ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຫວຽດ​ນາມ ແລະ ຍີ່​ປຸ່ນ ຄາດ​ວ່າ​ ຈະ​ຂະ​ຫຍາຍ​ສາຍ​ພົວ​ພັນ​ຢ່າງ​ເລິກ​ເຊິ່ງ ໃນ​ຂະ​ນະ​ທີ່​ຄວາມ​ເປັນ​ຫ່ວງ ກ່ຽວ​ກັບ ຈີນ ເພີ່ມ​ຂຶ້ນ


ນາ​ຍົກ​ລັດ​ຖະ​ມົນ​ຕີ ຍີ່​ປຸ່ນ ທ່ານ ຟູ​ມິ​ໂອະ ກິ​ຊິ​ດະ ເຂົ້າ​ຮ່ວມກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ​ໃນ​ນະ​ຄອນຫຼວງ ໂຕ​ກຽວ, ຍີ່​ປຸ່ນ, 13 ກັນ​ຍາ 2023.
ນາ​ຍົກ​ລັດ​ຖະ​ມົນ​ຕີ ຍີ່​ປຸ່ນ ທ່ານ ຟູ​ມິ​ໂອະ ກິ​ຊິ​ດະ ເຂົ້າ​ຮ່ວມກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ​ໃນ​ນະ​ຄອນຫຼວງ ໂຕ​ກຽວ, ຍີ່​ປຸ່ນ, 13 ກັນ​ຍາ 2023.

ຫວຽດ​ນາມ ແລະ ຍີ່​ປຸ່ນ ແມ່ນ​ພ້ອມ​ທີ່​ຈະ​ຂະ​ຫຍາຍ​ສາຍ​ພົວ​ພັນ​ຂອງ​ເຂົາ​ເຈົ້າ​ຂຶ້ນ​ສູ່​ລະ​ດັບ​ສູງ​ສຸດ, ເປັນ​ການ​ເຄື່ອນ​ໄຫວ​ທີ່​ບັນ​ດາ​ນັກ​ວິ​ເຄາະ​ເວົ້າ​ວ່າ ເນັ້ນ​ຢ້ຳ​ເຖິງ​ຄວາມ​ເປັນ​ຫ່ວງ​ທີ່​ເພີ່ມ​ຂຶ້ນ​ຂອງ​ທັງ​ສອງ​ປະ​ເທດ ກ່ຽວ​ກັບ ການ​ປະ​ພຶດ​ທີ່​ຮຸກ​ຮານ​ຂອງ ຈີນ ໃນ​ພາກ​ພື້ນ.

ນາ​ຍົກ​ລັດ​ຖະ​ມົນ​ຕີ ຍີ່​ປຸ່ນ ທ່ານ ຟູ​ມິ​ໂອະ ກິ​ຊິ​ດະ ແມ່ນ​ຄາດ​ວ່າ​ ຈະ​ຕົກ​ລົງ​ເພື່ອ​ຍົກ​ລະ​ດັບ​ສາຍ​ພົວ​ພັນ​ຂຶ້ນ​ສູ່​ຄູ່​ຮ່ວມ​ຍຸດ​ທະ​ສາດ​ຮອບ​ດ້ານ ​ໃນ​ລະ​ຫວ່າງ​ການ​ເຈ​ລະ​ຈາ​ກັບ ​ປະ​ທານ​ປະ​ເທດ ຫວຽດ​ນາມ ທ່ານ ໂວ ວານ ເທືອງ, ອີງ​ຕາມ​ລາຍ​ງານ​ຂອງ​ໜັງ​ສື​ພິ ໂຢ​ມິວ​ຣິ ຊິມບັນ (Yomiuri Shimbun) ຂອງຍີ່​ປຸ່ນ. ທ່ານ ເທືອງ​ ແມ່ນ​ມີ​ກຳ​ນົດ​ທີ່​ຈະ​ໄປ​ຢ້ຽມຢາມ ຍີ່​ປຸ່ນ​ ໃນ​ຕົ້ນ​ເດືອນ​ໜ້າ, ອີງ​ຕາມ​ໜັ​ງ​ສື​ພິມ, ໂດຍ​ອ້າງ​ເຖິງ​ແຫຼ່ງຂ່າວ​ລັດ​ຖະ​ບານ ຍີ່​ປຸ່ນ.

ຮ່າ​ໂນຍ ບໍ່​ໄດ້​ປະ​ກາດ​ການ​ຢ້ຽມ​ຢາມ ຍີ່​ປຸ່ນ ຂອງ​ທ່ານ ເທືອງ. ປີນີ້​ເປັນ​ຂີດ​ໝາຍ​ຄົບ​ຮອບ 50 ປີ​ຂອງ​ສາຍ​ພົວ​ພັນ​ທາງ​ການ​ທູດ​ລະ​ຫວ່າງ ຫວຽດ​ນາມ ແລະ ຍີ່​ປຸ່ນ.

ໃນ​ຕົ້ນ​ເດືອນນີ້, ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ຍີ່​ປຸ່ນ ແລະ ຫວຽດ​ນາມ ໄດ້​ຕົກ​ລົງ​ທີ່​ຈະ​ເຮັດ​ວຽກ​ຮ່ວມ​ກັນ​ເພື່ອ​ນຳ​ເອົາ​ສາຍ​ພົວ​ພັນ​ສອງ​ຝ່າຍ “ໄປ​ສູ່​ລະ​ດັບ​ໃໝ່,” ອີງ​ຕາມ​ອົງ​ການ​ຂ່າວ ຄຽວ​ໂດະ.

ໃນ​ເດືອນ​ກັນ​ຍາ​ທີ່​ຜ່ານ​ມາ, ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ທ່ານ ເວືອງ ດິນ ເຫວ້ ໄດ້​ກ່າວ​ວ່າ ຫວຽດ​ນາມ ສະ​ໜັບ​ສະ​ໜູນ​ການ​ຍົກ​ລະ​ດັບ​ສາຍ​ພົວ​ພັນ​ຂຶ້ນ​ສູ່​ລະ​ດັບ​ໃໝ່​ຂອງ​ສອງ​ປະ​ເທດ​ນັ້ນ, ອີງ​ຕາມ​ໜັງ​ສື​ພິມທາງ​ການ ຮ່າ​ໂນຍ ໄທ​ມ​ສ໌.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG