໄຂຕ່າງໆ” ສຳລັບ ຄະນະກຳມະການ ສູນ
ກາງພັກ 200 ຄົນ ອີງຕາມການກ່າວອີກອັນນຶ່ງ ຂອງອົງການສື່ມວນຊົນພາຍໃນ.

ເມື່ອປີກາຍນີ້ ການພິຈາລະນາຄະດີການສໍ້ລາດບັງຫຼວງລະດັບສູງ ໄດ້ແຜ່ສະພັດໄປ
ທົ່ວວຽດນາມ ເມື່ອປະຊາລາດສະດອນໄດ້ພາກັນຈົ່ມວ່າ ກ່ຽວກັບການສໍ້ໂກງ ທີ່ມີໄປ
ຕັ້ງແຕ່ການໃຫ້ສິນບົນ ຊື້ຈ້າງຈອບອອຍ ໄປຫາ ການຈະລາຈອນ ແລະການຕົກລົງກັນ
ດ້ານການໃຊ້ທີ່ດິນຂອງຜູ້ຄົນ.

ພວກນັກວິເຄາະກ່າວວ່າ ການໃຊ້ຕຳຫຼວດຂອງພັກເອງ ກໍແມ່ນການເອົາບາດກ້າວ
ໃໝ່ອັນນຶ່ງ ໃນການສິ້ງຊອມເບິ່ງ ການສໍ້ໂກງ ແລະປ້ອງກັນເສດຖະກິດ ທີ່ພວມເຕີບ
ໃຫຽ່ຂະຫຽາຍໂຕຂຶ້ນຢູ່.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG