ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ຈີນ ມີ​ໂອ​ກາດ ທີ່​ຈະ​ລົງທຶນໃນ​ຫວຽດ​ນາມ ເຖິງ​ແມ່ນຈະ​ມີ​ການ​ຄັດ​ແຍ້ງ​ດ້ານ​ການ​ເມືອງກໍຕາມ


​ຫີບ​ສີນ​ຄ້າ​ຈີນ ແລະ​ໂກ​ສ​ໂກ ກຳ​ລັງຂົນ​ອອກ ​ຢູ່​ທ່າ​ເຮືອ ໂຮ​ຈີ​ມິນ ໃນ​ປະ​ເທດ​ຫວຽດ​ນາມ ວັນ​ທີ 27 ສີງ​ຫາ 2018.
​ຫີບ​ສີນ​ຄ້າ​ຈີນ ແລະ​ໂກ​ສ​ໂກ ກຳ​ລັງຂົນ​ອອກ ​ຢູ່​ທ່າ​ເຮືອ ໂຮ​ຈີ​ມິນ ໃນ​ປະ​ເທດ​ຫວຽດ​ນາມ ວັນ​ທີ 27 ສີງ​ຫາ 2018.

ຫວຽດ​ນາມ​ກຳ​ລັງ​ເພີ້ມ​ສະ​ເໜີ​ຄວາມ​ກະ​ຕື​ລື​ລົ້ນ ໃຫ້​ຈີນ​ມາ​ລົງ​ທຶນ​ຢູ່​ບ່ອນໃໝ່ ຈາກອ​ະ​
ສັງ​ຫາ​ລິ​ມະ​ຊັບ ຫາ​ຜະ​ລິ​ດ​ຕະ​ພັນ​ໂຮງງ​າ​ນ ເຖິງ​ແມ່ນ​ມີ​ປະ​ຫວັດ​ຕ້ານ​ຈີນ​ກ່ຽວ​ກັບ​ບັນ
​ຫາ​ດ້ານການ​ເມືອງ.

ພວກ​ນັກ​ລົງ​ທືນ​ຈີນ​ກຳ​ລັງ​ຊື້​ຊັບ​ສົມ​ບັດ​ຢູ່​ສູນ​ການ​ຄ້າ ເມືອງ​ໂຮ​ຈີ​ມິນ ແລະ​ອາດມີ​ໂອ​
ກາດ​ທີ່​ຈະ​ເຊົ່າ​ທີ່​ດິນ​ຈາກ​ປີ​ໜ້າຂຶ້ນ​ໄປເປັນ​ເວ​ລາ 99 ປີ ທີ່​ຢູ່​ໃນ​ເຂດ​ເສດ​ຖະ​ກິດ​ພິ​ເສດ
​ສາມ​ແຫ່ງ. ຮ່າງ​ກົດ​ໝາຍ​ທີ່​ຈະ​ເປີດ​ບັນ​ດາ​ເຂດ​ດັ່ງ​ກ່າວ​ມີ​ກຳ​ນົດ​ປະ​ຕິ​ບັດ​ຢູ່​ໃນ​ຮ່າງ​ກົດ
​ໝາຍ ຫຼັງ​ຈາກ​ໄດ້​ຮ້ອງ​ໃຫ້​ຢຸດສອງ​ເທື່ອ​ປີ​ນີ້ ເນຶ່ອງ​ຈາກ​ການ​ປະ​ທ້ວງຈາກ​ສາ​ທາ​ລ​ະ​ນະ.

ຄວາມ​ກົດ​ດັນ​ຕໍ່​ບໍ​ລິ​ສັດ​ຈີນ ຈາກ​ການ​ຂຶ້ນ​ພາ​ສີ​ຂອງສະ​ຫະ​ລັດ ມີ​ການ​ຜັກ​ດັນຢູ່​ໃນ
​ຫວຽດ​ນາມ ຊຶ່ງວໍ​ລິງ​ຕັນ​ບໍ່ມອງ​ເຫັນວ່າ​ເປັນ​ການ​ແຂ່ງ​ຂັນ​ດ້ານການ​ຄ້າ. ຕໍ່​ມາ​ມີ​ໂຄງ​
ການ​ນຶ່ງ​ແລວທາງ​ນຶ່ງ​ເສັ້ນທາງ ເພື່ອ​ໃຫ້​ທຶນ ແລະ​ການ​ຊ່ວຍ​ເຫຼືອ​ຕ່າງໆ​ເພື່ອ​ໂຄງສ້​າງ​
ພື້ນ​ຖານຢູ່ຣີ​ເຊຍ.

ມີ​ຊາວ​ຫຽວດ​ນາມ​ຫຼາຍ​ຄົນ​ ໃນ​ຂະ​ນະ​ທີ່​ອິດ​ເມື່ອຍ​ກັບ​ການ​ເມືອງ​ຂອງຈີ​ນ ຈະ​ຮັບ​ເອົາ
​ການ​ລົງ​ທຶນຂອງຈີນ ຖ້າ​ຫາກ​ມັນ​ຈະເປັ​ນ​ການຊ່ວຍເຫຼືອ​ພາກ​ສ່ວນ​ເຂົາ​ເຈົ້າ​ແກ່​ເສດ​
ຖະ​ກິດ​ທ້ອງ​ຖິ່ນ ອີງ​ຕາມ​ຄວາມ​ຄາດ​ໝາຍ​ຂອງບັນ​ດາ​ນັກ​ວິ​ເຄາະ​ໃນ​ນະ​ຄອນ​ໂຮ​ຈີ​ມິນ​.

ທ່ານ​ຕ​ຣັງ ຫວງຽນ ອະ​ທິ​ການ​ບໍ​ດີພະ​ແນກ​ການ​ສຶກ​ສາຄວາມ​ສຳ​ພັນ​ຕ່າງ​ປະ​ເທດ ທີ່​
ມ​ະ​ຫາ​ວິ​ທະ​ຍາ​ໄລ​ໂຮ​ຈີ​ມິນ ຂະ​ແໜງວິທະ​ຍາ​ສາດ ແລະ​ມະ​ນຸດຊາດວິ​ທະ​ຍາ ແລະ
​ມະ​ນຸດ​ສະ​ທຳກ່າວ​ວ່າ “ຂ້າ​ພະ​ເຂົ້າ​ຄິດ​ວ່າ ພວກ​ເຮົາ​ຄວນ​ເບິ່ງ​ມັນ​ຈາກ​ຫຼາຍ​ແງ່​ມຸ​ມ.”

ອ່​ານ​ຂ່າວ​ນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG