ທາງການ ຫວຽດນາມ ໃຫ້ການຊ່ວຍເຫຼືອແກ່ກຳລັງປ້ອງກັນຄວາມສະຫງົບຂອງລາວ ເພີ່ມຂຶ້ນ ແນໃສ່ການເພີ່ມປະສິດທິພາບໃນການສະກັດກັ້ນທຸກການເຄື່ອນໄຫວທີ່ຄຸກຄາມສະຖຽນລະພາບທາງການເມືອງ.
ກະຊວງປ້ອງກັນຄວາມສະຫງົບຂອງ ລາວ ແລະ ຫວຽດນາມ ໄດ້ຕົກລົງຂະຫຍາຍການຮ່ວມມືລະຫວ່າງກັນຢ່າງຮອບດ້ານ ແລະ ຢ່າງໃກ້ຊິດໃຫ້ຫຼາຍຂຶ້ນໃນໂອກາດການສະເຫຼີມສະຫຼອງການພົວພັນແບບພິເສດຄົບຮອບ 45 ປີ ແລະ ຄວາມສຳພັນທາງການທູດຄົບຮອບ 60 ປີໃນປີ 2022 ນີ້ ໂດຍຝ່າຍ ຫວຽດນາມ ໄດ້ຕົກລົງໃຫ້ທຶນຊ່ວຍເຫຼືອລ້າ 450 ຕື້ດົ່ງສຳລັບການສ້າງຕັ້ງ ແລະ ກໍ່ສ້າງວິທະຍາຄານປ້ອງກັນຄວາມສະຫງົບແຫ່ງຊາດລາວ ໃຫ້ສຳເລັດໃນທ້າຍປີ 2023 ອັນຈະເປັນພາກສ່ວນທີ່ມີບົດບາດຢ່າງສຳຄັນໃນການສ້າງບຸກຄະລາກອນດ້ານການປ້ອງກັນຄວາມສະຫງົບຂອງ ລາວ ໃຫ້ມີຄວາມຮູ້ເທົ່າທັນກັບສະພາບການສາກົນທີ່ປ່ຽນແປງຕະຫຼອດເວລາດ້ວຍການຊ່ວຍເຫຼືອຈາກຝ່າຍ ຫວຽດນາມ ທັງໃນດ້ານການຝຶກອົບຮົມ ແລະ ການປະຕິບັດຕົວຈິງໂດຍແນໃສ່ການເພີ່ມປະສິດທິພາບໃນການສະກັດກັ້ນທຸກການເຄື່ອນໄຫວທີ່ເປັນໄພຄຸກຄາມຕໍ່ສະຖຽນລະພາບທາງການເມືອງຂອງລາວ ຊຶ່ງເຮັດໃຫ້ຈະຕ້ອງເສີມສ້າງຄວາມຮູ້ ແລະ ຄວາມຄິດດ້ານທິດສະດີການເມືອງໃຫ້ແກ່ບຸກຄະລາກອນທີ່ເປັນກຳລັງປ້ອງກັນຄວາມສະຫງົບຂອງລາວຢ່າງຮີບດ່ວນອີກດ້ວຍ ດັ່ງທີ່ພົນເອກ ວິໄລ ຫຼ້າຄຳຟອງ ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບຢືນຢັນວ່າ
“ໂຄງການກໍ່ສ້າງວິທະຍາຄານທິດສະດີການເມືອງປ້ອງກັນຄວາມສະຫງົບປະຊາຊົນ ລາວ ແມ່ນສ້າງຂຶ້ນໃນບັນຍາກາດທີ່ທົ່ວພັກ ທົ່ວລັດທົ່ວກຳລັງປະກອບອາວຸດ ແລະ ທົ່ວປວງຊົນລາວພວກເບີກບານມ່ວນຊື່ນໃນການຈັດຕັ້ງສະເຫຼີມສະຫຼອງ 2 ວັນປະຫວັດສາດ ຫວຽດນາມ-ລາວ ຄືວັນສ້າງຕັ້ງສາຍພົວພັນການທູດຄົບຮອບ 60 ປີ ແລະ ວັນສົນທິສັນຍາມິດຕະພາບການຮ່ວມມື ລາວ-ຫວຽດນາມ ຄົບຮອບ 45 ປີຊຶ່ງໂຄງການດັ່ງກ່າວກໍຈະກາຍເປັນການປະກອບສ່ວນອັນສຳຄັນໃຫ້ກຳລັງປ້ອງກັນຄວາມສະຫງົບລາວ ເຮັດສຳເລັດໜ້າທີ່ ໂດຍສະເພາະແມ່ນການກໍ່ສ້າງກຳລັງໃນຂົງເຂດການເມືອງ.”
ພ້ອມກັນນີ້ທາງການລາວ-ຫວຽດນາມ ກໍຍັງໄດ້ຕົກລົງຮ່ວມມືກັນເຂົ້າໃນການກວດກາເຂດຊາຍແດນລະຫວ່າງ 2 ປະເທດໃຫ້ມີປະສິດທິພາບສູງຂຶ້ນ ເພື່ອເຮັດໃຫ້ເປັນຊາຍແດນແຫ່ງສັນຕິພາບ ແລະ ການພັດທະນາຢ່າງແທ້ຈິງ ໂດຍສະເພາະແມ່ນການໃຫ້ບໍລິການແບບປະຕູດຽວ ເພື່ອອຳນວຍຄວາມສະດວກໃຫ້ແກ່ການຄ້າ ການລົງທຶນ ການບໍລິການ ແລະ ການເຊື່ອມຕໍ່ດ້ານຄົມມະນາຄົມຂົນສົ່ງໃນຕະຫຼອດຊາຍແດນລາວ-ຫວຽດນາມນັ້ນຈະຕ້ອງຮັບປະກັນຄວາມປອດໄພໃຫ້ໄດ້ຢ່າງຄົບຖ້ວນລວມເຖິງການປ້ອງກັນ ແລະ ປາບປາມອາຊະຍາກຳຕ່າງໆດ້ວຍນັ້ນ ຖືເປັນຄວາມຮັບຜິດຊອບຂອງກຳລັງປ້ອງກັນຄວາມສະຫງົບລະດັບທ້ອງຖິ່ນໃນທົ່ວປະເທດລາວ ດັ່ງທີ່ທ່ານ ທອງລຸນ ສີສຸລິດ ປະທານປະເທດຢືນຢັນວ່າ
“ຢາເສບຕິດ, ອາວຸດເຖື່ອນ, ໄພສັງຄົມຖືວ່າກຳລັງມີຄວາມຫຼໍ່ແຫຼມຢູ່ໃນລະດັບທ້ອງຖິ່ນຫຼາຍໃດ ດັ່ງນັ້ນທະຫານທ້ອງຖິ່ນ ຫຼືກຳລັງປະກອບອາວຸດຢູ່ທ້ອງຖິ່ນຕ້ອງເປັນເຈົ້າການແກ້ ບໍ່ລັງເລອີກແລ້ວ ເພາະຢູ່ທ້ອງຖິ່ນມີໝົດທຸກຢ່າງມີຄວາມສາມາດພຽງພໍເພື່ອແກ້ໄຂບັນດາບັນຫາເຫຼົ່ານີ້ຢູ່ໃນທ້ອງຖິ່ນ ຄັນຊັ້ນສູນກາງມອບໝາຍໃຫ້ກະເຮັດໃຫ້ມັນໄດ້ບໍ່ປະປ່ອຍໃຫ້ມັນເປັນບັນຫາໃຫຍ່ຂຶ້ນແລ້ວຈັ່ງໄປແກ້ ຖ້າບັນຫານີ້ບານປາຍຂຶ້ນມາມັນຈະກະທົບກັບຄວາມສະຫງົບທົ່ວປະເທດ.”
ສ່ວນເຈົ້າໜ້າທີ່ຂັ້ນສູງໃນກະຊວງອຸດສາຫະກຳ ແລະ ການຄ້າເປີດເຜີຍວ່າການຄ້າໜີພາສີເປັນບັນຫາທີ່ເກີດຂຶ້ນຢ່າງກວ້າງຂວາງຢູ່ຊາຍແດນລາວ-ຫວຽດນາມທີ່ມີໄລຍະທາງຍາວ 2,160 ກິໂລແມັດປະກອບກັບທາງການລາວມີບຸກຄະລາກອນຢ່າງຈຳກັດດ້ວຍແລ້ວ ຈຶ່ງເປັນການຍາກທີ່ຈະກວດກາ ແລະ ສະກັດກັ້ນໄດ້ຢ່າງທົ່ວເຖິງ ດັ່ງຈະເຫັນໄດ້ຈາກການລັກລອບຂົນສົ່ງໄມ້ເຖື່ອນຈາກລາວໄປຫວຽດນາມນັ້ນ ຍັງຄົງເກີດຂຶ້ນຢູ່ເລື້ອຍມາ ເຖິງແມ່ນວ່ານາຍົກລັດຖະມົນຕີລາວໄດ້ອອກຄຳສັ່ງເລກທີ 15/ນຍ ເພື່ອຫ້າມການສົ່ງໄມ້ທ່ອນໄປຕ່າງປະເທດຢ່າງເດັດຂາດນັບແຕ່ປີ 2016 ແລ້ວກໍຕາມ ແຕ່ດ້ວຍການຈັດຕັ້ງເຄືອຂ່າຍຂ້າມຊາດ ແລະ ມີພະນັກງານລັດຮ່ວມມືດ້ວຍນັ້ນ ຈຶ່ງເປັນການຍາກທີ່ຈະປາບປາມໃຫ້ໄດ້ຢ່າງແທ້ຈິງ.
ທັງນີ້ໜ່ວຍສະເພາະກິດຂອງລັດຖະບານລາວ ໄດ້ກວດພົບການຄ້າໄມ້ເຖື່ອນ 678 ກໍລະນີ ມີຜູ້ກະທຳຜິດ 1,774 ຄົນໃນນີ້ເປັນພະນັກງານລັດ 587 ຄົນ, ນັກທຸລະກິດ 298 ຄົນ ແລະ ປະຊາຊົນ 859 ຄົນ, ຍຶດເລື່ອຍໄຟຟ້າ 15,549 ໜ່ວຍ, ເຄື່ອງຊອຍໄມ້ 1,816 ຊຸດ, ລົດໄຖ-ລົດຍົນ-ລົດບັນທຸກ-ລົດຍົກ-ລົດຂຸດ ແລະ ລົດອື່ນໆ 558 ຄັນ, ໄມ້ເຖື່ອນກວ່າ 1 ລ້ານແມັດກ້ອນ ຄິດເປັນມູນຄ່າເສຍຫາຍກວ່າ 450 ລ້ານໂດລາໃນ 3 ປີຜ່ານມາ.