ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຫວຽດນາມ ຊ່ວຍລາວ ສະເໜີໃຫ້ UNESCO ຮັບຮອງເອົາ ພູຫີນໜາມໜໍ່ ເປັນມໍລະດົກໂລກ


ປ່າສະຫງວນແຫ່ງຊາດ ພູຫີນໜາມໜໍ່ ໃນແຂວງຄຳມ່ວນ
ປ່າສະຫງວນແຫ່ງຊາດ ພູຫີນໜາມໜໍ່ ໃນແຂວງຄຳມ່ວນ

ທາງການຫວຽດນາມ ໃຫ້ການຊ່ວຍເຫຼືອທາງການລາວ ໃນການຕຽມຄວາມພ້ອມ
ເພື່ອນຳສະເໜີຕໍ່ UNESCO ໃຫ້ຮັບຮອງເອົາເຂດປ່າສະຫງວນພູຫີນໜາມໜໍ່ ເປັນ
ມໍລະດົກໂລກທາງທຳມະຊາດ.

ທ່ານບົວເງິນ ຊາພູວົງ ຮອງລັດຖະມົນຕີ ກະຊວງຖະແຫລງຂ່າວ-ວັດທະນະທຳ ແລະ
ທ່ອງທ່ຽວ ຖະແຫລງຢືນຢັນວ່າ ລັດຖະບານຫວຽດນາມ ໄດ້ໃຫ້ການຊ່ວຍເຫຼືອ ລັດ
ຖະບານລາວ ໃນການຕຽມຄວາມພ້ອມຕ່າງໆ ເພື່ອນຳສະເໜີຕໍ່ UNESCO ເພື່ອໃຫ້
ການຮັບຮອງເອົາເຂດປ່າສະຫງວນແຫ່ງຊາດ ພູຫີນໜາມໜໍ່ໃນແຂວງຄຳມ່ວນຂອງ
ລາວ ໃຫ້ເປັນມໍລະດົກໂລກທາງທຳມະຊາດ ພາຍໃນປີ 2019 ເປັນຢ່າງຊ້າ.

ທ່ານບົວເງິນ ຊາພູວົງ ຮອງລັດຖະມົນຕີ ກະຊວງຖະແຫລງຂ່າວ-ວັດທະນະທຳ ແລະ ທ່ອງທ່ຽວ
ທ່ານບົວເງິນ ຊາພູວົງ ຮອງລັດຖະມົນຕີ ກະຊວງຖະແຫລງຂ່າວ-ວັດທະນະທຳ ແລະ ທ່ອງທ່ຽວ

ທັງນີ້ ໂດຍລັດຖະບານຫວຽດນາມ ໄດ້ສົ່ງຄະນະຜູ້ຊ່ຽວຊານ ທີ່ປະສົບຄວາມສຳເລັດ
ໃນການນຳສະເໜີໃຫ້ UNESCO ຮັບຮອງເອົາອຸດທະຍານແຫ່ງຊາດ ຟົງ ງາ-ເກີ ບັງ
(Phong Nha – Ke Bang) ໃນແຂວງກວາງບິງ ເປັນມໍລະດົກໂລກ ທາງທຳມະຊາດ
ຢ່າງເປັນທາງການມາແລ້ວ ໃນປີ 2003 ຈຶ່ງຖືເປັນໂອກາດດີ ສຳລັບຄະນະຮັບຜິດ
ຊອບຂອງທາງການລາວ ທີ່ຈະໄດ້ຮຽນຮູ້ ແລະໄດ້ຮັບການຖ່າຍທອດປະສົບການ
ຈາກຄະນະຜູ້ຊ່ຽວຊານຂອງຫວຽດນາມໂດຍກົງ ທັງຍັງຖືເປັນການຮ່ວມມື 3 ຝ່າຍ
ລະຫວ່າງຫວຽດນາມ ກັບລາວ ແລະເຢຍຣະມັນ ອີກດ້ວຍ ດັ່ງທີ່ທ່ານບົວເງິນ ໄດ້ໃຫ້
ການຢືນຢັນວ່າ:

“ເບື້ອງຫວຽດນາມ ຫວ່າງແລ້ວນີ້ ລະຫວ່າງ 2 ກະຊວງ ກະມີການເຊັນ
MOU ກັນ ຄືຫວຽດນາມ ທີ່ຈະມາຮ່ວມ ເຂົາເຈົ້າເຄີຍມີບົດຮຽນ ໃນການສະ
ເໜີ ຟົງ ງາ-ເກີ ບັງ ເບື້ອງຫວຽດນາມ ໃຫ້ເປັນມໍລະດົກໂລກແລ້ວ ດັ່ງນັ້ນ
ພວກເຮົາຈະມີການຮ່ວມກັນ ສາມຝ່າຍ ອັນນີ້ ແມ່ນໂຄງການທີ່ພວກເຮົາ
ຂໍດ້ວຍຄວາມຈິງໃຈວ່າ ຂໍໃຫ້ສະໜັບສະໜຸນ ພູຫີນໜາມໜໍ່ ເປັນມໍລະດົກ
ໂລກ ສ່ວນໂຄງການຕ່າງໆ ແມ່ນພວກເຮົາຈະໄດ້ຮັບການຊ່ວຍເຫຼືອຂອງ
GIZ ປະເທດເຢຍຣະມັນ.”

ທາງດ້ານທ່ານ ແບສຕຽນ ປູຣເຣ ທີ່ປຶກສາອົງການປົກປັກຮັກສາລະບົບນິເວດ ປ່າໄມ້
ແລະຊີວະນານາພັນຂອງລັດຖະບານເຢຍຣະມັນ ຫຼື GIZ ປະຈຳລາວ ຢືນຢັນວ່າ ການ
ຊ່ວຍເຫຼືອລັດຖະບານລາວ ເພື່ອຕຽມຄວາມພ້ອມໃນການນຳສະເໜີ UNESCO ເພື່ອ
ໃຫ້ຮັບຮອງເອົາພູຫີນໜາມໜໍ່ ໃຫ້ເປັນມໍລະດົກໂລກທາງທຳມະຊາດນັ້ນ ໄດ້ດຳເນີນ
ການໃນ 3 ດ້ານເພື່ອເຮັດໃຫ້ໄດ້ຕາມລະດັບມາດຕະຖານ ທີ່ UNESCO ໄດ້ກຳນົດ
ໄວ້ ກໍຄື ແຜນງານດ້ານການຄຸ້ມຄອງ ແຜນງານດ້ານເທັກນິກ ແລະ ການບໍລິຫານງານ
ພາຍໃນກົມມໍລະດົກຂອງທາງການລາວ ຊຶ່ງມາເຖິງປັດຈຸບັນ ການດຳເນີນງານ ກໍຄືບ
ໜ້າຕາມແຜນການທີ່ວາງໄວ້ ແລະຈະແລ້ວເສັດພາຍໃນປີ 2018 ນີ້ ຢ່າງແນ່ນອນ.

ສ່ວນທ່ານທອງໃບ ໂພທິສານ ຫົວໜ້າກົມໍລະດົກ ກະຊວງຖະແຫລງຂ່າວ-ວັດທະນະທຳ
ແລະ ທ່ອງທ່ຽວ ຢືນຢັນວ່າ ການຕຽມວຽກງານໃນດ້ານຕ່າງໆ ເພື່ອສະເໜີໃຫ້
UNESCO ຮັບຮອງເອົາເຂດປ່າສະຫງວນແຫ່ງຊາດ ພູຫີນໜາມໜໍ່ ໃນແຂວງຄຳມ່ວນ
ໃຫ້ເປັນມໍລະດົກໂລກທາງທຳມະຊາດ ນັ້ນ ໄດ້ສຳເລັດໃນຂັ້ນເບື້ອງຕົ້ນແລ້ວ ຈຶ່ງຄາດ
ວ່າ ຈະສາມາດຢືນຢັນບັນດາເອກກະສານສຳຄັນຕ່າງໆ ເຖິງ UNESCO ໄດ້ຢ່າງຄົບ
ຖ້ວນ ໃນຕົ້ນປີ 2019 ເປັນຢ່າງຊ້າ.

ທ່ານທອງໃບ ເຊື່ອໝັ້ນວ່າ ມີໂອກາດສູງທີ່ UNESCO ຈະຮັບຮອງເຂດປ່າສະຫງວນ
ແຫ່ງຊາດ ພູຫີນໜາມໜໍ່ຂອງລາວ ໃຫ້ເປັນມໍລະດົກໂລກທາງທຳມະຊາດ ເນື່ອງຈາກ
ເປັນເຂດທີ່ຍັງມີທຳມະຊາດ ທີ່ສວນງາມ ແລະປົກຫຸ້ມດ້ວຍປ່າໄມ້ຢ່າງໜາແໜ້ນ ໃນ
ເນື້ອທີ່ກວ້າງກວ່າ 82,000 ເຮັກຕາ ອັນເປັນແຫລ່ງທີ່ຢູ່ອາໄສຂອງຊ້າງປ່າຫຼາຍຮ້ອຍ
ໂຕ ແລະສັດປ່າຫາຍາກ ທີ່ຫລາກຫລາຍຊະນິດອີກດ້ວຍ.

ທັງນີ້ ລາວມີມໍລະດົກໂລກ 2 ແຫ່ງ ຄືເມືອງຫຼວງພະບາງ ແລະຜາສາດວັດພູ ແຂວງ
ຈຳປາສັກ ສ່ວນສຽງແຄນລາວ UNESCO ໄດ້ຮັບຮອງໃຫ້ເປັນມໍລະດົກໂລກ ທີ່ຈັບ
ຕ້ອງບໍ່ໄດ້ ດ້ານສຽງເພງຂອງມະນຸດຊາດ ແລະໄດ້ມອບໃບປະກາດໃຫ້ລັດຖະບານ
ລາວ ໃນວັນທີ 15 ມີນາ 2018 ທີ່ນະຄອນປາຣີ ແລະທາງການລາວ ຍັງຈະສະເໜີໃຫ້
UNESCO ຮັບຮອງລຳວົງລາວ ເປັນມໍລະດົກໂລກທີ່ຈັບຕ້ອງບໍ່ໄດ້ ພາຍໃນປີ 2019
ອີກດ້ວຍ.

ນອກຈາກນັ້ນ ຄະນະຊ່ຽວຊານຂອງ UNESCO ມີກຳນົດທີ່ຈະເດີນທາງໄປແຂວງ
ຊຽງຂວາງ ເພື່ອພິຈາລະນາວ່າ ຈະຮັບຮອງເອົາທົ່ງໄຫຫີນເປັນມໍລະດົກໂລກຫຼືບໍ່
ໃນເດືອນສິງຫາ 2018 ນີ້.

XS
SM
MD
LG